ເສດຖະສາດຂອງມາກ ຍັງບໍ່ພົ້ນສະໄໝ ສາມາດປະຍຸກໃຊ້ກັບຍຸກປັດຈຸບັນ

ໂດຍ: ທິດດີ

ພາຍຫຼັງບົດຄວາມໃນຫົວຂໍ້: ສົ່ງເສີມໃຫ້ນາຍທຶນມາລົງທຶນ ແຕ່ຢ່າໃຫ້ຕົນເອງຂາດທຶນ ຊຶ່ງບົດນັ້ນໄດ້ ວິເຄາະ ເລື່ອງ ທຶນ ແລະ ການລົງທຶນ ໃນຂົງເຂດພະລັງງານ  ຖືກລົງພິມ ແລະກໍ່ມີຜູ້ຕັ້ງບັນຫາເລື່ອງ ການປະກົດຕົວຂອງຊັ້ນຄົນ ນາຍທຶນແດງ ວ່າຊັ້ນ ກໍ່ເລີຍຢາກຮູ້ຕື່ມກ່ຽວກັບ ເສດຖະສາດ-ການເມືອງ ທີ່ທ່ານ ກາກມາກສ໌ ໄດ້ຂຽນໄວ້ໃນປຶ້ມ  DASKAPITAL ຂອງເພິ່ນວ່າຖ້າທຽບໃສ່ຍຸກປະຈຸບັນມັນກໍຫຼ້າສະໃໝແລ້ວຕິບໍ?ວ່າຊັ້ນ!  ແຕ່ວ່າ ມັນກໍມີການຢັ້ງຢືນວ່າ ຫຼັກມູນທາງທິດສະດີຂອງເພິ່ນ ຍັງຄົງຄຸນຄ່າບໍ່ທັນຫຼ້າສະໄໝ ສຳຄັນແມ່ນການໝູນໃຊ້ເຂົ້າກັບແຕ່ລະສັງຄົມ, ແຕ່ລະປະເທດໃນການພັດທະ ນາທາງດ້ານເສດຖະກິດ, ສຳລັບຊັ້ນຄົນ ນາຍທຶນແດງ ຍິ່ງມີຄວາມຈຳເປັນຕ້ອງໄດ້ຊອກຮູ້ ເພື່ອນຳໃຊ້ລະບົບນາຍທຶນເຂົ້າໃນການພັດທະນາສ້າງສາປະເທດຊາດດັ່ງຄຳວ່າ “ບໍ່ເຂົ້າຖ້ຳເສືອຈະຈັບເສືອໄດ້ແນວໃດ?”

ເສດຖະສາດ-ການເມືອງຂອງທ່ານກາກມາກສ໌ ແມ່ນການຄົ້ນຄວ້າກົດເກນເສດຖະກິດຂອງທຶນນິຍົມຊຶ່ງພົ້ນເດັ່ນແມ່ນ: ກົດເກນຄຸນຄ່າສ່ວນເກີນ; ການຜະລິດເປັນສິນຄ້າ; ທຶນ ແລະ ພາກສ່ວນປະກອບຂອງທຶນ ຊຶ່ງສິ່ງເຫຼົ່ານີ້ແມ່ນພື້ນຖານອັນຈຳເປັນໃນໂຄງສ້າງຂອງເສດຖະກິດ ທຶນນິຍົມ, ນອກນັ້ນມັນກໍມີເນື້ອຫາສາລະເຜັດຮ້ອນ, ອຸດົມຮັ່ງມີດ້ວຍທັດສະນະຕໍ່ສູ້ເພື່ອຜົນປະໂຫຍດຂອງຊົ້ນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ, ເສດຖະສາດຂອງ ມາກສ໌ມີລັກສະນະເຜີຍແບໃຫ້ເຫັນສິ່ງທີ່ເປັນແກ່ນສານທາດແທ້ຂອງທຶນ ຊຶ່ງເປັນເຄື່ອງມືອັນສຳຄັນທີ່ສຸດຂອງພວກນາຍທຶນ, ເພິ່ນໄດ້ຕີຄວາມໝາຍໃຫ້ເຫັນເປັນຮູບປະທຳທີ່ສຸດວ່າ: ທຶນແມ່ນແຮງງານຕາຍທີ່ປຽບເໝືອນຜີດູດເລືອດ ທີ່ຕ້ອງໄດ້ກິນເລືອດຈຶ່ງມີຊີວິດຢູ່ໄດ້ ຍິ່ງດູດເລືອດຫຼາຍເທົ່າໃດກໍຍິ່ງຂະຫຍາຍຕົວໄດ້ເທົ່ານັ້ນ.

