ອັດຕາເງິນເຟີ້ສີລັງກາເດືອນສິງຫາປີນີ້ ເພີ່ມເຖິງລະດັບ 70%

ອັດຕາເງິນເຟີ້ສີລັງກາເດືອນສິງຫາປີນີ້ ເພີ່ມເຖິງລະດັບ 70%

ອັດຕາເງິນເຟີ້ຂອງສີລັງກາ ປະຈຳເດືອນສິງຫາຜ່ານມາ ເພີ່ມຂຶ້ນຫລາຍກວ່າ 70%. ວັນທີ 22 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດຂອງສີລັງກາ ລາຍງານ ດັດຊະນີລາຄາຜູ້ບໍລິໂພກ (NCPI) ເຊິ່ງເປັນຕົວເລກທາງສະຖິຕິຂັ້ນພື້ນຖານ ທີ່ໃຊ້ເພື່ອຄິດໄລ່ອັດຕາເງິນເຟີ້ ວ່າສະຖິຕິປະຈຳເດືອນສິງຫາຜ່ານມາຢູ່ລະດັບ 70,2% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນຈາກສະຖິຕິຂອງເດືອນກໍລະກົດ…

ຈີນຕັດສິນລົງໂທດ “ອະດີດຫົວໜ້າຕຳຫລວດຊຽງໄຮ້” ຕິດຄຸກຕະຫລອດຊີວິດ ຂໍ້ຫາຮັບສິນບົນ

ຈີນຕັດສິນລົງໂທດ “ອະດີດຫົວໜ້າຕຳຫລວດຊຽງໄຮ້” ຕິດຄຸກຕະຫລອດຊີວິດ ຂໍ້ຫາຮັບສິນບົນ

ສານຈີນຕັດສິນໃຫ້ ອະດີດຜູ້ບັນຊາການຕຳຫລວດນະຄອນຊຽງໄຮ້ ຮັບໂທດຕິດຄຸກຕະຫລອດຊີວິດ ຈາກຄວາມຜິດຂໍ້ຫາຮັບສິນບົນ. ວັນທີ 22 ກັນຍາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ສານປະຊາຊົນຊັ້ນກາງ ຢູ່ເມືອງຖັງຊານ ໃນມົນທົນເຫີເປຍ ທາງຕອນເໜືອຂອງຈີນ ມີຄຳພິພາກສາໃນວັນທີ 21 ກັນຍາຜ່ານມາ ໃຫ້ທ່ານ ກົງ ເຕົ້າອັນ ອະດີດຮອງເຈົ້າເມືອງ…

ກອງປາບປາມໄທ ເປີດປະຕິບັດການ FAT FAST ບຸກຄົ້ນ 52 ຈຸດທົ່ວປະເທດ ກວາດລ້າງເຄືອຂ່າຍເວັບພະນັນອອນລາຍ

ກອງປາບປາມໄທ ເປີດປະຕິບັດການ FAT FAST ບຸກຄົ້ນ 52 ຈຸດທົ່ວປະເທດ ກວາດລ້າງເຄືອຂ່າຍເວັບພະນັນອອນລາຍ

ສຳນັກຂ່າວ Work point Today ລາຍງານໃຫ້ຮູ້ວ່າ:ໃນວັນທີ 22 ກັນຍາ 2022 ນີ້ ພົນຕຳຫລວດຕີ ມົນຕີ ເທດຂັນ ຜູ້ບັງຄັບການປາບປາມ ແລະ ພົນຕຳຫລວດເອກ ວິວັດ ຈິດໂສພາກຸນ ຜູ້ກຳກັບ 3 ກອງບັງຄັບການປາບປາມ…

