ສື່ເຮົາຕ້ອງໄດ້ປະສານສົມທົບກັນຫລາຍຂຶ້ນ

ໃນກອງປະຊຸມສາຂາສະມາຄົມນັກຂ່າວແຫ່ງ ສປປ ລາວ ປະຈຳພາກເໜືອ ທີ່ໄດ້ຈັດຂຶ້ນເມື່ອວັນທີ 14 ສິງຫານີ້ ທີ່ແຂວງຫລວງພະບາງ ເພື່ອສະຫລຸບຕີລາຄາການເຄື່ອນໄຫວວຽກງານຂອງສະມາຄົມໃນການຊີ້ນຳ-ນຳພາການຈັດຕັ້ງສື່ມວນຊົນຢູ່ບັນດາແຂວງພາກເໜືອ ຄືຫລວງພະບາງ, ໄຊຍະບູລີ, ບໍ່ແກ້ວ, ຫລວງນ້ຳທາ, ອຸດົມໄຊ, ຜົ້ງສາລີ, ຊຽງຂວາງ ແລະ ແຂວງຫົວພັນ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ຂອງຕົນໃນໄລຍະຜ່ານມາ ໄດ້ຍົກໃຫ້ເຫັນວ່າ: ໃນສະພາບແວດລ້ອມພາກພື້ນ ແລະ ສາກົນພວມມີການຜັນແປໄປຢ່າງສັບສົນ ແລະ ສິ່ງທ້າທາຍທົດສອບຫລາຍປະການ, ແຕ່ອົງການສື່ມວນຊົນຂອງເຮົາ ໂດຍສະເພາະຢູ່ບັນດາແຂວງພາກເໜືອໄດ້ມີການພັດທະນາ ແລະ ປ່ຽນແປງໃໝ່ຫລາຍດ້ານໄປຕາມທິດທາງທີ່ຕັ້ງໜ້າ ແລະ ຂະຫຍາຍຕົວຢ່າງໄວວາ, ໄລ່ມາຮອດປັດຈຸບັນຈຳນວນສື່ສິ່ງພິມ ແລະ ວາລະສານຕ່າງໆເພີ່ມເປັນ 25 ສະບັບ, ມີສະຖານີວິທະຍຸກະຈາຍສຽງ 29 ແຫ່ງ ແລະ ໂທລະສັບ 17 ແຫ່ງ ສາມາດກະຈາຍສຽງ ແລະ ພາບກວມເອົາແຕ່ 85-87% ຂອງພື້ນທີ່, ເນື້ອໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆກໍວ່ອງໄວ ແລະ ອຸດົມສົມບູນຫລາຍຂຶ້ນ ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມໄດ້ໂດຍພື້ນຖານ. ແຕ່ຄຽງຄູ່ກັນນັ້ນ ກອງປະຊຸມກໍໄດ້ຍົກໃຫ້ເຫັນບາງບັນຫາຈຸດອ່ອນ ແລະ ຂໍ້ຄົງຄ້າງຕ່າງໆທີ່ສື່ເຮົາຈະຕ້ອງໄດ້ປັບປຸງແກ້ໄຂ ໂດຍສະເພາະດ້ານເນື້ອໃນ ແລະ ຮູບການຂອງຂ່າວບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ບໍ່ທັນດຶງດູດຄວາມສົນໃຈຂອງຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມໄດ້. ຕໍ່ສະພາບດັ່ງກ່າວ ກອງປະຊຸມໄດ້ຕີລາຄາວ່າ: ຈຸດຕົ້ນຕໍແມ່ນກຳລັງສື່ມວນຊົນເຮົາຍັງເຮັດກະແຈກກະຈາຍ ເຮັດພໍໃຜພໍລາວ ໂດຍຂາດການປະສານສົມທົບແລກປ່ຽນຂໍ້ມູນຂ່າວສານນຳກັນໃຫ້ຫລາກຫລາຍ ແລະ ທ່ວງທັນເຫດການ. ດັ່ງນັ້ນ ເພື່ອແກ້ໄຂບັນຫານີ້ ກຳລັງສື່ມວນຊົນທ້ອງຖິ່ນຕ່າງໆເຫລົ່ານັ້ນຈະຕ້ອງໄດ້ເພີ່ມທະວີພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນຫລາຍຂຶ້ນ, ບົນຈິດໃຈອ້າຍຮູ້ສອງນ້ອງຮູ້ໜຶ່ງ ເພື່ອປະສານງານກັນໃຫ້ແໜ້ນແຟ້ນ ແລະ ເປັນປົກກະຕິ ເພື່ອສາມາດລົງເລິກໃນການຂຸດຄົ້ນແຫລ່ງຂ່າວທີ່ເປັນສາລະມາສູ່ສັງຄົມໃຫ້ນັບມື້ກວ້າງຂວາງເລິກເຊິ່ງ. ພ້ອມນັ້ນກໍຕ້ອງໄດ້ອອກແຮງຍົກສູງຄວາມຮູ້ຄວາມສາມາດຂອງພະນັກງານຂ່າວໃຫ້ນັບມື້ດີຂຶ້ນ ນັບທັງວຽກງານວິຊາສະເພາະ ແລະ ຄຸນທາດການເມືອງ, ຈັນຍາບັນຂອງນັກຂ່າວ ເພື່ອເຮັດສຳເລັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ. ພ້ອມນັ້ນເບື້ອງລັດກໍຈະຕ້ອງໄດ້ສຸມທຶນຮອນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ວັດຖຸອຸປະກອນການຜະລິດ ແລະ ຮັບ-ສົ່ງຂ່າວຈາກລະບົບລານາລົກໃນປັດຈຸບັນໄປສູ່ລະບົບດີຈີຕອນທີ່ທັນສະໄໝເທື່ອລະກ້າວ ເພື່ອສາມາດເຊື່ອມໂຍງເຂົ້າກັບຂົງເຂດພາກພື້ນ ແລະ ສາກົນໄດ້.

