ມົງກຸດ ຣາຊະກຸມານ ມູຮຳມັດ ບິນ ຊັລມານ ໄດ້ຮັບການ ແຕ່ງຕັ້ງເປັນນາຍົກລັດຖະມົນຕີ ຊາອຸດິອາຣະເບຍ ຄົນໃໝ່

ມົງກຸດ ຣາຊະກຸມານ ມູຮຳມັດ ບິນ ຊັລມານ ໄດ້ຮັບການ ແຕ່ງຕັ້ງເປັນນາຍົກລັດຖະມົນຕີ ຊາອຸດິອາຣະເບຍ ຄົນໃໝ່

ໃນວັນທີ 27 ກັນຍາ 2022 ນີ້ ເຈົ້າຊາຍ ມູຮຳມັດ ບິນ ຊັລມານ ມົງກຸດຣາຊະກຸມານ ແຫ່ງຣາຊະວົງຊະອູດ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ຊາອຸດິອາຣະເບຍຄົນໃໝ່ ຫລັງມີການປັບຄະນະລັດຖະມົນຕີຄັ້ງໃໝ່ຕາມການຮັບສັ່ງຈາກສົມເດັດ ພະຣາຊາທິບໍດີ ຊັລມານ ບິນ ອັບດຸລອະຊີຊ ອາລ…

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີ ໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ

ໃນລະຫວ່າງວັນທີ 25-29 ກັນຍາ 2022 ນີ້, ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ພັນລະຍາ ພ້ອມດ້ວຍຄະນະ ໄດ້ເດີນທາງເພື່ອເຄື່ອນໄຫວວຽກງານ ຢູ່ປະເທດຍີ່ປຸ່ນ ແລະ ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ…

ທະນາຄານໂລກຫລຸດຄາດຄະເນ GDP ອາຊີຕາເວັນອອກ ເຫລືອ 3,2%

ທະນາຄານໂລກຫລຸດຄາດຄະເນ GDP ອາຊີຕາເວັນອອກ ເຫລືອ 3,2%

ທະນາຄານໂລກ ລະບຸ ເສດຖະກິດອາຊີຕາເວັນອອກ ແລະ ປາຊີຟິກ ຈະອ່ອນຕົວລົງຢ່າງວ່ອງໄວໃນປີນີ້ ເນື່ອງຈາກເສດຖະກິດຈີນຂະຫຍາຍຕົວຊ້າ ແຕ່ຈັງຫວະການຂະຫຍາຍຕົວຈະເລັ່ງຂຶ້ນໃນປີໜ້າ. ລາຍງານທະນາຄານໂລກຫລຸດຄາດຄະເນການເຕີບໃຫຍ່ປະຈຳປີ 2022 ຂອງພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ເຊິ່ງລວມທັງຈີນເຫລືອ 3,2% ຈາກ 5,0% ທີ່ເຄີຍຄາດຄະເນໄວ້ໃນເດືອນເມສາ ຫລັງປີ 2021…

ໄຕ້ຝຸ່ນໂນຣູກຽມພັດເຂົ້າຫວຽດນາມແຮງສຸດໃນຮອບເກືອບ 20 ປີ ອົບພະຍົບປະຊາຊົນ 3,7 ແສນຄົນ

ໄຕ້ຝຸ່ນໂນຣູກຽມພັດເຂົ້າຫວຽດນາມແຮງສຸດໃນຮອບເກືອບ 20 ປີ ອົບພະຍົບປະຊາຊົນ 3,7 ແສນຄົນ

ລັດຖະບານຫວຽດນາມສັ່ງອົບພະຍົບປະຊາຊົນໃນພື້ນທີ່ສ່ຽງ 370.000 ຄົນ ຈາກອິດທິພົນຂອງໄຕ້ຝຸ່ນໂນຣູ ເຊິ່ງອາດສ້າງຄວາມເສຍຫາຍໃຫ້ຫວຽດນາມ ຮຸນແຮງທີ່ສຸດໃນຮອບ 20 ປີ. ວັນທີ 27 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງຫວຽດນາມລາຍງານວ່າ: ໄຕ້ຝຸ່ນໂນຣູເຄື່ອນທີ່ອອກຈາກຟີລິບປິນແລ້ວ ສະສົມຄວາມໄວລົມເພີ່ມຂຶ້ນຈາກ 134 ເປັນ 149 ກິໂລແມັດຕໍ່ຊົ່ວໂມງ…

