ປີໃໝ່ແລ້ວ ແກ້ໄຂໃຫ້ເດັດຂາດການຈອດລົດກວມຊ່ອງທາງຈະລາຈອນ
ປັດຈຸບັນກໍຄືຜ່ານມາ, ມັກພົບເສັ້ນທາງໃນຕົວເມືອງໃຫຍ່ຕ່າງໆໂດຍສະເພາະຢູ່ນະຄອນຫລວງວຽງຈັນ ໄດ້ຖືກຫັນໄປສູ່ການບໍລິການແນວອື່ນທີ່ບໍ່ທັນຄຸ້ມຄອງຢ່າງຮັດກຸມ. ຂະນະທີ່ຜູ້ຂັບຂີ່ຍວດຍານພາຫະນະບາງທ່ານ ຂາດຈິດສຳນຶກຫລືບໍ່ ໝາຍວ່າ ຂໍພຽງແຕ່ມີບ່ອນໃດຫລົມ ບ່ອນໃດວ່າງ ພໍຈອດໄດ້ກໍຈອດ ອັນໄດ້ສ້າງຄວາມແອອັດໃຫ້ແກ່ການສັນຈອນໄປມາ ແລະ ກາຍເປັນສ່ວນໜຶ່ງກໍ່ໃຫ້ເກີດອຸບັດເຫດບົນທ້ອງຖະໜົນແລ້ວຈະແກ້ໄຂແນວໃດໃນປີ 2023? ຄວາມຈິງແລ້ວ, ສະຖານທີ່ສາທາລະນະຕ່າງໆບໍ່ວ່າຈະເປັນຫ້າງການຄ້າ, ຕະຫລາດ…ສຳນັກງານຫ້ອງ ການທັງຂອງລັດ ແລະ ເອກະຊົນ ທີ່ມີບ່ອນຈອດລົດບໍ່ກວ້າງ, ມັກພົບເຫັນປາກົດການການຈອດລົດກິນຫລື ກວມ ຊ່ອງທາງຈະລາຈອນ, ຈອດເທິງທາງຍ່າງ……