ຖ້າຫາກ ທ່ານໄດ້ອ່ານປຶ້ມ “ທຶນ” ແລະ ເຂົ້າໃຈກົເກນມູນຄ່າ ຂອງ ມາກສ໌ແລ້ວ ຍິ່ງຈະເຫັນແຈ້ງວ່າ ການອະທິບາຍໃນແງ່ເສດຖະສາດກ່ຽວກັບທຶນຄືແນວນັ້ນ ແມ່ນຖືກກັບຄວາມເປັນຈິງ ຂອງລະບົບທຶນນິຍົມໃນເວລານັ້ນແທ້ໆ. ເສດຖະສາດຂອງມາກສ໌ ໃຊ້ວິທີວິເຄາະ ແລະ ສະເໜີບັນຫາຈາກ ອັນສະເພາະສູ່ອັນລວມ ຈາກວົງແຄບສູ່ວົງກວ້າງ ໂດຍເລີ່ມຈາກການໄຈ້ແຍກຄຸນທາດຂອງສິນຄ້າຢ່າງລະອຽດສາກ່ອນຈຶ່ງຂະຫຍາຍຂອບເຂດການວິເຄາະເຂົ້າສູ່ລະບອບສັງຄົມທຶນນິຍົມ, ຈາກນັ້ນຈຶ່ງຊີ້ໃຫ້ເຫັນອັນໃດທີ່ເປັນກົດເກນ ແລະ ລັກສະນະການພົວພັນຕ່າງໆໃນສັງຄົມ.

ເສດຖະສາດຂອງມາກສ໌ໄດ້ກຳນົດໄວ້ຢ່າງຈະແຈ້ງວ່າ ປັດໄຈອັນສຳຄັນທີ່ເປັນກຳລັງດັນໃຫ້ສັງຄົມຂະຫຍາຍຕົວນັ້ນ ແມ່ນກຳລັງການຜະລິດ ເພິ່ນໄດ້ໃຫ້ທັດສະນະຢ່າງກົງໄປກົງມາວ່າ ຖ້າລະບອບສັງຄົມໃດ ສາມາດສ້າງເງື່ອນໄຂໃຫ້ກຳລັງການຜະລິດຂະຫຍາຍຕົວສູງເທົ່າໃດ ລະບອບສັງຄົມນັ້ນກໍຈະມີຄວາມສາມາດພັດທະນາຂຶ້ນສູ່ລະດັບສູງເທົ່ານັ້ນ ໃນທາງກົງກັນຂ້າມເພິ່ນກໍໄດ້ເຕືອນຢ່າງຈິງໃຈວ່າ ຖ້າຫາກລະບອບສັງຄົມໃດກົດໜ່ວງຄວາມກ້າວໜ້າຂອງກຳລັງການຜະລິດ ແລະ ເຮັດໃຫ້ກຳລັງການຜະລິດມີການຂະຫຍາຍຕົວຕ່ຳ, ລະບອບສັງຄົມນັ້ນກໍຈະບໍ່ສາມາດພັດທະນາສູ່ຄວາມກ້າວໜ້າໄດ້.

ທ່ານມາກສ໌ ຈຶ່ງໄດ້ເຜີຍໃຫ້ເຫັນ “ກົດເກນ ວ່າດ້ວຍຄວາມສອດຄ່ອງລະຫວ່າງ ການພົວພັນການຜະລິດ ກັບລັກສະນະ ແລະ ລະດັບການຂະຫຍາຍຕົວຂອງກຳລັງການຜະລິດ” ໂດຍໄດ້ຢືນຢັນວ່າ ຈະແມ່ນໃນລະບອບສັງຄົມໃດກໍຕາມ ຖ້າຫາກການພົວພັນການຜະລິດ(ເປັນຕົ້ນແມ່ນການພົວພັນດ້ານກຳມະສິດ, ດ້ານການຄຸ້ມຄອງ ແລະ ການແຈກຢາຍ) ບໍ່ສອດຄ່ອງ ຫຼື  ຍິ່ງໄປກວ່ານັ້ນ ແມ່ນກົດໜ່ວງຄວາມກ້າວໜ້າຂະຫຍາຍຕົວ ຂອງກຳລັງການຜະລິດ, ລະບອບສັງຄົມນັ້ນ ຈະຕ້ອງລົ້ມລະລາຍຢ່າງຫຼີກລ່ຽງບໍ່ໄດ້. ດ້ວຍເຫດນີ້ເອງເສດຖະສາດຂອງມາກສ໌ຈຶ່ງແມ່ນເສດຖະສາດການເມືອງ; ເຂົ້າໃຈຫຼັກມູນເສດຖະສາດການເມອງຂອງມາກສ໌ ໝາຍເຖິງເຂົ້າກ່ຽວກັບວ່າ ຄວາມກ້າວໜ້າຂະຫຍາຍຕົວຂອງກຳລັງການຜະລິດນັ້ນເອງ ແມ່ນປັດໄຈຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມ.

