ປາກິດສະຖານຕອບໂຕ້ການໂຈມຕີອິນເດຍ ເລີ່ມປະຕິບັດການທະຫານ

        ຝ່າຍປະຊາສໍາພັນຂອງກອງທັບປາກິດສະຖານ (Inter-Services Public Relations – ISPR) ປະກາດວ່າ: ປາກິດສະຖານໄດ້ເລີ່ມໂຈມຕີຕອບໂຕ້ປະຕິບັດການທາງທະຫານຂອງອິນເດຍທີ່ເກີດຂຶ້ນໃນວັນທີ 7 ພຶດສະພາຜ່ານມາ ໂດຍເລີ່ມປະຕິບັດການທະຫານ Bunyan Marsoos. ພ້ອມກ່າວວ່າໄດ້ໂຈມຕີຖານທັບອາກາດຢູ່ເມືອງອຸທໍາປູ (Udhampur) ແລະ ສະໜາມບິນໃນເມືອງປາຕັງກົດ (Pathankot) ຂອງອິນເດຍໄດ້ສໍາເລັດ.

        ນອກຈາກນີ້, ແຫລ່ງຂ່າວດ້ານຄວາມໝັ້ນຍັງອ້າງວ່າ: ກອງທັບປາກິດສະຖານຍັງໄດ້ມຸ້ງເປົ້າໃສ່ສະຖານທີ່ເກັບລູກສອນໄຟ BrahMos ໃນເມືອງເບຍ (Beas) ລັດປັນຈາບຂອງອິນເດຍເຊັ່ນດຽວກັນ. ເບື້ອງຕົ້ນຍັງບໍ່ມີການຢືນຢັນຢ່າງເປັນທາງການຈາກອິນເດຍກ່ຽວກັບຄວາມເສຍຫາຍທີ່ເກີດຂຶ້ນ.

         ກອງທັບປາກິດສະຖານຍັງໂຈມຕີໃສ່ພື້ນທີ່ຂອງແຄຊາເມຍສ່ວນທີ່ຢູ່ພາຍໃຕ້ການປົກຄອງຂອງອິນເດຍ, ພ້ອມອ່າງວ່າ: ລະບົບໄຟຟ້າຂອງອິນເດຍຖືກໂຈມຕີທາງໄຊເບີ ຈົນໄດ້ຮັບຄວາມເສຍຫາຍ ເຊິ່ງເປັນສ່ວນໜຶ່ງຂອງປະຕິບັດການທາງທະຫານຄັ້ງນີ້.

         ປາກິດສະຖານລະບຸວ່າ: ປະຕິບັດການທີ່ອິນເດຍອ້າງວ່າມຸ້ງເປົ້າໃສ່ໂຄງລ່າງພື້ນຖານຂອງກຸ່ມກໍ່ການຮ້າຍໃນແຄຊາເມຍສ່ວນທີ່ປາກິດສະຖານຄອບຄອງນັ້ນ ໄດ້ສ້າງຄວາມເສຍຫາຍຢ່າງໜັກໃນເຂດພົນລະເຮືອນ, ສະຖານທີ່ຈັດພິທີທາງສາສະໜາ ແລະ ຖານທັບບາງແຫ່ງເປ່ເພເສຍຫາຍ ແລະ ມີພົນລະເຮືອນເສຍຊີວິດຈາກການໂຈມຕີດັ່ງກ່າວ ເຮັດໃຫ້ປາກິດສະຖານເຊື່ອວ່າ: ອິນເດຍຕັ້ງໃຈໂຈມຕີໂຄງລ່າງພື້ນຖານທາງທະຫານ ແລະ ເຂດພົນລະເຮືອນຂອງປາກິດສະຖານ.

        ໂດຍກອງທັບອິນເດຍຍັງໄດ້ຍິງລູກສອນໄຟໂຈມຕີຖານທັບສໍາຄັນຫລາຍແຫ່ງ ລວມທັງຖານທັບແຫ່ງໜຶ່ງເຊິ່ງຕັ້ງຢູ່ໃກ້ນະຄອນຫລວງອິສະລາມາບັດ ເມືອງຫລວງຂອງປາກິດສະຖານ ຈຶ່ງເຮັດໃຫ້ປາກິດສະຖານຕັດສິນໃຈເປີດປະຕິບັດການນີ້ ເພື່ອຕອບໂຕ້ອິນເດຍ. ຂະນະທີ່ອິນເດຍໃຫ້ຄໍາໝັ້ນວ່າ: ຈະຕອບໂຕ້ການໂຈມຕີທຸກຄັ້ງຈາກປາກິດສະຖານຢ່າງເໝາະສົມເຊັ່ນດຽວກັນ.

        ຂະນະທີ່ສະຖານະການເຄັ່ງຕຶງຢູ່ບໍລິເວນຊາຍແດນລະຫວ່າງທັງສອງປະເທດຍັງດໍາເນີນຕໍ່ໄປ ມີການໂຈມຕີກັນໄປມາ ທ່າມກາງຄວາມກັງວົນຂອງນາໆຊາດວ່າ: ຄວາມຂັດແຍ່ງອາດແຜ່ລາມກວ້າງຂຶ້ນ ໂດຍກຸ່ມປະເທດ G7 ໄດ້ອອກຖະແຫລງການຮຽກຮ້ອງໃຫ້ອິນເດຍ ແລະ ປາກິດສະຖານໃຊ້ຄວາມອົດກັ້ນຢ່າງເຖິງທີ່ສຸດ ແລະ ຫັນໜ້າເຂົ້າສູ່ການເຈລະຈາໂດຍກົງ ເນື່ອງຈາກເບິ່ງວ່າ ການຜະເຊີນໜ້າທາງທະຫານລະຫວ່າງ ອິນເດຍ-ປາກິດສະຖານ ເປັນ “ໄພຄຸກຄາມຮ້າຍແຮງ” ຕໍ່ສະຖຽນລະພາບຂອງພາກພື້ນ.

ອ້າງອີງ: