ການຈັດກິດຈະກຳ  ຫລື ງານຄອນເສີດ ຕ້ອງມີຄວາມຮັບຜິດຊອບຕໍ່ສະຖານທີ່ ແລະ ຜູ້ເຂົ້າຮ່ວມຄວນມີມາລະຍາດໃນການຖິ້ມສິ່ງເສດເຫລືອ

ປັດຈຸບັນເຫັນວ່າມີການຈັດງານກິດຈະກຳຕ່າງໆນັບມື້ຫລາຍຂຶ້ນ ເຊິ່ງມີຫລາຍກິດຈະກຳ ເປັນຕົ້ນແມ່ນ: ກິດຈະກຳເພື່ອການກຸສົນ, ກິດຈະກຳສະເຫລີມສອງຫລອງວັນສຳຄັນຕ່າງໆ, ກິດຈະກຳງານຄອນເສີດ ໂດຍຜ່ານມາມັກຈະມີຫລາຍກິດຈະກຳຈັດຂຶ້ນຢູ່ເຂດເສດຖະກິດ ບຶງທາດຫລວງ ນະຄອນຫລວງວຽງຈັນ ເພື່ອເປັນການສະເຫລີມສະຫລອງວັນພິເສດໃດໜຶ່ງ ຫລື ເປັນການເຕົ້າໂຮມກະຊັບມິດອ້າຍນ້ອງເພື່ອນຮ່ວມງານ ແລະ ໝູ່ເພື່ອນ ໃຫ້ມີຄວາມຮັກແພງສາມັກຄືກັນ.

ແຕ່ບັນຫາທີ່ເກີດຂຶ້ນຄືມີຄົນທີ່ເຂົ້າຮ່ວມງານຈຳນວນໜຶ່ງຂາດຄວາມຮັບຜິດຊອບຕໍ່ຄວາມເປັນລະບຽບຮຽບຮ້ອຍຈົບງາມ ໂດຍສະເພາະການຖິ້ມຂີ້ເຫຍື້ອຊະຊາຍຢັ່ງຢາຍຢູ່ຕາມສະຖານທີ່ກິດຈະກຳ ທັງໆທີ່ພາຍໃນງານກໍມີການວາງຖັງຂີ້ໄວ້ເປັນຈຸດໆ ແຕ່ກໍບໍ່ພາກັນໄປຖິ້ມໃສ່ຖັງທີ່ໜ່ວຍງານກ່ຽວຂ້ອງຈັດສັນໄວ້ໃຫ້, ການຖິ້ມຂີ້ເຫຍື້ອຊະຊາຍໃນສະຖານທີ່ສາທາລະນະແມ່ນບໍ່ເໝາະສົມທີ່ສຸດ. ການຖິ້ມຂີ້ເຫຍື້ອຊະຊາຍຂອງຄົນວາງກຸ່ມໄດ້ສະແດງໃຫ້ເຫັນຄວາມບໍ່ສະອາດງາມຕາ ທັງກາຍເປັນຫາງສຽງສັງຄົມ.

ທັງນີ້ທັງນັ້ນ ເພື່ອເປັນການແກ້ໄຂບັນຫາ ຕ້ອງເລີ່ມຕົ້ນຢູ່ທີ່ຕົວບຸກຄົນນັ້ນໆ ແລະ ທຸກຄົນໃນສັງຄົມ ຊ່ວຍກັນເກັບມ້ຽນເສດຂີ້ເຫຍື້ອທີ່ຕົນມີຢູ່ໃນມື ບໍ່ວ່າຈະເປັນຕຸກນ້ຳດື່ມ, ຖົງເຂົ້າໜົມ ແລະ ອາຫານການກິນຕ່າງໆ ພ້ອມທັງເປັນການປູກຈິດສຳນຶກໄປໃນຕົວ ເພື່ອສິ່ງແວດລ້ອມທີ່ດີ ເປັນອະນາຄົດທີ່ສົດໃສໄຮ້ຄວາມເປິະເປື້ອນ.