IMF ຮຽກຮ້ອງໃຫ້ປະເທດ G20 ເພີ່ມແຫຼ່ງທຶນໂລກ ເພື່ອຊ່ວຍໃຫ້ພື້ນຖານເສດຖະກິດໂລກແຂງແຮງ ແລະ ໝັ້ນຄົງກວ່າເກົ່າ

ວັນທີ 10 ກັນຍາ ຜ່ານມາ, ທ່ານນາງ ຄຣິສຕາລິນາ ຈໍເຈຍວາ ຜູ້ອຳນວຍການໃຫຍ່ກອງທຶນການເງິນສາກົນ (IMF) ເນັ້ນໜັກເຖິງຄວາມຈຳເປັນທີ່ຈະຕ້ອງເພີ່ມແຫຼ່ງທຶນໃຫ້ແກ່ອົງການນີ້ກ່ອນທ້າຍປີ 2023, ພ້ອມດຽວກັນນັ້ນກໍຮຽກຮ້ອງໃຫ້ບັນດາສະມາຊິກຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ພົ້ນເດັ່ນແຖວໜ້າໂລກ (G20) ປະຕິບັດຄຳໝັ້ນສັນຍາສະໜອງທຶນ 100 ຕື້ໂດລາຕໍ່ປີ ໃຫ້ແກ່ກອງທຶນເພື່ອຫຼຸດຜ່ອນຄວາມເສຍຫາຍຈາກການປ່ຽນແປງຂອງດິນຟ້າອາກາດ.
ທ່ານນາງ ຄຣິສຕາລິນາ ຈໍເຈຍວາ ຍັງເນັ້ນໜັກວ່າ: ບັນດາປະເທດຍັງຕ້ອງລະດົມແຫຼ່ງທຶນພາຍໃນປະເທດເພື່ອສະໜອງທຶນ ແລະ ຄຸ້ມຄອງຂະບວນການຫັນປ່ຽນສີຂຽວໂດຍຜ່ານການປະຕິຮູບນະໂຍບາຍພາສີ, ເພີ່ມປະສິດທິຜົນການໃຊ້ຈ່າຍສາທາລະນະ, ສ້າງຄວາມເຂັ້ມແຂງໃຫ້ບັນດາອົງການການເງິນ ແລະ ພັດທະນາຕະຫຼາດໜີ້ສິນພາຍໃນຢ່າງເລິກເຊິ່ງ. ທ່ານຍັງຮຽກຮ້ອງໃຫ້ G20 ເສີມສ້າງເຄືອຂ່າຍຄວາມປອດໄພດ້ານການເງິນຂອງໂລກ. ເພື່ອຊ່ວຍໃຫ້ພື້ນຖານເສດຖະກິດໂລກແຂງແຮງ ແລະ ໝັ້ນຄົງກວ່າເກົ່າ, ບັນດາປະເທດຕ້ອງບັນລຸໄດ້ຂໍ້ຕົກລົງເພີ່ມທະວີແຫຼ່ງກຳລັງຊຸກຍູ້ໃຫ້ IMF ກ່ອນທ້າຍປີນີ້.
ສົນທິສັນຍາດັ່ງກ່າວຈະຮັບປະກັນແຫຼ່ງທຶນທີ່ຈຳເປັນສຳລັບຄວາມພະຍາຍາມສະໜັບສະໜູນດ້ານການເງິນທີ່ບໍ່ມີດອກເບ້ຍຂອງ IMF ໃຫ້ແກ່ປະເທດທີ່ທຸກຍາກທີ່ສຸດ ໂດຍຜ່ານກອງທຶນເພື່ອການເຕີບໂຕ ແລະ ຫຼຸດຜ່ອນຄວາມທຸກຍາກ.
ໃນກອງປະຊຸມ, ບັນດາປະເທດສະມາຊິກ G20 ຍັງໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການປະຕິຮູບບັນດາທະນາຄານພັດທະນາຫຼາຍຝ່າຍ ແລະ ຮັບເອົາບັນດາຂໍ້ສະເໜີກ່ຽວກັບການຄຸ້ມຄອງເງິນດີຈີຕອນໃນທົ່ວໂລກ.