ເຈົ້າໜ້າທີ່ໄທ ເຂັ້ມງວດຕໍ່ ແຮງງານຕ່າງດ້າວ ທີ່ລັກລອບເຂົ້າເມືອງແບບຜິດກົດໝາຍ

ເຈົ້າໜ້າທີ່ໄທ ເຂັ້ມງວດຕໍ່ ແຮງງານຕ່າງດ້າວ ທີ່ລັກລອບເຂົ້າເມືອງແບບຜິດກົດໝາຍ

ສຳນັກຂ່າວ Thairath ລາຍງານວ່າ: ເວລາ 19:00 ໂມງ ຂອງວັນທີ 26 ກັນຍາ 2022 ເຈົ້າໜ້າທີ່ຕຳຫລວດທາງຫລວງ ຈັງຫວັດ ພັດທະລຸງ ປະເທດໄທ ຈັບກຸມລົດຕູ້ໂດຍສານ 2 ຄັນ ພ້ອມຄົນນຳພາເປັນຄົນໄທ 4 ຄົນ…

ທ່ານ ນາງ ຈໍ​ເຈຍ ​ເມ​ໂລ​ນີ (Georgia Meloni), ກຽມ​ຕົວ​ ເປັນ​ນາຍົກ ລັດຖະມົນຕີຍິງຄົນທຳ​ອິດ​ຂອງອີ​ຕາ​ລີ

ທ່ານ ນາງ ຈໍ​ເຈຍ ​ເມ​ໂລ​ນີ (Georgia Meloni), ກຽມ​ຕົວ​ ເປັນ​ນາຍົກ ລັດຖະມົນຕີຍິງຄົນທຳ​ອິດ​ຂອງອີ​ຕາ​ລີ

ຕາມ​ຂ່າວ​ຈາກ​ ​ໂຣມ, ທ່ານ ນາງ ຈໍ​ເຈຍ ​ເມ​ໂລ​ນີ (Georgia Meloni), ກຽມ​ຕົວ​ ເປັນ​ນາຍົກ ລັດຖະມົນຕີຍິງຄົນທຳ​ອິດ​ຂອງອີ​ຕາ​ລີຫລັງ​ຈາກຜົນ​ຄະ​ແນນ​ເລືອກ​ຕັ້ງທົ່ວ​​ໄປໃນ​ວັນ​ທີ25​ ກັນຍາ​ນີ້ ນັບ​ໄປ​ແລ້ວ ​ກວ່າ 90% ​ໄດ້​ຄະ​ແນນສຽງ ​ສ່ວນ​ໃຫຍ່ຈະ​ຊະນະ​ການ​ເລືອກ​ຕັ້ງ ຫລັງ​ຈາກ​ເປັນ​ຕົວ​ແທນ​ຂອງ​ພັກ The Brothers…

ຜູ້ນຳຟີລິບປິນສັ່ງເລັ່ງຊ່ວຍເຫລືອຜູ້ປະສົບໄພໄຕ້ຝຸ່ນໂນຣູ ມີຜູ້ເສຍຊີວິດແລ້ວ 5 ຄົນ

ຜູ້ນຳຟີລິບປິນສັ່ງເລັ່ງຊ່ວຍເຫລືອຜູ້ປະສົບໄພໄຕ້ຝຸ່ນໂນຣູ ມີຜູ້ເສຍຊີວິດແລ້ວ 5 ຄົນ

ປະທານາທິບໍດີ ເຟີດິນານ ມາຣກອດ ຈູເນຍ ຂອງຟີລິບປິນ ສັ່ງໃຫ້ສົ່ງເຄື່ອງຈຳເປັນຊ່ວຍຜູ້ປະສົບໄພໄຕ້ຝຸ່ນໂນຣູ ໂດຍຫລ້າສຸດມີລາຍງານຜູ້ເສຍຊີວິດແລ້ວຢ່າງໜ້ອຍ 5 ຄົນ. ທາງການຟີລິບປິນເລັ່ງກະຈາຍສິ່ງຂອງບັນເທົາທຸກສົ່ງໄປໃຫ້ຜູ້ປະສົບໄພນັບພັນຄົນ ຫລັງໄຕ້ຝຸ່ນໂນຣູ ຄວາມໄວລົມສູງສຸດໃກ້ສູນກາງ 185 ກິໂລແມັດຕໍ່ຊົ່ວໂມງ ພັດຂຶ້ນຝັ່ງນະຄອນຫລວງມະນິລາ ແລະ ແຂວງທາງເໜືອໃນວັນທີ 25 ກັນຍາ ໂດຍເປັນໄຕ້ຝຸ່ນລະດັບ…

