ເລັ່ງສົ່ງເສີມການຜະລິດສິນຄ້າກະສິກໍາເພື່ອຄວາມຮັ່ງມີຂອງຊາດ
ໂດຍ: ທິດກໍ່າ
ໃນອະນາຄົດເຊື່ອແນ່ວ່າສິນຄ້າກະສິກໍາຂອງລາວເຮົາຈະເປັນທ່າແຮງໜຶ່ງໃນການສ້າງລາຍຮັບໃຫ້ຜູ້ປະກອບການ ແລະ ເປັນລາຍຮັບມະຫາສານຂະແໜງໜຶ່ງຂອງຊາດລາວເຮົາ ເພາະມີຕະຫລາດໃຫຍ່ເພື່ອສົ່ງອອກໄປຍັງ ສປ ຈີນ ແລະ ເອີຣົບ ຂໍພຽງແຕ່ເຮົາຕ້ອງບຸກທະລຸຄວາມພ້ອມຕ່າງໆໃນການຜະລິດ ນັບແຕ່ກາລະໂອກາດນີ້ເປັນຕົ້ນໄປ. ສ່ວນປັດໄຈທີ່ເອື້ອອໍານວຍນັ້ນມັນກໍມີຫລາຍຢ່າງທາງດ້ານພູມສັນຖານ, ດ້ານການຜະລິດ, ການສົ່ງອອກ ແລະ ໃນດ້ານຕົວບົດກົດໝາຍ.
ຈາກສະຖິຕິຕົວເລກສົ່ງອອກສິນຄ້າກະສິກໍາທີ່ນໍາເອົາເມັດເງິນເຂົ້າປະເທດໃນປີ 2023 ຫາປີ 2024 ໃນຈໍານວນສິບລາຍການທີ່ໄດ້ສົ່ງອອກກໍໄດ້ແກ່: ມັນຕົ້ນ 276 ລ້ານໂດລາ, ຢາງພາລາ 112 ລ້ານໂດລາ, ກ້ວຍ 89 ລ້ານໂດລາ, ກາເຟ 76 ລ້ານໂດລາ, ໝາກໂມ 69 ລ້ານໂດລາ, ສາລີ 28 ລ້ານໂດລາ, ໝາກຖົ່ວ 26 ລ້ານໂດລາ, ອ້ອຍ 12 ລ້ານໂດລາ, ເຂົ້າ 10 ລ້ານໂດລາ ແລະ ໝາກເດືອຍ 8 ລ້ານໂດລາ.
ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ປະເທດຂອງພວກເຮົາເປັນປະເທດທີ່ມີອາກາດຊຸມຊື່ນເໝາະແກ່ການປູກຝັງລ້ຽງສັດ. ເກືອບເວົ້າໄດ້ວ່າໃນບາງເຂດ ອາກາດໜາວເກືອບໝົດປີເຊັ່ນ: ເຂດພູພຽງບໍລະເວນ, ໃນເຂດແຂວງໄຊສົມບູນ ແລະ ເມືອງເຂດອື່ນໆທີ່ມີທົ່ງຫຍ້າ, ແຫລ່ງນໍ້າ ແລະ ພູຜາປ່າໄມ້ດົກໜາ. ສິ່ງເຫລົ່ານີ້ລະມັນເປັນປັດໄຈເອື້ອອໍານວຍໃຫ້ການຜະລິດສິນຄ້າກະສິກໍາເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ ແລະ ຫລາກຫລາຍ ເພື່ອເປັນສິນຄ້າສົ່ງອອກ. ສ່ວນປັດໄຈດ້ານອື່ນກໍມີຄວາມພ້ອມຢ່າງເຕັມສ່ວນຄື: ເຮົາມີສາຍທາງລົດລາວ-ຈີນ ແລະ ຕໍ່ໄປໃນອະນາຄົດບໍ່ນານຈະສາມາດເຊື່ອມຕໍ່ໄປຮອດບັນດາປະເທດອາຊີ-ເອີຣົບຢ່າງເຕັມສ່ວນ. ສ່ວນອີກປັດໄຈໜຶ່ງທີ່ສໍາຄັນກໍຄືພັກ ແລະ ລັດຖະບານເຮົາມີການເປີດກວ້າງການລົງທຶນ ນັບທັງການລົງທຶນພາຍໃນ ແລະ ຕ່າງປະເທດ.
