ລາວ-ໄທ ທົບທວນ ແລະ ຫາລືການແກ້ໄຂບັນຫາ ຢາເສບຕິດບໍລິເວນຊາຍແດນ

ວັນທີ7ກັນຍາ2023ນີ້ ຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນໄທ-ລາວ ຈັດກອງປະຊຸມເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນລາວ-ໄທ,ໄທ-ລາວ ເປັນຄັ້ງທີ 4 ຂຶ້ນ  ຝ່າຍລາວນໍາໂດຍ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນລາວ-ໄທ ແລະ ສະຫາຍ ພົນໂທ ສຸຣະສັກ ພຸດທະສຸວັນ ເຈົ້າກົມກິດຈະການຊາຍແດນທະຫານ,ຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນໄທ-ລາວ ເປັນປະທານຮ່ວມຝ່າຍໄທ.

ການປະຊຸມຄັ້ງນີ້ກໍເພື່ອເປັນການປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ແລະ ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານຕາມເນື້ອໃນບົດບັນທຶກ ແລະ ຂໍ້ກໍານົດຂອງກອງປະຊຸມຂອງຄະນະປະຕິບັດງານເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນລາວ-ໄທ,ໄທ-ລາວ ຄັ້ງທີ3ຜ່ານມາ.ພ້ອມດຽວກັນ ກອງປະຊຸມຍັງໄດ້ມີການຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານຜ່ານມາຮ່ວມກັນຂອງທັງສອງຝ່າຍທີ່ມີການພົວພັນຮ່ວມມືກັນຢ່າງໜັກແໜ້ນ ເພື່ອແກ້ໄຂບັນຫາຢາເສບຕິດຕາມບໍລິເວນຊາຍແດນລາວ-ໄທ,ໄທ-ລາວໃຫ້ໝົດໄປເທື່ອລະກ້າວ ພ້ອມດຽວກັນຍັງເປັນການຮັກສາຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ເຊິ່ງເປັນການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນທັງສອງປະເທດ ສາມາດທໍາມາຫາກິນປະກອບອາຊີບການເຮັດທຸລະກິດການຄ້າ,ການທ່ອງທ່ຽວ, ການລົງທຶນ ແລະ ສາມາດເດີນທາງໄປມາຫາສູ່ກັນຢ່າງສະດວກສະບາຍ ແລະ ມີຄວາມປອດໄພ.ສໍາລັບປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເຮົາມີຊາຍແດນຕິດຈອດກັບປະເທດຣາຊາອານາຈັກໄທ ໂດຍມີແມ່ນໍ້າຂອງໄຫຼຜ່ານກາງມີທັງໝົດ9ແຂວງ ແລະ ໄດ້ຕິດຈອດກັບ12ຈັງຫວັດຂອງຣາຊາອານາຈັກໄທ.ດັ່ງນັ້ນການພົວພັນຮ່ວມມືກັນຈຶ່ງເປັນສິງຈໍາເປັນແລະສໍາຄັນໃນການຮ່ວມມືແກ້ໄຂບັນຫາຢາເສບຕິດ,ການຄ້າຂາຍສິງຜິດກົດໝາຍຕ່າງໆ ແລະ ບັນຫາອື່ນໆຕາມບໍລິເວນຊາຍແດນໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປເທື່ອລະກ້າວ ເຊິ່ງກອງປະຊຸມຍັງຈະໄດ້ມີການຜັດປ່ຽນກັນເປັນເຈົ້າພາບ.

ຈາກນັ້ນກອງປະຊຸມຄະນະປະທານທັງສອງຝ່າຍ ລາວ-ໄທ,ໄທ-ລາວ ຍັງໄດ້ມີການລົງນາມໃນບົດບັນທຶກກອງປະຊຸມເພື່ອເປັນການສືບຕໍ່ການພົວພັນຮ່ວມມື,ການແລກປ່ຽນຂໍ້ມູນຂ່າວສານຕ່າງໆຢ່າງຮອບດ້ານໃນການແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນລາວ-ໄທ,ໄທ-ລາວໃນອະນາຄົດຕໍ່ໜ້ານໍາອີກ.