ວິກິດໄຂ້ເລືອດອອກຢູ່ກົວເຕມາລາ ເສຍຊີວິດແລ້ວ 22 ຄົນ ຕິດເຊື້ອ 12.200 ກວ່າຄົນ

ສະຖານະການການແພ່ລະບາດຂອງພະຍາດໄຂ້ເລືອດອອກຢູ່ກົວເຕມາລາຢູ່ໃນຂັ້ນວິກິດ ມີຜູ້ຕິດເຊື້ອສະສົມຫລາຍກວ່າ 12.200 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 22 ຄົນ.

ວັນທີ 1 ກັນຍາ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກກົວເຕມາລາປະກາດສະຖານະການສຸກເສີນຈາກໄຂ້ເລືອດອອກພາຍໃນປະເທດ ເຊິ່ງນັບແຕ່ຕົ້ນປີນີ້ ມີຜູ້ຕິດເຊື້ອສະສົມຫລາຍກວ່າ 12.200 ຄົນ ເພີ່ມຂຶ້ນຫລາຍກວ່າສອງເທົ່າເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີ 2022 ແລະ ມີຜູ້ເສຍຊີວິດແລ້ວ 22 ຄົນ.

ທັງນີ້, ສະຖານະການການແພ່ລະບາດຂອງພະຍາດໄຂ້ເລືອດອອກຄັ້ງຮຸນແຮງທີ່ສຸດຂອງກົວເຕມາລາເກີດຂຶ້ນໃນປີ 2019 ມີຜູ້ຕິດເຊື້ອສະສົມຫລາຍກວ່າ 50.000 ຄົນ.

ຂະນະທີ່ອົງການອະນາໄມໂລກ (WHO) ເຕືອນວ່າ: ສະພາບການປ່ຽນແປງຂອງອາກາດໂລກທີ່ມີທ່າອ່ຽງທະວີຄວາມຮຸນແຮງຈະເຮັດໃຫ້ການແພ່ລະບາດຂອງພະຍາດໄຂ້ເລືອດອອກຮຸນແຮງຂຶ້ນເຊັ່ນກັນ.

ໄຂ້ເລືອດອອກຂ້າຊີວິດປະຊາກອນໂລກສູງເຖິງປີລະ 50-100 ລ້ານຄົນ ສ່ວນຫລາຍເປັນພົນລະເມືອງທີ່ອາໄສຢູ່ໃນປະເທດທີ່ມີພູມອາກາດຮ້ອນຊຸ່ມ, ເລີ່ມຕົ້ນຜູ້ຕິດເຊື້ອຈະມີອາການປວດຫົວ, ປວດຕາມຂໍ້, ເປັນໄຂ້ ແລະ ມີຜື່ນແດງຕາມຮ່າງກາຍ ແຕ່ຖ້າປ່ອຍໃຫ້ອາການຮຸນແຮງອາດເຮັດໃຫ້ເກີດສະພາບເກັດເລືອດຕໍ່າ ແລະ ຄວາມດັນເລືອດຕໍ່າຈົນຊັອກ ແລະ ເສຍຊີວິດ.