ລົມພາຍຸ ຄາຈິກິ ພັດຖະຫລົ່ມເຂົ້າຫວຽດນາມ ເສຍຊີວິດແລ້ວ 3 ຄົນ ໃນຂະນະທີ່ກໍາລັງເຄື່ອນທີ່ເຂົ້າ ສປປ ລາວ

ທາງການຫວຽດນາມ ລາຍງານວັນທີ 26 ສິງຫາ 2025 ວ່າ: ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 3 ຄົນ ແລະ ບາດເຈັບຫລາຍກວ່າ 10 ຄົນ ຈາກລົມພາຍຸ ຄາຈິກິ ທີ່ພັດຂຶ້ນຝັ່ງບໍລິເວນພາກກາງຕອນເໜືອຂອງຫວຽດນາມມື້ວານນີ້(25 ສິງຫາ) ເຮັດໃຫ້ມີຝົນຕົກໜັກ ແລະ ນໍ້າຖ້ວມ ໃນຫລາຍຈຸດ.
ມີລາຍງານບ້ານເຮືອນໄດ້ຮັບຄວາມເສຍຫາຍເກືອບ 7,000 ຫລັງ, ພື້ນທີ່ການຜະລິດຖືກນໍ້າຖ້ວມເສຍຫາຍກວ່າ 28 ເຮັກຕາ, ມີຕົ້ນໄມ້ຫັກຢ່າງໜ້ອຍ 18,000 ຕົ້ນ ແລະ ເສົາໄຟຟ້າຫັກ 331 ຕົ້ນ ສົ່ງຜົນໃຫ້ເກີດໄຟຟ້າດັບເປັນວົງກວ້າງໃນຫລາຍເຂດ ໂດຍສະເພາະແຂວງ ແທງຮວ໋າ, ເຫງະອານ, ຮ່າຕິ້ງ, ໄທຫງວຽນ ແລະ ແຂວງຟູເຖາະ.
ກົມອຸຕຸນິຍົມ ແລະ ອຸທົກກະສາດແຫ່ງຊາດຫວຽດນາມ ລາຍງານວ່າ: ພາຍຫລັງພາຍຸ ຄາຈິກິ ໄດ້ພັດເຂົ້າຝັ່ງພາກກາງຂອງຫວຽດນາມໃນຕອນບ່າຍວັນທີ 25 ສິງຫາ ປັດຈຸບັນໄດ້ອ່ອນກຳລັງລົງເປັນພະຍຸເຂດຮ້ອນ ແລະ ເຄື່ອນທີ່ເຂົ້າປະເທດລາວໃນຕອນເຊົ້າຂອງວັນທີ 26 ສິງຫາ. ພ້ອມກັບເຕືອນປະຊາ ຊົນວ່າ ຈະຍັງຝົນຕົກຢ່າງຕໍ່ເນື່ອງໃນຫລາຍເຂດໂດຍສະເພາະຕອນເໜືອຂອງຫວຽດນາມ ເຊິ່ງອາດເຮັດໃຫ້ເກີດນໍ້າຖ້ວມຊຸ ແລະ ດິນເຈື່ອນ.

