ປ່ຽນຊື່ເກົ່າເອົາຊື່ໃໝ່ ຂໍໃຫ້ລຸລາບໄດ້ຜົນງານໃໝ່ມະຫາສານ

ໂດຍ: ທິດກໍ່າ
ວັນທີ 13 ສິງຫາ 2025 ຜ່ານມາ, ຄະນະຈັດຕັ້ງສູນກາງພັກ ໄດ້ອອກແຈ້ງການສະບັບເລກທີ 1344/ຄຈສພ ໄປຍັງທ່ານເຈົ້າຄອງນະຄອນ, ເຈົ້າແຂວງ ລົງໄປຮອດເຈົ້າເມືອງວ່າ ໃຫ້ຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງທ້ອງຖິ່ນ ຫລື ເວົ້າແຈ້ງກໍແມ່ນໃຫ້ປະຕິບັດການປ່ຽນຊື່ເກົ່າທີ່ເຄີຍເອີ້ນກັນມາຫລາຍສິບປີມາເປັນຊື່ໃໝ່. ຕົວຢ່າງຄື: ເຈົ້າຄອງນະຄອນຫລວງວຽງຈັນທີ່ເປັນຊື່ເອີ້ນເກົ່າ ມາເປັນຄະນະກໍາມະການປົກຄອງນະຄອນຫລວງວຽງຈັນ ຂຽນຫຍໍ້ວ່າ: “ຄປນວ”, ສ່ວນເຈົ້າແຂວງກໍເອີ້ນວ່າ: ຄະນະກໍາມະການປົກຄອງແຂວງ ຂຽນຊື່ຫຍໍ້ “ຄປຂ” ສໍາລັບເຈົ້າເມືອງກໍເອີ້ນວ່າ: ຄະນະກໍາມະການປົກຄອງເມືອງ ຂຽນຫຍໍ້ວ່າ: “ຄປມ” ແລະ ຂັ້ນຕາແສງກໍເອີ້ນວ່າ: ຄະນະກໍາມະການປົກຄອງຕາແສງ ຂຽນຊື່ຫຍໍ້ “ຄປຕ”. ໃນການປ່ຽນຊື່ຄັ້ງນີ້ແມ່ນປະຕິບັດຕາມລັດຖະທໍາມະນູນທີ່ໄດ້ປັບປຸງໃໝ່ໃນປີ 2025 ເຊິ່ງກອງປະຊຸມສະໄໝສາມັນຄັ້ງທີ 9 ຂອງສະພາແຫ່ງຊາດຊຸດທີ IX ໄດ້ຮັບຮອງຢ່າງເປັນເອກະສັນຄັ້ງຜ່ານມາ.
ຢ່າງໃດກໍດີ, ເມື່ອຫວນຄືນເບິ່ງການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງທ້ອງຖິ່ນໃນຫລາຍສິບປີຜ່ານມາ ພວກເຮົາກໍມີອັນດີ ແລະ ມີຜົນງານຢ່າງໃຫຍ່ຫລວງໃນພາລະກິດສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນສຸມໃສ່ປະຕິບັດມະຕິຄັ້ງທີ X, ທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດໃນແຕ່ລະໄລຍະ. ໃນຫລາຍ 10 ປີຜ່ານມາ, ເຖິງວ່າປະເທດຊາດບ້ານເມືອງໄດ້ປະສົບບັນຫາວິກິດຕ່າງໆ ໂດຍສະເພາະຜົນກະທົບຈາກໂຄວິດ-19, ບັນຫາໄພພິບັດນໍ້າຖ້ວມ, ເງິນກີບອ່ອນຄ່າ, ສິນຄ້າແພງຄ່າແຮງຕໍ່າ, ແຕ່ເບິ່ງພາບລວມທາງດ້ານເສດຖະກິດເຫັນວ່າມີການຂະຫຍາຍຕົວຕໍ່ເນື່ອງ, ສັງຄົມກໍມີຄວາມສະຫງົບໂດຍພື້ນຖານ, ປະເທດຊາດບ້ານເມືອງມີການພັດທະນາໄປຕິກໆ.
