ການປະຕິບັດກົດໝາຍ 4 ສະບັບໃນຂົງເຂດສະພາແຫ່ງຊາດ ຕ້ອງສອດຄ່ອງ, ຄົບຖ້ວນ, ຮັດກຸມ ແລະ ມີປະສິດທິພາບ

ວັນທີ 11 ກັນຍາ 2023, ສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ໃນຂົງເຂດສະພາແຫ່ງຊາດ ປະກອບມີ: ກົດໝາຍວ່າດ້ວຍສະພາແຫ່ງຊາດ; ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ; ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ; ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ,
ທ່ານ ລິນຄຳ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງ ສະພາແຫ່ງຊາດກ່າວວ່າ: ໄລຍະຜ່ານມາກົດໝາຍ 4 ສະບັບນີ້ໄດ້ຮັບການປັບປຸງເປັນແຕ່ລະໄລຍະມາຫລາຍຄັ້ງແລ້ວ, ເຊິ່ງການປັບປຸງກົດໝາຍແຕ່ລະຄັ້ງໄດ້ເປັນບ່ອນອີງສໍາຄັນແກ່ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ນັບມື້ດີຂຶ້ນ. ເຖິງຢ່າງໃດກໍຕາມ, ການປັບປຸງໄລຍະຜ່ານມາກໍບໍ່ທັນໄດ້ປະຕິບັດສອດຄ່ອງກັບກົດໝາຍວ່າດ້ວຍການສ້າງນິຕິກໍາ ໂດຍສະເພາະຂັ້ນຕອນການປະເມີນການຈັດຕັ້ງປະຕິບັດ ແລະ ທາບທາມກົດໝາຍບໍ່ທັນເຮັດຢ່າງກວ້າງຂວາງມີພຽງແຕ່ຄະນະຮັບຜິດຊອບທີ່ໄດ້ຖືກມອບໝາຍເປັນຜູ້ປັບປຸງ ແລ້ວກໍນໍາເຂົ້າຜ່ານກອງປະຊຸມສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງ. ສະນັ້ນ, ເພື່ອເຮັດໃຫ້ມີບາງເນື້ອໃນບໍ່ທັນຮັດກຸມ ຊັດເຈນ ຈະແຈ້ງ ຈຶ່ງເຮັດໃຫ້ການເຄື່ອນ ໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນບາງດ້ານບໍ່ທັນມີຄຸນນະພາບເທົ່າທີ່ຄວນ.ສະນັ້ນຈຶ່ງຈຳເປັນຕ້ອງໄດ້ປັບປຸງເຄື່ອງມືສໍາຄັນນີ້ ເພື່ອເປັນບ່ອນອີງໃນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃນຕໍ່ໜ້າໃຫ້ເປັນລະບົບ, ຄົບຖ້ວນ, ຮັດກຸມ ແລະ ສາມາດປະຕິບັດໄດ້ຢ່າງມີປະສິດທິພາບ, ປະສິດທິຜົນ.
ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ ແມ່ນນິຕິກໍາພື້ນຖານຮັບປະກັນໃຫ້ແກ່ການປະຕິບັດສິດ ແລະ ປະຊາທິ ປະໄຕ ດ້ານການເມືອງຂອງປະຊາຊົນລາວບັນດາເຜົ່າ, ສ່ວນກົດໝາຍອີກ 3 ສະບັບ ແມ່ນວ່າດ້ວຍອົງ ການອໍານາດລັດ ເຊິ່ງຕິດພັນໂດຍກົງກັບການກໍານົດໂຄງປະກອບ, ກົງຈັກການຈັດຕັ້ງ, ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ກໍຄືກົນໄກການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ .

