ສານປະຊາຊົນນະຄອນຫລວງວຽງຈັນຈະເລັ່ງປັບປຸງຕົນເອງໃຫ້ມີຄວາມເຂັ້ມແຂງ

ເນື່ອງໃນໂອກາດວັນລັດຖະທໍາມະນູນ 15 ສິງຫາຄົບຮອບ 26 ປີ, ທ່ານ ແສງສຸວັນ ປະທານສານປະຊາຊົນນະຄອນຫລວງວຽງຈັນ ໄດ້ໃຫ້ສໍາພາດໜັງສືພີມລາວພັດທະນາວ່າ: ຈະປັບປຸງວຽກງານສານໃຫ້ເຂັ້ມແຂງກວ່າເກົ່າ, ໂດຍສະເພາະຈະເລັ່ງແກ້ໄຂການຕັດສີນຄະດີໃຫ້ມີຄວາມຍຸຕິທໍາ ແລະ ວ່ອງໄວຂຶ້ນ ເພື່ອໃຫ້ການປະຕິບັດຄໍາຕັດສີນຂອງສານມີຜົນສັກສິດ.
ທ່ານປະທານສານ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ສານປະຊາຊົນນະຄອນຫລວງວຽງຈັນ ກໍຄືສານປະຊາຊົນເຂດໄດ້ມີຄວາມພະຍາຍາມຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ກົດໝາຍເຂົ້າສູ່ວຽກງານຕົວຈິງ, ໂດຍໄດ້ຖືສໍາຄັນຕໍ່ການປັບປຸງສານຂັ້ນຕົ້ນໃຫ້ມີຄວາມເຂັ້ມແຂງໃນການຮັບໃຊ້ປະຊາຊົນ ເພື່ອແກ້ໄຂຂໍ້ຂັດແຍ່ງຕ່າງໆທີ່ເກີດຂຶ້ນ ແລະ ການຕັດສີນຄະດີໃຫ້ມີປະສິດທິພາບ, ຊຶ່ງຜ່ານມາເຫັນວ່າຫາງສຽງສັງຄົມຕໍ່ການຕັດສີນຂອງສານວ່າມີລັກສະນະແກ່ຍາວ, ຊັກຊ້າ ເຮັດໃຫ້ຄູ່ຄວາມບໍ່ພໍໃຈຄື: ໃນ 6 ເດືອນຜ່ານມາມີຄະດີເກີດຂຶ້ນພັນກວ່າເລື່ອງ, ແກ້ໄຂແລ້ວພຽງປະມານ 50%, ສ່ວນໃຫຍ່ແມ່ນຄະດີຢາເສບຕິດ, ຄະດີຄອບຄົວ ແລະ ບັນຫາເລື່ອງກໍາມະສິດທີ່ດິນ.
ແນວໃດກໍຕາມ, ເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ ສານປະຊາຊົນນະຄອນຫລວງວຽງຈັນຈະເລັ່ງປັບປຸງຕົນເອງໃຫ້ເຂັ້ມແຂງຂຶ້ນ, ໂດຍຈະສຸມໃສ່ຍົກສູງລະດັບຄວາມຮູ້ຄວາມສາມາດດ້ານວິຊາການ, ວິຊາກົດໝາຍໃຫ້ຜູ້ພິພາກສາຢ່າງເລິກເຊິ່ງ ແລະ ໜັກແໜ້ນ, ເພີ່ມທະວີຄົ້ນຄວ້າສໍານວນຄະດີ ແລະ ການນໍາໃຊ້ກົດໝາຍໃຫ້ຖືກຕ້ອງ, ຮັດກຸມ ແລະ ສອດຄ່ອງກັບຄວາມເປັນຈິງ ຖືເອົາການຕິດຕາມກວດກາ ແລະ ປະເມີນຜົນການພິຈາລະນາຕັດສີນຄະດີຂອງຜູ້ພິພາກສາ, ຊອກໃຫ້ເຫັນຜູ້ທີ່ອ່ອນເພື່ອກໍ່ສ້າງ ແລະ ຜູ້ລະເມີດກົດໝາຍເພື່ອສຶກສາອົບຮົມ ແລະ ປະຕິບັດວິໄນຕາມກໍລະນີໜັກເບົາຢ່າງເຂັ້ມງວດ.

