ປາບປາມການສໍ້ລາດບັງຫລວງ ທວງຄືນຄວາມຍຸດຕິທຳ ນຳພາປະເທດຊາດສູ່ຄວາມຈະເລີນ

ປາບປາມການສໍ້ລາດບັງຫລວງ ທວງຄືນຄວາມຍຸດຕິທຳ ນຳພາປະເທດຊາດສູ່ຄວາມຈະເລີນ

ໂດຍ: ທິດກໍ່າ

ເມື່ອເວົ້າເຖິງເລື່ອງການສໍ້ລາດບັງຫລວງ ນັບວ່າເປັນສິ່ງທີ່ສັງຄົມໂລກລັງກຽດ ແຕ່ທຸກໆປະເທດໃນໂລກຊໍ້າພັດມີການສໍ້ລາດບັງຫລວງຢູ່ຢ່າງທົ່ວເຖິງ ຕ່າງແຕ່ຈະມີໜ້ອຍຫລາຍ ແລະ ການປາບປາມແຕກຕ່າງກັນໄປ ເຊິ່ງທັງໝົດນັ້ນມັນເກີດຈາກຄວາມເຫັນແກ່ຕົວຂອງບຸກຄົນ, ກຸ່ມຄົນ ຈົນສ້າງຄວາມເລື່ອມລໍ້າທາງສັງຄົມ ແລະ ພາໃກ້ເກີດມີຊົນຊັ້ນຢ່າງຊັດເຈນ.

ການສໍ້ລາດບັງຫລວງ ເປັນພະຍາດມະເຮັງຊໍາເຮື້ອແພ່ລາມໄປໃນທົ່ວສັງຄົມລາວ ເຮັດໃຫ້ກົດໝາຍບໍ່ສັກສິດ ທັງເຮັດໃຫ້ວຽກງານກວດກາພັກ-ລັດບໍ່ເຂັ້ມແຂງເດັດຂາດລວາດແຂ້ວເຕົ່າຖືກຂູດເກົາເຜົາລ້າງເທົ່າໃດມັນກໍບໍ່ຕື່ນ, ບໍ່ຄັນ, ບໍ່ເຈັບ, ບໍ່ປວດ ສຸດທ້າຍມາມັນກໍແຜ່ລາມໄປທົ່ວສັງຄັມ ແບບໄກ່ເຫັນຕີນງູ ງູເຫັນນົມໄກ່, ໃຜມືຍາວສາວໄດ້ສາວເອົາ ເຊິ່ງບໍ່ຕ່າງຫຍັງກັບປວກເຈາະໄມ້ມອດເຈາະເຮືອນປະໄວ້ດົນເທົ່າໃດຕົ້ນໄມ້ນັ້ນກໍຈະລົ້ມ ເຮືອນຫລັງນັ້ນກໍຈະເພພັງ ປະເທດຊາດປະສົບບັນຫາວິກິດດ້ານເສດຖະກິດ-ການເງິນ ເພາະເງິນຂອງລັດທຸກກີບທຸກອັດຈໍານວນບໍ່ໜ້ອຍມັນໄປເຂົ້າຖົງບຸກຄົນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.

ທິດກໍ່າຈຶ່ງເວົ້າວ່າ ການສໍ້ລາດບັງຫລວງ ຄືໜຶ່ງໃນປັດໄຈທີ່ເຮັດໃຫ້ເສດຖະກິດ-ການເງິນຂອງປະເທດບໍ່ເຂັ້ມ ໃນໄລຍະຜ່ານມາ ຕົວຢ່າງດັ່ງທີ່ເຫັນສະພາບເງິນເຟີ້, ສິນຄ້າແພງ, ຄ່າແຮງຕໍ່າກາຍເປັນຕົ້ນເຫດກົດໜ່ວງບາດກ້າວເດີນໃນການສ້າງສາພັດທະນາປະເທດຊາດໂດຍລວມ. ນີ້ຄືຄວາມອັນຕະລາຍຮ້າຍກາດຂອງພະຍາດສໍ້ລາດບັງຫລວງ ເຊິ່ງບໍ່ແມ່ນແຕ່ທິດກໍ່າເວົ້າດອກ ຄົນອື່ນໆກໍເວົ້າຄືກັນ ແລະ ບັນດານັກເສດຖະສາດໃນປະເທດທົ່ວໂລກກໍເວົ້າວ່າ ການສໍ້ລາດບັງຫລວງ ຫລື ຄໍຣັບຊັນ ຄືອຸປະສັກໃຫຍ່ຫລວງຂອງການພັດທະນາເສດຖະກິດ ແລະ ສ້າງຄວາມວິກິດແກ່ປະເທດຊາດໄດ້”.

