ທ່ານ ນາງ ຈໍ​ເຈຍ ​ເມ​ໂລ​ນີ (Georgia Meloni), ກຽມ​ຕົວ​ ເປັນ​ນາຍົກ ລັດຖະມົນຕີຍິງຄົນທຳ​ອິດ​ຂອງອີ​ຕາ​ລີ

ຕາມ​ຂ່າວ​ຈາກ​ ​ໂຣມ, ທ່ານ ນາງ ຈໍ​ເຈຍ ​ເມ​ໂລ​ນີ (Georgia Meloni), ກຽມ​ຕົວ​ ເປັນ​ນາຍົກ ລັດຖະມົນຕີຍິງຄົນທຳ​ອິດ​ຂອງອີ​ຕາ​ລີຫລັງ​ຈາກຜົນ​ຄະ​ແນນ​ເລືອກ​ຕັ້ງທົ່ວ​​ໄປໃນ​ວັນ​ທີ25​ ກັນຍາ​ນີ້ ນັບ​ໄປ​ແລ້ວ ​ກວ່າ 90% ​ໄດ້​ຄະ​ແນນສຽງ ​ສ່ວນ​ໃຫຍ່ຈະ​ຊະນະ​ການ​ເລືອກ​ຕັ້ງ ຫລັງ​ຈາກ​ເປັນ​ຕົວ​ແທນ​ຂອງ​ພັກ The Brothers of Italy,​ ໄດ້​ຄະ​ແນນ​ສຽງ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ.
ປັດຈຸບັນ, ທ່ານ ນາງ ​ເຈຍ ​ເມ​ໂລ​ນີ, (Georgia Meloni) ອາຍຸ 45 ປີ ​ແລະ ເປັນສະມາຊິກ ສະພາ ຜູ້ແທນ ລາຊະ ດອນ ຕັ້ງແຕ່ປີ 2006 ແລະ ເປັນປະທານພັກ ຕັ້ງແຕ່ ປີ 2014.
ຂ່າວ: ຂປລ