‘ຕາລີບັນ’ ສັ່ງຫ້າມນຳໃຊ້ TikTok-PUBG ຊີ້ເນື້ອໃນຜິດສິນລະທຳ ເຮັດໃຫ້ເກີດຄວາມຮຸນແຮງ

‘ຕາລີບັນ’ ສັ່ງຫ້າມນຳໃຊ້ TikTok-PUBG ຊີ້ເນື້ອໃນຜິດສິນລະທຳ ເຮັດໃຫ້ເກີດຄວາມຮຸນແຮງ

ກະຊວງໂທລະຄົມມະນາຄົມ ‘ອັບການິດສະຖານ’ ສັ່ງຫ້າມນຳໃຊ້ແອັບພລິເຄຊັນຍອດນິຍົມຄື TikTok ແລະ PUBG ຊີ້ມີເນື້ອໃນທີ່ເຮັດໃຫ້ເກີດຄວາມຮຸນແຮງ ແລະ ຜິດສິນລະທຳ. ວັນທີ 17 ກັນຍາຜ່ານມາ, ສຳນັກຂ່າວ UNILAD ລາຍງານວ່າ: ກະຊວງໂທລະຄົມມະນາຄົມຂອງອັບການິດສະຖານ ໄດ້ອອກມາປະກາດວ່າ: ແອັບພລິເຄຊັນຊື່ດັງ ທີ່ໄດ້ຮັບຄວາມນິຍົມຢ່າງແພ່ຫລາຍເຊັ່ນ: TikTok…

ຄະນະຜູ້ແທນແຫ່ງ ສປປ ລາວ ສືບຕໍ່ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝ ທີ 77

ຄະນະຜູ້ແທນແຫ່ງ ສປປ ລາວ ສືບຕໍ່ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝ ທີ 77

ໃນວັນທີ 21 ກັນຍາ 2022, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ,​ ໄດ້ສືບຕໍ່ນໍາພາຄະນະຜູ້ແທນແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 77 ແລະ ກອງປະຊຸມປິ່ນອ້ອມລະດັບສູງຕ່າງໆ ທີ່ ນະຄອນນິວຢອກ,…

ADB ຫລຸດຄາດຄະເນເສດຖະກິດ “ປະເທດກຳລັງພັດທະນາ” ໃນອາຊີ ປີ 2022 ເຕີບໃຫຍ່ພຽງ 4,3%

ADB ຫລຸດຄາດຄະເນເສດຖະກິດ “ປະເທດກຳລັງພັດທະນາ” ໃນອາຊີ ປີ 2022 ເຕີບໃຫຍ່ພຽງ 4,3%

ວັນທີ 21 ກັນຍາ 2022, ທະນາຄານພັດທະນາອາຊີ (ADB) ຫລຸດຕົວເລກຄາດຄະເນການເຕີບໃຫຍ່ທາງເສດຖະກິດຂອງກຸ່ມປະເທດກຳລັງພັດທະນາໃນພາກພື້ນອາຊີ ແລະ ປາຊີຟິກໃນປີ 2022 ເຫລືອ 4,3% ທ່າມກາງຄວາມທ້າທາຍຫລາຍຢ່າງທີ່ສົ່ງຜົນກະທົບທົ່ວພາກພື້ນ. ລາຍງານວິເຄາະທ່າອ່ຽງເສດຖະກິດໃນພາກພື້ນອາຊີປະຈຳປີ 2022 ສະບັບປັບປຸງຫລ້າສຸດ ຫລຸດຕົວເລກຄາດຄະເນການເຕີບໃຫຍ່ທາງເສດຖະກິດຂອງພາກພື້ນອາຊີ ແລະ ປາຊີຟິກໃນປີ 2023…

ອົງການຢາເອີຣົບກະຕຸ້ນຮັບມື “ໂຄວິດ-19” ລະບາດຮອບໃໝ່

ອົງການຢາເອີຣົບກະຕຸ້ນຮັບມື “ໂຄວິດ-19” ລະບາດຮອບໃໝ່

ວັນທີ 20 ກັນຍາ 2022, ອົງການຢາແຫ່ງເອີຣົບລະບຸວ່າ: ການແພ່ລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ນັ້ນຍັງບໍ່ຈົບລົງ ເຖິງວ່າຈຳນວນຜູ້ຕິດເຊື້ອໃນພາກພື້ນເອີຣົບຈະຫລຸດລົງ. ພ້ອມກະຕຸ້ນເຕືອນກຸ່ມປະເທດເອີຣົບກຽມພ້ອມຮັບມືການແພ່ລະບາດຮອບໃໝ່. ທ່ານ ມາຣ໌ໂຄ ຄາວາເລີຣີ ຫົວໜ້າຝ່າຍໄພຄຸກຄາມທາງສຸຂະພາບ ແລະ ຍຸດທະສາດວັກຊີນຂອງອົງການຢາເອີຣົບ ອ້າງອີງຂໍ້ມູນລະບຸວ່າຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກພະຍາດໂຄວິດ-19 ໂດຍລວມຢູ່ເອີຣົບຫລຸດລົງໄລຍະບໍ່ເທົ່າໃດອາທິດຜ່ານມາ….