ແຕ່ໄປຄຽງຄູ່ກັນນັ້ນ ສິ່ງຫຍໍ້ທໍ້ທີ່ກົດໜ່ວງຄວາມຈະເລີນຂອງຊາດມັນກໍມີຫລາຍອັນຫລາຍຢ່າງຕາມມາ. ປາກົດການຫຍໍ້ທໍ້ທີ່ພົ້ນເດັ່ນແມ່ນບັນຫາການສໍ້ລາດບັງຫລວງໃນຖັນແຖວພະນັກງານລັດຢ່າງໜັກໜ່ວງ, ບັນຫາຢາເສບຕິດ, ການເງິນ, ການງານ ຈົນລັດຖະບານຕ້ອງໄດ້ຫັນເປັນວາລະແຫ່ງຊາດ, ແຮງງານລາວໄດ້ລຸຫລັ່ງໄປທໍາງານທີ່ຕ່າງປະເທດ. ຈາກສາເຫດທີ່ກ່າວມາຂ້າງເທິງສ່ວນໜຶ່ງກໍອາດເກີດມາຈາກຜູ້ເປັນເຈົ້າບໍ່ໄປຕາມປ່ອງລ່ອງຕາມແປວ. ບັນດາປາກົດການທີ່ສະແດງໃຫ້ເຫັນໃນພຶດຕິກໍາຈໍານວນໜຶ່ງກໍແມ່ນເກີດພະຍາດອາດຍາສິດ, ນັ່ງຢູ່ໂຕະຢູ່ຕັ່ງອອກແຕ່ຄໍາສັ່ງໃຫ້ຂັ້ນຮາກຖານເປັນຜູ້ເຮັດ ປາກເວົ້າມືຊີ້ເປັນພະນັກງານ 10 ຂານັ່ງຢູ່ແຕ່ຫ້ອງແອ, ບໍ່ລົງເຖິງຮາກຖານການຜະລິດ, ບໍ່ໄປຫາປະຊາຊົນໃນເວລາເຂົາຕົກທຸກໄດ້ຍາກ ຫລື ມີບັນຫາຂັດຂ້ອງໝອງໃຈ.
ການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນທ້ອງຖິ່ນ ຫລາຍກໍລະນີມະລຸມມະລ້ວຍແຕ່ພັດລາຍງານຂັ້ນເທິງແບບດອກໄມ້, ເຫັນແຕ່ຜົນປະໂຫຍດສ່ວນຕົວບໍ່ເຫັນຜົນປະໂຫຍດຂອງຊາດ ແລະ ປະຊາຊົນເປັນໃຫຍ່.
ເຖິງຢ່າງໃດກໍດີ, ຕໍ່ສິ່ງຫຍໍ້ທໍ້ທີ່ເກີດຂຶ້ນໃນຜ່ານມານັ້ນຂໍໃຫ້ເປັນເລື່ອງອະດີດ, ການປ່ຽນຊື່ເກົ່າເອົາຊື່ໃໝ່ຂໍໃຫ້ປະສົບຜົນສໍາເລັດແບບຕີຊ້າງນໍ້ານອງໃນພາລະກິດສ້າງສາພັດທະນາປະເທດຊາດຢ່າງກ້າວກະໂດດ, ຄວາມຈະເລີນກ້າວໜ້າຂອງນາໆອາຣິຍະປະເທດມັນເປັນຕົ້ນແບບໃຫ້ພວກເຮົາຕ້ອງສະດຸ້ງທາງດ້ານແນວຄິດ ແລະ ພຶດຕິກໍາແບບໂລຊິກໃນການນໍາພາປະເທດຊາດ ແລະ ປະຊາຊົນກ້າວສູ່ຄວາມຈະເລີນໃນຍຸກໃໝ່ສະໄໝໃໝ່ຢ່າງຈິງຈັງ ຈຶ່ງສາມາດນໍາເອົາໝາກຜົນອັນຍິ່ງໃຫຍ່ມາສູ່ບ້ານເມືອງ.

