ເລັ່ງສົ່ງເສີມການຜະລິດສິນຄ້າກະສິກໍາເພື່ອຄວາມຮັ່ງມີຂອງຊາດ
ໂດຍ: ທິດກໍ່າໃນອະນາຄົດເຊື່ອແນ່ວ່າສິນຄ້າກະສິກໍາຂອງລາວເຮົາຈະເປັນທ່າແຮງໜຶ່ງໃນການສ້າງລາຍຮັບໃຫ້ຜູ້ປະກອບການ ແລະ ເປັນລາຍຮັບມະຫາສານຂະແໜງໜຶ່ງຂອງຊາດລາວເຮົາ ເພາະມີຕະຫລາດໃຫຍ່ເພື່ອສົ່ງອອກໄປຍັງ ສປ ຈີນ ແລະ ເອີຣົບ ຂໍພຽງແຕ່ເຮົາຕ້ອງບຸກທະລຸຄວາມພ້ອມຕ່າງໆໃນການຜະລິດ ນັບແຕ່ກາລະໂອກາດນີ້ເປັນຕົ້ນໄປ. ສ່ວນປັດໄຈທີ່ເອື້ອອໍານວຍນັ້ນມັນກໍມີຫລາຍຢ່າງທາງດ້ານພູມສັນຖານ, ດ້ານການຜະລິດ, ການສົ່ງອອກ ແລະ ໃນດ້ານຕົວບົດກົດໝາຍ.ຈາກສະຖິຕິຕົວເລກສົ່ງອອກສິນຄ້າກະສິກໍາທີ່ນໍາເອົາເມັດເງິນເຂົ້າປະເທດໃນປີ 2023 ຫາປີ 2024 ໃນຈໍານວນສິບລາຍການທີ່ໄດ້ສົ່ງອອກກໍໄດ້ແກ່:…










