ບັນຫາຊາຍແດນລາວ-ກຳປູເຈຍກັບສູ່ສະພາບສະຫງົບສຸກ

ໃນປີ 2000 ເປັນຕົ້ນມາ ລາວ ແລະກຳປູເຈຍ ໄດ້ຮ່ວມກັນສຳຫລວດທິດ ເນັ່ງເສັ້ນຊາຍແດນສຳເລັດປະມານ 87% ຂອງລວງຍາວເສັ້ນຊາຍແດນທັງໝົດ ແລະ ໄດ້ກໍ່ສ້າງຫລັກໝາຍຊາຍແດນຈຳນວນ 121 ຫລັກໝາຍ ແລະ ຍັງຕ້ອງໄດ້ສືບຕໍ່ປຶກສາຫາລືເພື່ອແກ້ໄຂຮ່ວມກັນ ລວມທັງບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ທີ່ມີສະພາບພົ້ນເດັ່ນໃນປັດຈຸບັນ, ຊຶ່ງບໍລິເວນດັ່ງກ່າວ ທັງສອງຝ່າຍຍັງບໍ່ໄດ້ມີການສຳຫລວດ, ກຳນົດທິດເນັ່ງເສັ້ນຊາຍແດນ ແລະ ປັກຫລັກໝາຍຊາຍແດນຮ່ວມກັນເທື່ອ, ຍ້ອນສອງຝ່າຍມີທັດສະນະທີ່ແຕກຕ່າງກັນກ່ຽວກັບພື້ນຖານທີ່ເປັນບ່ອນອີງໃນການຂີດເສັ້ນຊາຍແດນ, ຊຶ່ງບໍລິເວນນີ້ ສອງປະເທດ ໄດ້ຕົກລົງເຫັນເປັນເອກກະພາບກັນວ່າ ເປັນຈຸດຄົງຄ້າງມິດຕະພາບ ແລະ ຫ້າມບໍ່ໃຫ້ມີການດຳເນີນກິດຈະການໃດໆຂອງຝ່າຍໃດຝ່າຍໜຶ່ງ ແລະ ໃຫ້ຮັກສາໄວ້ຢູ່ໃນສະພາບເດີມ ຈົນກວ່າທັງສອງຝ່າຍຈະຕົກລົງກຳນົດເສັ້ນຊາຍແດນ ແລະ ປັກຫລັກໝາຍຊາຍແດນສຳເລັດກ່ອນ.
ທ່ານຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດໄດ້ໃຫ້ສໍາ ພາດຕໍ່ສື່ມວນຊົນລາວໃນວັນທີ 17 ສິງຫານີ້, ທີ່ນະຄອນຫລວງວຽງຈັນ ກ່ຽວກັບບັນຫາທີ່ເກີດຂຶ້ນຢູ່ບໍລິເວນຊາຍແດນລາວ ແລະ ກຳປູເຈຍ ກໍຄືແຂວງອັດຕະປື ແລະ ແຂວງຊຽງແຕງວ່າ: ເມື່ອວັນທີ 12 ສິງຫາຜ່ານມານີ້, ສົມເດັດອັກຄະມະຫາເສນາບໍດີເຕໂຈ ຮຸນເຊນ ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຄະນະຜູ້ແທນຂັ້ນສູງຂອງກຳປູເຈຍ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ເພື່ອປຶກສາຫາລືຊອກຊ່ອງທາງແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດທີ່ກຳລັງເຄັ່ງຮ້ອນ, ໃນໂອກາດນີ້ ທ່ານ ສົມເດັດຮຸນເຊນ ໄດ້ພົບປະສອງຝ່າຍກັບທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂດຍສອງຝ່າຍໄດ້ປຶກສາຫາລືກ່ຽວກັບແນວທາງການແກ້ໄຂບັນຫາຊາຍແດນລະຫວ່າງແຂວງອັດຕະປື ແລະ ແຂວງຊຽງແຕງ ຢ່າງມິດຕະພາບຖານບ້ານພີ່ເມືອງນ້ອງທີ່ມີມູນເຊື້ອການພົວພັນທີ່ດີມາແຕ່ດົນນານ, ພາຍຫລັງສຳເລັດການພົບປະສອງນາຍົກລັດຖະມົນຕີລາວ ແລະ ກຳປູເຈຍ ໄດ້ຖະແຫລງການຮ່ວມຕໍ່ສື່ມວນຊົນກ່ຽວກັບຜົນການປຶກສາຫາລືຮ່ວມກັນ, ຊຶ່ງສອງຝ່າຍເຫັນດີຖອນກຳລັງທະ ຫານທີ່ບໍ່ທັນຖອນທັງໝົດຈາກບໍລິເວນຊາຍແດນທີ່ຍັງຄົງຄ້າງໃຫ້ກັບຄືນກົມກອງ ແລະ ທີ່ຕັ້ງເດີມບໍ່ໃຫ້ກາຍຕອນເຊົ້າວັນທີ 13 ສິງຫາ 2017, ພາຍຫລັງທີ່ສົມເດັດຮຸນເຊນ ໄດ້ສັ່ງໃຫ້ຢຸດຕິການສ້າງເສັ້ນທາງເຂົ້າໄປເຂດນັ້ນ ແລະ ເຫັນດີຖອນກອງກຳລັງທະຫານທີ່ໄປສະສົມໄວ້ໃນເຂດນັ້ນກັບຄືນກົມກອງ ເພື່ອເຮັດໃຫ້ສະຖານະການຄວາມເຄັ່ງຕຶງກ້າວເຂົ້າສູ່ຄວາມເປັນປົກກະຕິ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນທັງສອງປະເທດ ແລະ ຈະບໍ່ໃຫ້ເກີດເຫດການທີ່ບໍ່ເພີງປາຖະໜາຂຶ້ນຢ່າງແນ່ນອນ.