ທ່ານ ມາກສ໌ ໄດ້ຢືນຢັນທັດສະນະຂອງເພິ່ນກ່ຽວກັບເລື່ຶອງນີ້ວ່າ: ການຈະຕີລາຄາວ່າແບບວິທີການຜະລິດໜຶ່ງແບບກ້າວໜ້າ ຫຼື ບໍ່ນັ້ນ ບໍ່ແມ່ນຈະຕີລາຄາຢູ່ບ່ອນວ່າ ສງຄົມນັ້ນຜະລິດຫຍັງໄດ້ແດ່ ແລະ ຜະລິດໄດ້ໜ້ອຍຫຼາຍປານໃດ, ແຕ່ຕ້ອງຕີລາຄາບົນພື້ນຖານຄວາມຈິງທີ່ວ່າ ສັງຄົມນັ້ນຜະລິດສິ່ງໃດສິ່ງໜຶ່ງອອກມາດ້ວຍຄົນຄືແນວໃດ, ດ້ວຍພາຫະນະການຜະລິດຄືແນວໃດ? ອັນນີ້ໝາຍຄວາມວ່າ ເພິ່ນຖືກຳລັງການຜະລິດ ແລະເຕັກໂນໂລຊີການຜະລິດ ເປັນສິ່ງຕັດສິນການຕີລາຄາຄວາມກ້າວໜ້າຂອງສັງຄົມ. ແຕ່ເວົ້າແນວນີ້ບໍ່ໄດ້ໝາຍຄວາມວ່າເພິ່ນຖືເບົາ ເບິ່ງກາຍການພົວພັນການຜະລິດໂດຍສະເພາະແມ່ນ ບັນຫາກຳມະສິດຕໍ່ຊັບສິນສ່ວນລວມເຊັ່ນ: ທີ່ດິນ, ແຫຼ່ງຊັບພະຍາກອນທຳມະຊາດ….ລວມທັງການຄຸ້ມຄອງ ແລະ ການແຈກຢາຍທີ່ເປັນທຳ.

ດ້ວຍທັດສະນະແນວຄິດທາງເສດຖະສາດອັນເປັນລະບົບດັ່ງທີ່ກ່າວມານັ້ນ ທ່ານ ມາກສ໌ຈຶ່ງໄດ້ຖືກຂະໜານນາມວ່າ ນັກຄິດ, ນັກທິດສະດີ ແລະ  ເປັນນັກເສດຖະສາດຜູ້ໜຶ່ງ ທີ່ສຳຄັນຂອງໂລກ, ເຖິງວ່າວັນເວລາຕັ້ງແຕ່ຍຸກ ຂອງມາກສ໌ໄດ້ຜ່ານໄປຫຼາຍແລ້ວກໍຕາມ, ແຕ່ຫຼັກມູນທາງທິດສະດີຂອງເພິ່ນ ກໍຍັງຄົງຄຸນຄ່າໄວ້ໂດຍບໍ່ຈືດຈາງ. ນັ້ນຄືບາງຂໍ້ມູນທີ່ຊອກຫາໄດ້ມາຈາກຫຼາຍແຫຼ່ງຂ່າວນຳມາສະເໜີໃຫ້ເພື່ອນຜູ້ອ່າານໄດ້ຮັບຊາບ ແລະ ຮັບຮູ້ວ່າ ເສດຖະສາດຂອງ ມາກສ໌ ຍັງມີຄຸນຄ່າສຳລັບການພັດທະນາເສດຖະກິດຕໍ່ບັນດາປະເທດຕ່າງໆໃນໂລກ ໂດຍບໍ່ມີຄຳວ່າ ພົ້ນສະໄໝ.