ຫວຽດນາມຂໍໃຫ້ນັກຮຽນຊ່ວຍກຳຈັດ ໜອນນ້ຳຍຸງລາຍແກ້ໄຂບັນຫາ ໄຂ້ເລືອດອອກລະບາດ

ນະຄອນຫລວງຮ່າໂນ້ຍຂອງຫວຽດນາມຈະຂໍໃຫ້ນັກຮຽນຊ່ວຍກັນກຳຈັດໜອນນ້ຳຍຸງລາຍໃນບໍລິເວນບ່ອນຢູ່ອາໄສ ເພື່ອປ້ອງກັນການລະບາດຂອງພະຍາດໄຂ້ເລືອດອອກ ເຊິ່ງຫລ້າສຸດມີຜູ້ຕິດເຊື້ອໄວຣັດແລ້ວຫລາຍກວ່າ 18.000 ຄົນ.
ສຳນັກງານສາທາລະນະສຸກຂອງເທສະບານນະຄອນຮ່າໂນ້ຍ ລະບຸໃນວັນທີ 21 ສິງຫານີ້ວ່າ: ໃນຈຳນວນຜູ້ເປັນໄຂ້ເລືອດອອກທັງໝົດ ມີຜູ້ເສຍຊີວິດແລ້ວ 7 ຄົນ, ຜູ້ປ່ວຍສ່ວນຫລາຍ ຫລື 90% ອາໄສຢູ່ເຂດພື້ນທີ່ຊັ້ນໃນຂອງຕົວເມືອງ. ຂະນະທີ່ອີກ 10% ອາໄສຢູ່ບໍລິເວນຊັ້ນນອກ, ທາງການໄດ້ມີການຈັດໜ່ວຍງານໄປພົ່ນຢາກຳຈັດໜອນນ້ຳຍຸງລາຍ ເຊິ່ງເປັນພາຫະນຳເຊື້ອພະຍາດຕາມສະຖານທີ່ຕ່າງໆ ລວມທັງຈະຂໍໃຫ້ນັກຮຽນຊ່ວຍກັນກຳຈັດແຫລ່ງເພາະພັນຂອງຍຸງລາຍໃນບ່ອນຢູ່ອາໄສນຳອີກ.
ກົມເວຊະສາດປ້ອງກັນຂອງຫວຽດນາມລາຍງານວ່າ: ໃນປີນີ້ພົບຜູ້ຕິດເຊື້ອໄຂ້ເລືອດອອກໃນປະເທດແລ້ວຫລາຍກວ່າ 90.600 ຄົນ ເພີ່ມຂຶ້ນຫລາຍກວ່າ 60% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາ, ສ່ວນຈຳນວນຜູ້ເສຍຊີວິດຈາກການຕິດເຊື້ອມີ 24 ຄົນ ເພີ່ມຂຶ້ນ 41%.