ຂະນະດຽວກັນ ສອງຝ່າຍເຫັນດີເປັນເອກກະພາບມອບໃຫ້ກະຊວງການຕ່າງປະເທດ ກໍຄືຄະນະກຳມະການຊາຍແດນຮ່ວມລາວ-ກຳປູເຈຍ, ກຳປູເຈຍ-ລາວ ສືບຕໍ່ພົບປະປຶກສາຫາລື ແລະ ເຈລະຈາແກ້ໄຂຈຸດຊາຍແດນທີ່ຍັງຄົງຄ້າງ ແລະ ໃຫ້ປັກຫລັກໝາຍຮ່ວມກັນໃຫ້ສຳເລັດໂດຍໄວເທົ່າທີ່ຈະໄວໄດ້, ໂດຍອີງໃສ່ຜົນສຳເລັດທີ່ຜ່ານມາ ແລະ ອີງຕາມເອກະສານ, ຫລັກຖານທີ່ກ່ຽວຂ້ອງທີ່ສອງຝ່າຍໄດ້ຮັບຮອງເອົາຮ່ວມກັນແລ້ວ, ລວມທັງສັນຍາ ແລະ ແຜນທີ່ຂອງສອງປະເທດທີ່ມີໃນປັດຈຸບັນເປັນພື້ນຖານໃນການປຶກສາຫາລືໃນຂັ້ນຕໍ່ໄປ. ມາຮອດປັດຈຸບັນ ສອງຝ່າຍໄດ້ຕົກລົງເຫັນດີ ສືບຕໍ່ສ້າງເງື່ອນໄຂໃຫ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນນຳກັນຢ່າງເປັນປົກກະຕິເພື່ອຮ່ວມກັນແກ້ໄຂບັນຫາລະຫວ່າງສອງປະເທດອີກດ້ວຍ.
ລາວ ແລະ ກຳປູເຈຍ ມີຊາຍແດນຮ່ວມກັນທັງໝົດ 535 ກິໂລແມັດ, ເບື້ອງລາວມີແຂວງຈຳປາສັກ ແລະ ອັດຕະປື, ເບື້ອງກຳປູເຈຍມີແຂວງເພຣນວິເຮຍ, ແຂວງຊຽງແຕງ ແລະ ແຂວງລັດຕະນະຄິຣີ. ໃນປີ 1995 ລັດຖະບານທັງສອງປະເທດ ໄດ້ຕົກລົງກັນໃຫ້ມີການສຳຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມກັນ, ໂດຍໄດ້ຕົກລົງຮັບຮອງເອົາ 4 ຫລັກການ ເພື່ອເປັນພື້ນຖານໃຫ້ແກ່ການສຳຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມກັນຄື: 1. ບົນພື້ນຖານຮັບຮູ້ເຂດແດນຕິດຕໍ່ກັນ, ເຂດແດນທີ່ມາແຕ່ເມື່ອຄາວຫົວເມືອງຂຶ້ນປະໄວ, ໂດຍອີງຕາມແຜນທີ່ 1/100.000 ແລະ ແຜນທີ່ອື່ນໆທີ່ກ່ຽວຂ້ອງພິມອອກແຕ່ປີ 1933-1953, ໂດຍພະແນກແຜນທີ່ຂອງອິນດູຈີນ; 2. ບົນພື້ນຖານຫລັກ ການຕ່າງໆທີ່ສາກົນຮັບຮູ້ກ່ຽວກັບການຂີດເສັ້ນຊາຍແດນ; 3. ບົນພື້ນຖານຄຳ ນຶງເຖິງເຂດທີ່ປະຊາຊົນຄຸ້ມຄອງຕົວຈິງທີ່ສືບທອດກັນມາຫລາຍເຊັ່ນຄົນແລ້ວ ແລະ 4. ບົນພື້ນຖານຂອງຄວາມສະເໝີພາບ, ທ່ຽງທຳ, ສົມເຫດສົມຜົນ, ຜ່ອນສັ້ນຜ່ອນຍາວໃຫ້ກັນ, ເຄົາລົບສິດ ແລະ ຜົນປະໂຫຍດຂອງກັນ ແລະ ເປັນເອກກະພາບຢ່າງສົມບູນ.

