ສຳລັບທິດທາງວຽກຈຸດສຸມໃນ 2 ປີເຄິ່ງ ຕໍ່ໜ້ານີ້ ຄະນະພັກ-ຄະນະນຳຂອງແຂວງສະຫວັນນະເຂດ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ຂຶ້ນລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາປະຊາຊົນແຂວງຊຸດທີ II ໃນວັນທີ 23 ສິງຫາ 2023 ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມໃນ ໄລຍະກາງສະໄໝຜ່ານມາ ແລະ ທິດທາງແຜນການທ້າຍສະໄໝ ໂດຍສະເພາະວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມ ທຸກຍາກ   ຊຶ່ງມີບາງຕອນສຳຄັນ ກ່າວວ່າ: ສຳລັບທິດທາງ, ວຽກຈຸດສຸມໃນ 2 ປີເຄິ່ງ ຕໍ່ໜ້ານີ້, ຄະນະພັກ-ຄະນະນຳຂອງແຂວງສະຫວັນນະເຂດ ຈະສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຫລຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດ ແລະຖືເອົາຄວາມທຸກຍາກເປັນສັດຕູໂຕສຳຄັນທີ່ຖ່ວງດຶງການພັດທະນາ, ປັດຈຸບັນທົ່ວ ແຂວງມີ 1.032 ບ້ານ, 207.569 ຄອບຄົວ ໃນນີ້: ມີບ້ານພົ້ນທຸກແລ້ວ 726 ບ້ານ, 141.330 ຄອບຄົວ ແລະ ບ້ານພັດທະນາໄດ້ 217 ບ້ານ, 112.716 ຄອບຄົວ ດັ່ງນັ້ນ, ໃນໄລຍະທ້າຍສະໄໝນີ້, ແຂວງ ຈະຕ້ອງສຸມໃສ່ 309 ບ້ານທີ່ຍັງ ບໍ່ທັນພົ້ນທຸກ ມີຈຳນວນ 66.239 ຄອບຄົວ ແລະ ສ້າງບ້ານພັດທະ ນາໃຫ້ບັນລຸ 421 ບ້ານ, 153.088 ຄອບຄົວ; ໂດຍສ້າງ ປັດໄຈພື້ນຖານຕ່າງໆ ທີ່ເປັນເງື່ອນໄຂ ໃຫ້ສາມາດບັນລຸມາດຕະຖານ ບ້ານພົ້ນທຸກໃນ 9 ເມືອງ, ໃນນີ້ ສ້າງນະ ຄອນໄກສອນພົມວິຫານ ແລະ 4 ເມືອງ ໃຫ້ເປັນເມືອງເຂັ້ມແຂງ ຮອບດ້ານຄື: ອຸທຸມພອນ, ຈໍາພອນ, ໄຊພູທອງ ແລະໄຊບູລີ  ແລະ ສ້າງເງື່ອນໄຂໃຫ້ບ້ານໃຫຍ່ຕື່ມ ຈໍານວນ 9 ບ້ານກາຍເປັນຕົວ ເມືອງນ້ອຍໃນຊົນນະບົດເທື່ອ ລະກ້າວຄື: ບ້ານຕັງອາໄລເກົ່າ ເມືອງນອງ, ບ້ານແກ້ວ ວິໄລ ເມືອງວິລະບູລີ, ບ້ານທວດເມືອງ ຈໍາພອນ, ບ້ານລະຫານໍ້າເມືອງ ສອງຄອນ, ບ້ານລໍາທວາຍ ເມືອງ ຊົນນະບູລີ, ບ້ານເຊກືເມືອງ ທ່າ ປາງທອງ, ບ້ານສີບຸນເຮືອງເມືອງ ພີນ, ບ້ານຫຼຽນໄຊ ເມືອງອາດ ສະພັງທອງ ແລະບ້ານໂນນມີໄຊ ເມືອງອາດສະພອນ; ສະເໜີດຳ ເນີນການສຳຫຼວດ, ຈັດສັນດິນ ເພື່ອແນໃສ່ອອກໃບຢັ້ງຢືນສິດ ນຳໃຊ້ທີ່ດິນຕາມລະບຽບກົດ ໝາຍໃຫ້ແກ່ປະຊາຊົນໃນບັນ ດາບ້ານທີ່ຕິດແປະ ແລະນອນຢູ່ ໃນເຂດປ່າສະຫງວນ; ປ່າປ້ອງ ກັນ ເຂດ 12 ເມືອງ, ຈຳນວນ 323 ບ້ານ, 41.497 ຄອບຄົວ ເພື່ອຮັບຮອງການຈັດສັນອາຊີບ ຄົງທີ່ໃຫ້ປະຊາຊົນ ແລະຕິດພັນກັບ ການສົົ່ງເສີມການຜະລິດກະສິ ກໍາເປັນສິນຄ້າໃນຮູບແບບ 2+3 