ລາວ-ໄທ ທົບທວນ ແລະ ຫາລືການແກ້ໄຂບັນຫາ ຢາເສບຕິດບໍລິເວນຊາຍແດນ
ວັນທີ7ກັນຍາ2023ນີ້ ຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນໄທ-ລາວ ຈັດກອງປະຊຸມເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນລາວ-ໄທ,ໄທ-ລາວ ເປັນຄັ້ງທີ 4 ຂຶ້ນ ຝ່າຍລາວນໍາໂດຍ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນລາວ-ໄທ ແລະ ສະຫາຍ ພົນໂທ ສຸຣະສັກ ພຸດທະສຸວັນ ເຈົ້າກົມກິດຈະການຊາຍແດນທະຫານ,ຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນໄທ-ລາວ…










