ປະດັບຫລຽນໄຊພິລະອາດຫານຊັ້ນ II ແລະ ຫລຽນກາ ປກສ ໃຫ້ເຈົ້າແຂວງສະຫວັນນະເຂດ ພ້ອມມອບເງິນຊ່ວຍເຫລືອບັນເທົາທຸກໃຫ້ປະຊາຊົນປະສົບໄພນ້ຳຖ້ວມ

ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ປະດັບຫລຽນໄຊພິລະອາດຫານຊັ້ນ II ແລະ ຫລຽນກາປ້ອງກັນຄວາມສະຫງົບ ໃຫ້ເຈົ້າແຂວງສະຫວັນນະເຂດ; ພິທີ ໄດ້ຈັດຂຶ້ນໃນວັນທີ 6 ກັນຍາ 2023 ຢູ່ສະໂມສອນຫ້ອງວ່າການປົກຄອງແຂວງ.

ທ່ານ ພັອ ເຄນທະວີໄຊ ເພັດພະນາ ຮອງຫົວຫນ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ເລກທີ 4716/ກປທ, ວ່າດ້ວຍການມອບຫລຽນໄຊພິລະອາດຫານຊັ້ນ II ໃຫ້ແກ່ ທ່ານ ບຸນໂຈມ ອຸບົນປະເສີດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫລືອທາງດ້ານພາຫະນະ (ລົດໃຫຍ່ ຈຳນວນ 1 ຄັນ) ເພື່ອຮັບໃຊ້ ແລະ ອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ຂອງໂຮງຮຽນທິດສະດີການເມືອງກອງທັບ ໃຫ້ມີແບບແຜນທັນສະໄໝ ຕາມທິດ 4 ໜ້າທີ່ໃຫຍ່, 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນຄວາມສະຫງົບເລກທີ 1585/ປກສ, ວ່າດ້ວຍການມອບຫລຽນກາປ້ອງກັນຄວາມສະຫງົບໃຫ້ ທ່ານ ບຸນໂຈມ ອຸບົນປະເສີດ ທີ່ໄດ້ມອບລົດກະບະ ຈຳນວນ 2 ຄັນ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ ຂອງກະຊວງປ້ອງກັນຄວາມສະຫງົບ. ເຊິ່ງຜົນງານດັ່ງກ່າວ ເປັນການປະສ່ວນອັນສຳຄັນເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບໃຊ້ເຂົ້າໃນວຽກງານປົກປັກຮັກສາ ແລະ ພັດທະນາປະເທດຊາດ. ເຊິ່ງປະດັບຫລຽນ ໂດຍ ທ່ານ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

ຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມອບເງິນ 200 ລ້ານກີບ ເພື່ອຊ່ວຍເຫລືອບັນເທົາທຸກແກ່ປະຊາຊົນແຂວງສະຫວັນນະເຂດທີ່ຖືກຜົນກະທົບຈາກອຸທົກກະໄພໃນເດືອນສິງຫາຜ່ານມາ ພ້ອມທັງສະເເດງຄວາມເປັນຫ່ວງເປັນໄຍ ແລະ ຝາກກຳລັງໃຈເຖິງປະຊາຊົນທີ່ຖືກຜົນກະທົບຈາກເຫດການດັ່ງກ່າວ ຈົ່ງພ້ອມກັນຜ່ານຜ່າ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.