ຢ່າງໃດກໍດີ, ມາຮອດປັດຈຸບັນ ພວກເຮົາເຫັນວ່າການຜະລິດສິນຄ້າດ້ານກະສິກໍາໄດ້ເລີ່ມເຫັນແສງສະຫວ່າງທີ່ປາຍອຸມົງ. ບັນດາສິນຄ້າທີ່ຈະມາແຮງແຊງໃນຫລາຍໆປະເພດກໍຄືໝາກຖົ່ວລຽນທີ່ພວມນິຍົມກັນປູກໃນທົ່ວປະເທດ. ໃນຫລາຍທົດສະວັດຜ່ານມາ ເວົ້າເຖິງການຜະລິດສິນຄ້າກະສິກໍາຢູ່ປະເທດເຮົາຖືວ່າຍັງອ່ອນນ້ອຍທີ່ສຸດ ອັນສາເຫດກໍຍ້ອນມີຫລາຍປັດໄຈອັດຕັນ ອັນສໍາຄັນທີ່ສຸດຄືການຂົນສົ່ງ ເພາະບໍ່ມີທະເລຄືບ້ານເຂົາ. ແຕ່ມາຮອດປັດຈຸບັນ ລາວເຮົາມີສາຍທາງລົດໄຟລາວ-ຈີນ ໄດ້ປົດລັອກຈາກປະເທດທີ່ບໍ່ມີທາງອອກສູ່ທະເລກາຍເປັນປະເທດເຊື່ອມໂຍງເຊື່ອມຈອດຢູ່ໃນພາກພື້ນ ແລະ ທົ່ວໂລກ. ໃນອະນາຄົດອັນບໍ່ໄກ ລາວເຮົາກໍຈະມີສາຍທາງລົດໄຟຈາກລາວສູ່ຫວຽດນາມທ່າເຮືອຫວຸ່ງອ່າງ ສສ ຫວຽດນາມ. ສ່ວນທາງດ້ານຕາເວັນຕົກນັ້ນ ເຮົາກໍມີສາຍທາງລົດໄຟຈາກວຽງຈັນສູ່ບາງກອກ ປະເທດໄທແລ້ວ ແລະ ໃນອະນາຄົດເຮົາກໍຈະມີທາງລົດໄຟຄວາມໄວສູງຈາກລາວສູ່ໄທ ເຊື່ອມຈອດໄປຮອດມາເລເຊຍ ແລະ ສິງກະໂປ.
ເຖິງຢ່າງໃດກໍດີ, ໃນການບຸກທະລຸຜະລິດສິນຄ້າກະສິກໍາເພື່ອສົ່ງອອກ ພວກເຮົາກໍຕ້ອງໄດ້ຄໍານຶງເຖິງປັດໄຈອັນສໍາຄັນຄື: ຄຸນນະພາບຂອງສິນຄ້າຕ້ອງມາກ່ອນ. ນອກຈາກນັ້ນ ກໍແມ່ນການຫຸ້ມຫໍ່ ດີແທ້ຕ້ອງປອດສານພິດ ຕະຫລາດຈຶ່ງມີຄວາມຕ້ອງການສູງ. ໃນສະພາບປັດຈຸບັນ ແລະ ອະນາຄົດການຜະລິດສິນຄ້າກະສິກໍາເພື່ອສ່ົງອອກຄືທາງອອກໜຶ່ງສູ່ຄວາມມັ່ງຄັ່ງຮັ່ງມີຂອງປະເທດຊາດ ແລະ ປະຊາຊົນ ໂດຍສະເພາະຜູ້ປະກອບການຈະມີລາຍຮັບເປັນກອບເປັນກໍາຢ່າງມະຫາສານ.