ເລຂາທິການ UN ຮຽກຮ້ອງທົ່ວໂລກ “ສາມັກຄີແບບພະຫຸພາຄີ” ເພື່ອຜ່ານພົ້ນວິກິດ

ເລຂາທິການ UN ຮຽກຮ້ອງທົ່ວໂລກ “ສາມັກຄີແບບພະຫຸພາຄີ” ເພື່ອຜ່ານພົ້ນວິກິດ

ທ່ານ ອັນໂຕນິໂອ ກູເຕີເຣສ ກ່າວວ່າ: ໂລກກຳລັງ “ຢູ່ໃນອັນຕະລາຍ ແລະ ເຈັບປວດຢ່າງໜັກ” ແລະ ຮຽກຮ້ອງທຸກປະເທດຮ່ວມມືກັນຢ່າງຈິງຈັງ “ໃນແບບພະຫຸພາຄີຢ່າງແທ້ຈິງ”. ວັນທີ 21 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ…

ຈີນກຽມຫລຸດຜ່ອນມາດຕະການສະກັດໂຄວິດ ເປີດທາງໃຫ້ນັກທ່ອງທ່ຽວຕ່າງປະເທດ ທ່ຽວຊົມພື້ນທີ່ຕາມຊາຍແດນໄດ້

ຈີນກຽມຫລຸດຜ່ອນມາດຕະການສະກັດໂຄວິດ ເປີດທາງໃຫ້ນັກທ່ອງທ່ຽວຕ່າງປະເທດ ທ່ຽວຊົມພື້ນທີ່ຕາມຊາຍແດນໄດ້

ວັນທີ 19 ກັນຍາ 2022, ລັດຖະບານຈີນໄດ້ອອກຮ່າງກົດເກນໃໝ່ ທີ່ເອື້ອອຳນວຍໃຫ້ຊາວຕ່າງປະເທດບາງສ່ວນສາມາດເດີນທາງເຂົ້າປະເທດ ເພື່ອມາທ່ຽວຊົມສະຖານທີ່ທ່ອງທ່ຽວຕາມຊາຍແດນຈີນໄດ້ງ່າຍຂຶ້ນ. ກະຊວງວັດທະນະທຳ ແລະ ການທ່ອງທ່ຽວຈີນ ເປີດເຜີຍວ່າ: ກຣຸບທົວທ່ອງທ່ຽວທີ່ມີບໍລິສັດທົວເບິ່ງແຍງຈະສາມາດເດີນທາງເຂົ້າມາທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ຢູ່ຕາມຊາຍແດນຂອງປະເທດໄດ້ ໂດຍສາມາດເລືອກພອດການເດີນທາງເຂົ້າ ແລະ ອອກປະເທດໄດ້ຢ່າງຢືດຢຸ່ນ ແຕ່ປັດຈຸບັນຍັງບໍ່ໄດ້ມີການເປີດເຜີຍສະຖານທີ່ ແລະ ກຳນົດວັນທີແນ່ນອນ. ນັບແຕ່ຕົ້ນປີ 2020…

ໄລຍະ ເດືອນ 7-8 ມີອັກຄີໄພເກີດຂຶ້ນ 5 ຄັ້ງ ມູນຄ່າຄວາມເສຍຫາຍ 400 ລ້ານກີບ

ໄລຍະ ເດືອນ 7-8 ມີອັກຄີໄພເກີດຂຶ້ນ 5 ຄັ້ງ ມູນຄ່າຄວາມເສຍຫາຍ 400 ລ້ານກີບ

ພັທ ພອນເທບ ບຸນປະເສີດ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນວ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ໃນວັນທີ 15 ກັນຍາ 2022 ວ່າ: ພາຍໃນ 2 ເດືອນ ຄື: ເດືອນກໍລະກົດ-ສິງຫາ…