ຢາກເຫັນນັກເຕະທີມຊາດລາວ ພັດທະນາກ້າວໄປຄືປະເທດເພື່ອນບ້ານ ບໍ່ເຖິງຂັ້ນບານໂລກ

ກິລາບານເຕະ ເປັນກິລາທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງທົ່ວໂລກ ເຊິ່ງລາວເຮົາໄດ້ສ້າງນັກກິລາມາຫລາຍຊຸດທີມຊາດ ເພື່ອໄປແຂ່ງຂັນຢູ່ເປັນໄລຍະບໍ່ຂາດສາຍ ເປັນຕົ້ນແມ່ນກິລາຊີເກມ, ກິລາບານເຕະຊີງແຊ້ມອາຊຽນ ມີທັງຮຸ່ນໃຫຍ່ ແລະ ຮຸ່ນນ້ອຍ ເຊິ່ງຮຸ່ນ ບໍ່ເກີນ 19 ປີ ສ້າງປະຫວັດສາດໃຫ້ລາວເຂົ້າເຖິງຮອບຮອງຊະນະເລີດ ຍ້ອນມີໂຄດດີຈາກເຢຍລະມັນ ສ່ວນວ່າທີມຊາດຊຸດໃຫຍ່ແມ່ນບໍ່ສາມາດເຮັດໄດ້ສໍ່າຊຸດນ້ອຍ ເຮັດໃຫ້ຫລາຍຄົນມອງວ່າ ການພັດທະນາປະເທດຊາດ ແລະ ເສດຖະກິດອາດມີສ່ວນຫລືບໍ່ ?

ການພັດທະນາດ້ານກິລາ ແລະ ປະເທດຊາດມັກຄຽງຄູ່ກັນ ໝາຍວ່າຖ້າປະເທດໃດມີທຶນຮອນຫລາຍທຸ້ມໃສ່ໃຫ້ມີການພັດທະນາໄປຢ່າງກ້າວໄກຈົນກາຍເປັນອາຊີບ ນັກກິລາກໍມີຄົນເກັ່ງຫລາຍ, ມີຄ່າຕົວສູງ ສາມາດລ້ຽງປາກລ້ຽງທ້ອງ ແລະ ກາຍເປັນຜູ້ຮັ່ງມີຍ້ອນເຕະບານເກັ່ງ ທັງມີຊື່ສຽງໂດ່ງດັງຢູ່ໃນປະເທດ, ພາກພື້ນ ແລະ ໃນໂລກ.

ຫາກຕັ້ງໂຈດກັນວ່າ, ມາເຖິງໄລຍະນີ້ ດ້ວຍສາເຫດໃດວົງການກິລາບານເຕະລາວເຮົາຈຶ່ງບໍ່ມີການພັດທະນາທີ່ກ້າວໄກ ຖ້າທຽບໃສ່ບັນດາປະເທດອາຊຽນດ້ວຍກັນ. ຄຳຕອບໂຈດກໍຄື ມີຫລາຍປັດໄຈທັງນອກຕົວ ແລະ ໃນຕົວຄື:

ອັນທີໜຶ່ງ ໂຄງສ້າງໃນການບໍລິຫານຈັດການຂອງສະຫະພັນບານເຕະແຫ່ງຊາດລາວຍັງໃສ່ນ້ຳມັນກາເຕົ່າ, ຢຶດຖືອັນເກົ່າຄົນເກົ່າ, ແບບແຜນອັນເກົ່າ ເຊິ່ງເບິ່ງຢ່າງໜຶ່ງຄືມີການຜູກຂາດໄປໃນຕົວ.

ອັນທີສອງ ແມ່ນຂາດທຶນຮອນທີ່ຈະເອົາມາພັດທະນາ.

ສະເພາະນັກກິລາເອງໃນຊ່ວງຫລາຍປີຜ່ານມາໄປແຂ່ງຢູ່ຕ່າງປະເທດກໍໄດ້ຍິນແຕ່ເຂົາຊ່າລືກັນວ່າລົ້ມບານ. ຈາກສະຖິຕິຜູ້ຖືກລົງໂທດຈາກອົງການບານເຕະສາກົນມີເຖິງ 45 ຄົນ. ອີກຍ້ອນເລື່ອງງົບ, ເລື່ອງເງິນ ຈຶ່ງເຮັດໃຫ້ຄວາມຫ້າວຫັນມັນຄືໂສ້ບໍ່ເຄັ່ງ ແລະ ມາຮອດປັດຈຸບັນ ຢູ່ບ້ານເຮົາບໍ່ທັນມີສະໂມສອນອາຊີບບານເຕະຈັກສະໂມສອນເລີຍ. ອັນທີສາມຄືການພັດທະນາຄົນບໍ່ທັນໄປຕາມຫລັກມູນດ້ານພາລະສຶກສາຢ່າງແຂງແຮງ ໝາຍວ່າບໍ່ທັນໄປຕາມຮູບແບບໂຄງສ້າງການສຶກສາຂອງລາວຕາມ 5 ຫລັກມູນຢ່າງແຂງແຮງ, ຊ້ຳບໍ່ໜຳໃນໄລຍະສອງສາມປີຜ່ານມາພັດຖືກຜົນກະທົບຈາກໂຄວິດ-19 ຈົນເຮັດໃຫ້ການເຄື່ອນໄຫວກິລາທຸກປະເພດກາຍເປັນອຳມະພາດໄປໃນຕົວ.

ໃນໄລຍະນີ້ທີມຊາດຊຸດໃຫຍ່ ກໍໄດ້ເຂົ້າຮ່ວມແຂ່ງຂັນໃນລາຍການຊີງແຊ້ມແຫ່ງຊາດອາຊຽນ ຫລື AFF MITSUBISHI Eletric 2022 ຜູ້ນຳທີມແມ່ນຄູຝຶກຊາວເຢຍລະມັນ ທ່ານ ໄມເຄິລ ໄວ ຄູຝຶກທ່ານນີ້ເຫັນວ່າດີກວ່າຄູຝຶກຄົນເກົ່າຫລາຍ ເພາະວ່າລາວບໍ່ໄດ້ຢືນກອດເອິກຄຸມທີມໃນເວລາມີການແຂ່ງຂັນແບບສູ້ເປັນສູ້ຕາຍ ຜົນງານຜ່ານມາແມ່ນດີຫລາຍ ຄືດັ່ງທີ່ໄດ້ເວົ້າຜ່ານມາວ່າ ສາມາດນຳທີມຜ່ານເຂົ້າຮອບຊີງ ແຕ່ມາຄຸມທີມຊຸດໃຫຍ່ ຜົນອອກມາຄື  ບໍ່ໄດ້ຈັກຄະແນນເທື່ອ ແຖມຕິດລົບອອກ ເສຍໃຫ້ທີມຊາດຫວຽດນາມ 6 ປະຕູ, ເສຍໃຫ້ທີມຊາດ ມາເລ 5 ປະຕູ, ເສຍໃຫ້ ສິງກະໂປ 2 ປະຕູ.

ເຖິງຢ່າງໃດກໍດີ, ໃນອະນາຄົດຕໍ່ໜ້າ ຄົນລາວເຮົາຍັງພໍມີຄວາມຫວັງທີ່ຈະເຫັນຜົນງານຂອງນັກກິລາບານເຕະລາວຫວນກັບມາໂດ່ງດັງ ແລະ ມີການພັດທະນາທີ່ດີຂຶ້ນເໝືອນດັ່ງປະເທດເພື່ອນບ້ານເຂົາ.