ຫາກຕັ້ງໂຈດກັນວ່າ, ເມື່ອໃດການສໍ້ລາດບັງຫລວງຈຶ່ງຈະໝົດໄປໃນສັງຄົມລາວເຮົາ. ຄໍາຕອບກໍຄື ມັນຂຶ້ນກັບປັດໄຈໃຫຍ່ໆ 4 ຢ່າງຄື: 1. ກົດໝາຍຕ້ອງເປັນກົດໝາຍເຫລັກ, 1. ການຜະລິດພາຍໃນຕ້ອງເຂັ້ມແຂງ, ການສົ່ງອອກຕ້ອງຫລາຍກວ່າການນໍາເຂົ້າ, 3. ລາຍຮັບຂອງພະນັກງານ, ທະຫານ, ຕໍາຫລວດ ເພີ່ມຂຶ້ນໃນລະດັບແນ່ນອນພໍກິນ ພໍຢູ່ ພໍໃຊ້ ພໍຈ່າຍ ແລະ ມີສ່ວນທີ່ເຫລືອໄວ້ໃນຄອບຄົວໃນລະດັບດີ, ສ່ວນປັດໄຈອັນທີສີ່ສຸດທ້າຍ ຕ້ອງກໍາຈັດພວກຕິດພະຍາດສໍ້ລາດບັງຫລວງດ້ວຍວິທີຕັດໄຟກ່ອນຕົ້ນລົມ. ໝາຍວ່າຕົກຈາກຕັ່ງແລ້ວແມ່ນບໍ່ໃຫ້ໄປນັ່ງຢູ່ເບາະຊານລັງ ທັງນີ້ກໍເພື່ອສະກັດກັ້ນບໍ່ໃຫ້ແພ່ລາມຊຶມເຊື້ອ ແລະ ຕິດແປດໄປໃສ່ຄົນອື່ນຢ່າງເດັດຂາດ.

ຢ່າງໃດກໍຕາມ, ວັນທີ 25 ກໍລະກົດ 2025 ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ອອກຄຳສັ່ງເປີດການສືບສວນ-ສອບສວນ ແລະ ນຳໃຊ້ມາດຕະການສະກັດກັ້ນ (ກັກຕົວ) ຕໍ່ພະນັກງານກ່ຽວຂ້ອງຈຳນວນ 2 ຄົນ ຄື: ອະດີດ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ອະດີດ ຫົວໜ້າຫ້ອງການສຶກສາສຳຫຼວດອອກແບບສາຍສົ່ງ ແລະ ສະຖານີ ໃນຂໍ້ກ່າວຫາ: ສໍ້ລາດບັງຫຼວງ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ.

ຕໍ່ມາວັນທີ 18 ກັນຍາ 2025 ກໍ່ໄດ້ມີລາຍງານຈາກວາລະວານກວດກາ ວ່າ: ອະດີດຫົວໜ້າກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອະດີດຫົວໜ້າຫ້ອງການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຖືກດຳເນີນຄະດີ ໃນຂໍ້ກ່າວຫາ ສໍ້ລາດບັງຫຼວງ. ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຈຶ່ງໄດ້ອອກຄຳສັ່ງເປີດການສືບສວນ-ສອບສວນ ແລະ ນໍາໃຊ້ມາດຕະການສະກັດກັ້ນ (ກັກຕົວ) ຕໍ່ພວກກ່ຽວໃນວັນທີ 25 ກໍລະກົດ 2025 ແລະ ວັນທີ 4 ກັນຍາ 2025 ໂດຍສອດຄ່ອງຕາມກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໃນຂໍ້ກ່າວຫາ: ສໍ້ລາດບັງຫຼວງ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ.

ປະຈຸບັນ ເຈົ້າໜ້າທີ່ພວມດໍາເນີນການສືບສວນ-ສອບສວນເພີ່ມເຕີມ ເພື່ອສະຫຼຸບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນ ເພື່ອຖະແຫຼງສັ່ງຟ້ອງຂຶ້ນສານຕາມຂັ້ນຕອນຂອງກົດໝາຍ. ສ່ວນພະນັກງານຈໍານວນໜຶ່ງ ຢູ່ກົມນໍ້າປະປາ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ມີການກະທໍາຜິດຮ່ວມກັບ ອະດີດຫົວໜ້າກົມນໍ້າປະປາ ກໍ່ກໍາລັງດໍາເນີນການທາງວິໄນດ້ານບໍລິຫານ ຕາມຄວາມຜິດຕົວຈິງ.

ໃນເງື່ອນໄຂທີ່ປະເທດຊາດຍັງທຸກຍາກ ແລະ ດ້ອຍພັດທະນາຄືສູ່ມື້ນີ້ ບັນຫາການກໍາຈັດການສໍ້ລາດບັງຫລວງເປັນເລື່ອງທີ່ບໍ່ງ່າຍ ເພາະຄວາມອຶດຢາກຍັງເປັນແອກເຕັງຄໍ, ປາກົດການຫຍໍ້ທໍ້ຕ່າງໆຍ່ອມເກີດຂຶ້ນ ໂດຍສະເພາະປຸ້ນຈີ້, ຂີ້ລັກງັດແງະ, ຢາເສບຕິດ, ສໍ້ລາດບັງຫລວງ, ສໍ້ຫລວງບັງລາດ ເມື່ອໃດປະເທດຊາດຮັ່ງມີ ລາຍຮັບຂອງຄົນໃນຊາດເພີ່ມຂຶ້ນສູງຢ່າງສະໝໍ່າສະເໝີ ໄປຄຽງຄູ່ກັບຕົວບົດກົດໝາຍເຂັ້ມແຂງເດັດຂາດ ຄົນລາວເປັນຈິດໜຶ່ງໃຈດຽວກັນ ພ້ອມກັນເປັນເຈົ້າການບຸກທະລຸສ້າງສາພັດທະນາປະເທດຊາດໃຫ້ນັບມື້ຈະເລີນຮຸ່ງເຮືອງທາງດ້ານວັດຖຸ ແລະ ຈິດໃຈ ສິ່ງຫຍໍ້ທໍ້ຕ່າງໆຍ່ອມໝົດໄປຈາກສັງຄົມລາວຢ່າງແນ່ນອນ.