ທ່ານ ປູຕິນ ປະນາມເຫດກວດຍິງໃນໂຮງຮຽນຣັດເຊຍ

ທ່ານ ປູຕິນ ປະນາມເຫດກວດຍິງໃນໂຮງຮຽນຣັດເຊຍ

ທ່ານ ດາມິທຣີ ເພສຄອບ ໂຄສົກທຳນຽບເກຣມລິນ ກ່າວວ່າ: ປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນຳຣັດເຊຍ ໄດ້ປະນາມເຫດກວດຍິງໃນໂຮງຮຽນແຫ່ງໜຶ່ງ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ. “ທ່ານປະທານາທິບໍດີສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດ ເຊິ່ງລວມທັງເດັກນັກຮຽນ ໂດຍເປັນການໂຈມຕີຂອງຜູ້ກໍ່ການຮ້າຍ ເຊິ່ງເປັນກຸ່ມນີໂອຟາສຊິສ ແລະ ທ່ານປະທານາທິບໍດີຫວັງວ່າຜູ້ທີ່ໄດ້ຮັບບາດເຈັບຈະຟື້ນຕົວໂດຍໄວຈາກການໂຈມຕີທີ່ໄຮ້ມະນຸດສະທຳໃນຄັ້ງນີ້” ທ່ານ…

ຈີນລົງໂທດຫົວໜ້າແກ້ງອັນຕະພານຕີຜູ້ຍິງ ຢູ່ຮ້ານອາຫານ ຕິດຄຸກ 24 ປີ

ຈີນລົງໂທດຫົວໜ້າແກ້ງອັນຕະພານຕີຜູ້ຍິງ ຢູ່ຮ້ານອາຫານ ຕິດຄຸກ 24 ປີ

ທາງການຈີນ ຕັດສິນລົງໂທດຫົວໜ້າແກ້ງທີ່ກໍ່ອາລະວາດຕີລູກຄ້າຜູ້ຍິງຂອງຮ້ານອາຫານແຫ່ງໜຶ່ງໃນເມືອງຖັງຊານ ເມື່ອຫລາຍເດືອນກ່ອນ ເຊິ່ງສ້າງກະແສຄວາມຄຽດແຄ້ນຕໍ່ຊາວຈີນທົ່ວປະເທດ. ວັນທີ 23 ກັນຍາ 2022, ສານປະຊາຊົນເຂດກວ່າງຢາງ ມົນທົນເຫີເປຍ ປະເທດຈີນ ໄດ້ຊີ້ຂາດວ່າ: ທ້າວ ເສິນຈື່ຊື່ ອາຍຸ 41 ປີ ເປັນຫົວໜ້າແກ້ງອັນຕະພານທີ່ກໍ່ເຫດອາດຊະຍາກຳຫລາຍຄະດີນັບແຕ່ປີ 2012. ທ້າວ…

ໄຕ້ຝຸ່ນ Noru ພັດຖະຫລົ່ມຟີລິບປິນ ປະຊາຊົນນັບພັນເລັ່ງອົບພະຍົບ ທາງການເຕືອນອາດເກີດນ້ຳຖ້ວມໜັກໃນມະນິລາ

ໄຕ້ຝຸ່ນ Noru ພັດຖະຫລົ່ມຟີລິບປິນ ປະຊາຊົນນັບພັນເລັ່ງອົບພະຍົບ ທາງການເຕືອນອາດເກີດນ້ຳຖ້ວມໜັກໃນມະນິລາ

ວັນທີ 25 ກັນຍາ 2022, ຊຸບເປີໄຕ້ຝຸ່ນ Noru ພັດຖະຫລົ່ມຟີລິບປິນ ສົ່ງຜົນໃຫ້ເກີດລົມພັດແຮງ, ຝົນຕົກໜັກ ແລະ ຄື້ນສູງ. ຂະນະທີ່ປະຊາຊົນ 8.300 ກວ່າຄົນຕ້ອງເລັ່ງອົບພະຍົບອອກຈາກພື້ນທີ່ສ່ຽງ ໂດຍ Noru ເປັນໄຕ້ຝຸ່ນຮຸນແຮງທີ່ສຸດທີ່ພັດເຂົ້າຟີລິບປິນໃນປີນີ້ ມີຄວາມໄວລົມສູງເຖິງ 195 ກິໂລແມັດຕໍ່ຊົ່ວໂມງ….