ຈໍານວນຜູ້ເສຍຊີວິດຈາກເຫດນໍ້າຖ້ວມຢູ່ລີເບຍສູງເຖິງ 5.300 ຄົນແລ້ວ

ທາງການລີເບຍລາຍງານວ່າ: ຈໍານວນຜູ້ເສຍຊີວິດຈາກນໍ້າຖ້ວມໃຫຍ່ ຫລັງຝົນຕົກໜັກ ແລະ ເຂື່ອນແຕກຫລ້າສຸດສູງເຖິງ 5.300 ຄົນແລ້ວ. ຂະນະທີ່ອີກຢ່າງໜ້ອຍ 10.000 ຄົນຍັງສູນຫາຍ ໂດຍຄາດວ່າຈໍານວນຜູ້ເສຍຊີວິດອາດເພີ່ມສູງຂຶ້ນອີກ.
ເຫດການນໍ້າຖ້ວມໃຫຍ່ໃນຄັ້ງນີ້ເກີດຂຶ້ນຈາກພາຍຸແດນຽວ ເຊິ່ງພັດຖະຫລົ່ມທາງຕາເວັນອອກສຽງເໜືອຂອງລີເບຍ ໃນວັນທີ 11 ກັນຍາຜ່ານມາ ສົ່ງຜົນເຮັດໃຫ້ເຂື່ອນໃນເມືອງເດິນາ 2 ແຫ່ງແຕກ ມວນນໍ້າຈາກເຂື່ອນທັງສອງໄຫລເຂົ້າຖ້ວມຫລາຍເມືອງຂອງລີເບຍ ເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ.
ໂດຍເມືອງເດິນາໄດ້ຮັບຄວາມເສຍຫາຍຫລາຍທີ່ສຸດ ເຊິ່ງກະແສນໍ້າຮຸນແຮງໄດ້ທໍາລາຍທີ່ຢູ່ອາໄສຂອງປະຊາຊົນເປັນຈໍານວນຫລາຍ, ຖະໜົນ ແລະ ກະແສໄຟຟ້າຖືກຕັດຂາດ ປະຊາຊົນ 30.000 ກວ່າຄົນກາຍເປັນຄົນບໍ່ມີບ່ອນຢູ່ອາໄສ.
ທ່ານ ໂອຊາມາ ຮາໝັດ ນາຍົກລັດຖະມົນຕີຂອງລັດຖະບານ Government of National Stability (GNS) ເຊິ່ງຄວບຄຸມທາງຕາເວັນອອກສຽງເໜືອຂອງລີເບຍ ໄດ້ປະກາດໃຫ້ເມືອງເດິນາເປັນພື້ນທີ່ປະສົບໄພພິບັດແລ້ວ ແລະ ຂໍໃຫ້ມີການໄວ້ທຸກທົ່ວປະເທດ ແລະ ເອົາທຸງລົງເຄິ່ງເສົາເປັນເວລາ 3 ວັນ ໂດຍທ່ານ ເອສຊໍາ ອາບູ ເຊຣິບາ ລັດຖະມົນຕີກະຊວງພາຍໃນຂອງລັດຖະບານ GNS ໃຫ້ສໍາພາດວ່າ: ສະຖານະການປັດຈຸບັນຢູ່ໃນຂັ້ນວິກິດ ແລະ ລີເບຍຂໍຮັບການຊ່ວຍເຫລືອຈາກໜ່ວຍງານທ້ອງຖິ່ນ ແລະ ສາກົນຢ່າງຮີບດ່ວນ.

