ກະຊວງການເງິນຊີ້ແຈງຂອດຄຸ້ມຄອງງົບປະມານລະຫວ່າງສູນກາງ ແລະ ທ້ອງຖິ່ນ

ການຄຸ້ມຄອງງົບປະມານລະຫວ່າງສູນກາງ ແລະ ທ້ອງຖິ່ນ ຫລື ລະຫວ່າງຂະແໜງການດ້ວຍກັນ ເພື່ອແບ່ງຫົວໜ່ວຍທຸລະກິດທີ່ຈັດເກັບລາຍຮັບໃນສູນກາງ, ຂັ້ນແຂວງ, ເມືອງຕ່າງໆ ແມ່ນບັນຫາໜຶ່ງທີ່ສະພາແຫ່ງຊາດເຫັນວ່າຍັງມີຂອດຫຍຸ້ງຍາກ ແລະ ລັດຖະບານຄວນມີມາດຕະການແກ້ໄຂແນວໃດ.
ຕໍ່ບັນຫານີ້ກະຊວງການເງິນໄດ້ຊີ້ແຈງວ່າ: ໂດຍພື້ນຖານແມ່ນໄດ້ມີການປະສານສົມທົບແໜ້ນກັບບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ໃນການຈັດເກັບລາຍຮັບ, ໂດຍສະເພາະການແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງຂຶ້ນຕື່ມເຊັ່ນ: ການເກັບລາຍຮັບທີ່ດິນແມ່ນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມສະໜອງຂໍ້ມູນກ່ຽວກັບຖານລາຍຮັບ, ສ່ວນການແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງ, ການຄຸ້ມຄອງວັດຖຸອຸປະກອນນຳເຂົ້າຍົກເວັ້ນພາສີ-ອາກອນຕາມໂຄງການ, ການປະມູນຂາຍໄມ້ຂອງລັດ ແລະ ອື່ນໆ ແມ່ນໄດ້ປະສານສົມທົບກັບຂະແໜງກ່ຽວຂ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ທີ່ລະບຽບກົດໝາຍກໍານົດ. ສ່ວນການແບ່ງຫົວໜ່ວຍທຸລະກິດເພື່ອຈັດເກັບລາຍຮັບນັ້ນ, ເພື່ອຮັບປະກັນໃຫ້ລາຍຮັບສາມາດລວມສູນ ແລະ ມີປະສິດທິຜົນໃນການຈັດສັນແບ່ງປັນຄືນ, ຈຶ່ງກຳນົດເອົາຫົວໜ່ວຍຂະໜາດໃຫຍ່ໃຫ້ຂຶ້ນກັບສູນກາງຄຸ້ມຄອງ, ສ່ວນທ້ອງຖິ່ນແມ່ນຫົວໜ່ວຍຂະໜາດກາງ ແລະ ນ້ອຍ ແລະ ປັດຈຸບັນກຳລັງມີການສຶກສາຄົ້ນຄວ້າເພື່ອປັບປຸງ ແລະ ປະຕິຮູບການຄຸ້ມຄອງລາຍຮັບໃຫ້ມີປະສິດທິຜົນຫລາຍຂຶ້ນ, ພ້ອມທັງຈະໄດ້ປຶກສາຫາລືກັບບັນດາຂະແໜງການ ແລະ ທ້ອງຖິ່ນ, ລວມທັງບັນດາເມືອງ 3 ສ້າງ ເພີ່ມຕື່ມຕໍ່ທິດທາງ ແລະ ມາດຕະການຈັດຕັ້ງປະຕິບັດຕົວຈິງໃນຕໍ່ໜ້າ.
+ກະຊວງການເງິນຢຶນຢັນພະນັກງານລະເມີດ ຄໍາສັ່ງເລກທີ 15/ນຍ ຕ້ອງຖືກວິໄນເຂັ້ມງວດ
+ກະຊວງການເງິນຊີ້ແຈງການແກ້ໄຂບັນຫາໜີ້ສິນ
ສ່ວນຄວາມຄືບໜ້າໃນການປັບປຸງຖານລາຍຮັບຄືນໃໝ່ ແລະ ຫັນນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຈັດເກັບລາຍຮັບໃຫ້ມີປະສິດທິຜົນ ແລະ ຫລີກເວັ້ນການຮົ່ວໄຫລນັ້ນ, ມາຮອດປັດຈຸບັນແມ່ນພວມເລັ່ງລັດສະຫລຸບ ແລະ ສັງລວມບັນດາຂໍ້ມູນບັນຊີຖານລາຍຮັບທີ່ສາມາດເກັບກຳໄດ້ຈາກການລົງສຳຫລວດຕາມຄຳສັ່ງຂອງນາຍົກລັດຖະມົນຕີໃຫ້ສຳເລັດໂດຍໄວ, ໄປຄຽງຄູ່ກັບການລົງກວດກາຕົວຈິງ, ທັງແບບມາດຕະການລົງກວດກາໄວ ແລະ ກວດກາແບບປົກກະຕິ ເພື່ອກວດກາຄືນຖານຫົວໜ່ວຍທຸລະກິດເພື່ອຊອກໃຫ້ເຫັນວ່າຜ່ານມາການແຈ້ງມອບຖືກຕ້ອງຕາມຕົວຈິງ ຫລືບໍ່?, ເພື່ອແນໃສ່ຍົກຖານລາຍຮັບ ແລະ ໃຫ້ຫົວໜ່ວຍທີ່ມີເງື່ອນໄຂເຂົ້າສູ່ລະບົບອາກອນມູນຄ່າເພີ່ມໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ພ້ອມນີ້ກໍໄດ້ສືບຕໍ່ຂະຫຍາຍການນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າຊ່ວຍ ທັງໃນດ້ານການຄຸ້ມຄອງ ແລະ ການຈັດເກັບຕົວຈິງ ເຊັ່ນ: ພວມດໍາເນີນໂຄງການຕິດຕັ້ງລະບົບເຄື່ອງມືຈັດເກັບເງິນຢູ່ບັນດາຫົວໜ່ວຍທຸລະກິດຂະໜາດກາງ ແລະ ໃຫຍ່ ເປັນຕົ້ນ: ໂຮງແຮມ, ຮ້ານອາຫານ, ຫ້າງຊັບພະສິນຄ້າ ແລະ ຮ້ານຄ້າຕ່າງໆ ອ້ອມຂ້າງນະຄອນຫລວງວຽງຈັນ ແລະ ຈະຜັນຂະຫຍາຍໄປສູ່ແຂວງອື່ນໆ, ໄປຄຽງຄູ່ກັບການພັດທະນາລະບົບເກັບອາກອນຜ່ານທະນາຄານ, ໂທລະສັບມືຖື ແລະ ຊ່ອງທາງເອເລັກໂຕຣນິກອື່ນໆ.

