ລັດຖະບານສັ່ງຫລຸດການອອກຫວຍຈາກ 8 ໃຫ້ລົງມາເປັນ 4 ຄັ້ງ/ເດືອນ ແລະ ໃຫ້ຢຸດເຊົາຫວຍທວາຍຜົນເຕະບານທັນທີ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 124/ຫສນຍ.ກລຂ, ລົງວັນທີ 17 ສິງຫາ 2017, ເລື່ອງການເຄື່ອນໄຫວວຽກງານຂອງບໍລິສັດ ລັດວິສາຫະກິດຫວຍພັດທະນາລາວ ໃນໄລຍະຜ່ານມາ ແລະ ທິດທາງການເຄື່ອນໄຫວໃນຕໍ່ໜ້າ, ໂດຍອີງໃສ່ການຊີ້ນຳ ແລະ ຕົກລົງເຫັນດີໃນກອງປະຊຸມລັດຖະບານ ຄັ້ງວັນທີ 14 ສິງຫາຜ່ານມານີ້, ຊຶ່ງແຈ້ງການໄດ້ລະບຸໄວ້ວ່າ: ເຫັນດີໃຫ້ຫລຸດຜ່ອນການອອກເລກລາງວັນຫວຍຂອງລັດວິສາຫະກິດຫວຍພັດທະນາລາວ ຈາກ 2 ຄັ້ງຕໍ່ອາທິດມາເປັນ 1 ຄັ້ງ/ອາ ທິດ ກໍຄື 8 ຄັ້ງລົງມາເປັນ 4 ຄັ້ງ/ເດືອນ, ແຕ່ໃຫ້ຮັບປະກັນຄວາມໂປ່ງໃສໃນການອອກລາງວັນແຕ່ລະຄັ້ງໃຫ້ແກ່ຜູ້ສ່ຽງໂຊກຊິງລາງວັນ, ໂດຍມອບໃຫ້ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເປັນຜູ້ຊີ້ນຳໃນການປັບປຸງໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຂອງລັດວິສາຫະກິດດັ່ງກ່າວໃຫ້ກະທັດຮັດ ແລະ ເໝາະສົມ ເພື່ອເຮັດໃຫ້ການເຄື່ອນໄຫວດຳເນີນທຸລະກິດມີປະສິດທິຜົນ, ພ້ອມທັງໃຫ້ຢຸດເຊົາການເຄື່ອນໄຫວຫວຍທວາຍຜົນເຕະບານ ແລະ ດຳເນີນທຸລະກິດຫວຍ SMS ສຳລັບຜະລິດຕະພັນຫວຍທີ່ໄດ້ຮັບອະນຸຍາດແລ້ວ, ແຕ່ບໍ່ທັນໄດ້ເຄື່ອນໄຫວຄື: ຫວຍບິງໂກ້, ຫວຍໂລໂຕ ແມ່ນໃຫ້ຍົກເລີກໃບອະນຸຍາດ.
ສຳລັບຫວຍຂູດແມ່ນໃຫ້ສືບຕໍ່ຈຳໜ່າຍສະເພາະຈຳນວນທີ່ໄດ້ພິມຕົວຈິງແລ້ວ, ແຕ່ໃຫ້ຈຳກັດສະຖານທີ່ ແລະ ປະລິມານໃນການຈຳໜ່າຍຫວຍຂູດດັ່ງ ກ່າວລົງໃຫ້ເໝາະສົມ, ເມື່ອຂາຍຈຳນວນເກົ່າໝົດແລ້ວ ໃຫ້ສະຫລຸບລາຍງານລັດຖະບານ ເພື່ອຂໍທິດຊີ້ນຳໃນຕໍ່ໜ້າ. ຂະນະດຽວກັນ ວຽກງານດັ່ງກ່າວແມ່ນ ມອບໃຫ້ກະຊວງການເງິນ ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ເພື່ອກວດກາ ແລະ ຄຸ້ມຄອງຫ້າມບໍ່ໃຫ້ມີການຈຳໜ່າຍຫວຍເຖື່ອນຈາກຕ່າງປະເທດ, ຖ້າພົບກໍລະນີມີຜູ້ລະເມີດ ຫລື ຈຳໜ່າຍຫວຍເຖື່ອນດັ່ງກ່າວແມ່ນໃຫ້ດຳເນີນຄະດີຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

