ມີທາງດີທາງສະອາດ ໄດ້ມາດຕະຖານ ແຕ່ຍັງຂາດຄວາມເປັນເຈົ້າການປົກປັກຮັກສາ
ໂດຍ: ທິດກໍ່າ ໃນຍຸກປັດຈຸບັນ, ສປປ ລາວ ຂອງພວກເຮົາຕ້ອງຍອມຮັບວ່າພວມໄດ້ຮັບການສ້າງສາພັດທະນາກ້າວໄປຢ່າງບໍ່ຢຸດຢັ້ງ, ໜຶ່ງໃນໂຄງການພັດທະນາດ້ານຕ່າງໆກໍແມ່ນການສ້າງຖະໜົນຫົນທາງລະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ແຂວງຕໍ່ແຂວງ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ນັບແຕ່ຕົວເມືອງເຖິງຊົນນະບົດ. ຈາກສະພາບຕົວຈິງທີ່ໄດ້ເຫັນໃນປັດຈຸບັນ ກໍຄືການສ້າງເສັ້ນທາງ 13 ໃຕ້ ນັບແຕ່ຍ່ານຫລັກ 71 ໄປຫາປາກຊັນເລີຍກາຍໄປຮອດທາງແບ່ງຫລັກ 20…