ແລະຮູບແບບອື່ນໆທີ່ເໝາະສົມ  ພ້ອມທັງປະສານສົມທົບບັນດາ ຫົວໜ່ວຍທຸລະກິດ ເຂົ້າຊ່ວຍໃນ ການບຸກເບີກເນື້ອທີ່ປ່າໃຫ້ແກ່ ປະຊາຊົນ ເພື່ອທຳການຜະລິດ ຊຶ່ງສຸມໃສ່ສ້າງເງື່ອນໄຂເພື່ອ ລຶບລ້າງຄວາມທຸກຍາກ ໃນ 4 ຈຸດສຸມບູລິມະສິດຂອງແຂວງຄື: – ຈຸດສຸມຄຳປະແໜ ມອບຄວາມຮັບ ຜິດຊອບໃຫ້ຄະນະບໍລິຫານງານ ພັກເມືອງ, ເຈົ້າເມືອງໆຊົນນະບູລີ ແລະກຳລັງ ປກຊ-ປກສ, ອົງ ການຈັດຕັ້ງມະຫາຊົນນຳພາ-ຊີ້ນຳແກ້ໄຂຄວາມທຸກຍາກຈຸດ ສຸມຄຳປະແໜ ໂດຍຈັດສັນພູມລໍາ ເນົາ ແລະອາຊີບ ເພື່ອແກ້ໄຂການ ຂໍທານໃຫ້ແກ່ 142 ຄອບຄົວ, ທີ່ເປັນຊົນເຜົ່າກະຕາງ ໂດຍປັບປຸງ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ ອົງການປົກຄອງບ້ານເພື່ອແກ້ ໄຂປະກົດການຫຍໍ້ທໍ້ພາຍໃນບ້ານ,  ວາງມາດຕະການຄວບຄຸມຕໍ່ປະ ຊາຊົນທີ່ອອກໄປຂໍທານ, ສົ່ງກຳລັງ ປກຊ-ປກສ, ອົງການຈັດຕັ້ງ ມະຫາຊົນລົງປະຈຳ ແຕ່ລະຄອບ ຄົວ ເພື່ອນຳພາປະຊາຊົນທຳການ ຜະລິດຕາມທ່າແຮງຂອງແຕ່ລະຄອບຄົວ, ເປັນຕົ້ນການຜະລິດ ເຂົ້ານາປີ, ປູກພືດຜັກ, ລ້ຽງສັດນ້ອຍ, ລ້ຽງປາ ແລະ ປະກອບອາຊີບຕ່າງໆທີ່ເໝາະສົມ, ດຶງດູດ ແລະ ສົ່ງເສີມນັກທຸລະກິດໃຫ້ເຂົ້າ ໄປດຳເນີນກິດຈະການທາງດ້ານ ການຊື້-ຂາຍສິນຄ້າ ຫຼື ສ້າງຕະຫຼາດຢູ່ພາຍໃນຈຸດສຸມ; ຈຸດສຸມ ຕັງອາໄລ-ລະແບງເມືອງນອງ: ມອບຄວາມຮັບຜິດຊອບໃຫ້ຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆນອງນຳພາ-ຊີ້ນຳແກ້ ໄຂຄວາມທຸກຍາກ ຕິດພັນກັບການສ້າງເງື່ອນໄຂໃຫ້ເມືອງ ນອງກາຍເປັນເມືອງພົ້ນທຸກຈຳ ນວນ 12 ບ້ານ, ຈຳນວນ 801 ຄອບຄົວ, ໂດຍສຸມໃສ່ແກ້ໄຂມາດ ຕະຖານພົ້ນທຸກທີ່ຍັງຄົງຄ້າງຄື: ສຸມໃສ່ສືບຕໍ່ສໍາຫຼວດ-ຈັດສັນທີ່ ເນື້ອທີ່ດິນທໍາການຜະລິດໃຫ້ແກ່ ຄອບຄົວປະຊາຊົນໃນ 12 ບ້ານ, ກໍ່ສ້າງ ແລະປັບປຸງພື້ນຖານໂຄງ ລ່າງທີ່ຈໍາເປັນເຊັ່ນ: ຈັດຫານໍ້າສະ ອາດໃນ 5 ບ້ານ, ປັບປຸງເສັ້ນທາງ ໄປຫາບ້ານຕະຫຼຸງ, ສືບຕໍ່ຍົກຍ້າຍ ຈັດສັນປະຊາຊົນບ້ານລະແບງ ໂຄກ ຈໍານວນ 25 ຄອບຄົວທີ່ເຫຼືອ ມາໂຮມຢູ່ບ້ານຕັງອາໄລເກົ່າ, ຄົ້ນຄວ້າ ແລະສ້າງເງື່ອນໄຂໃນ ການຍົກຍ້າຍຈັດສັນປະຊາຊົນຕັງ ອາໄລເໜືອ 65 ຄອບຄົວ ແລະ ຕັງອາໄລນໍ້າ 55 ຄອບຄົວທີ່ຕັ້ງ ຢູ່ຝາກເຊລະນອງມາໂຮມເປັນ ບ້ານດຽວຢູ່ຝາກເຊເບື້ອງຈຸດສຸມ ຕັງອາໄລ ໂດຍການຈັດສັນທີ່ດິນ ປຸກສ້າງ, ກໍ່ສ້າງເສັ້ນທາງ ແລະ ຕາຂ່າຍໄຟຟ້າ ໄປຫາບ່ອນຈັດສັນ ໃໝ່;-ຈຸດສຸມແກ້ງລີ້ນມອບ ຄວາມຮັບຜິດຊອບໃຫ້ຄະນະບໍ ລິຫານງານພັກເມືອງ,ເຈົ້າເມືອງ ນອງນຳພາ-ຊີ້ນຳສຶບ ຕໍ່ແກ້ໄຂຈັດ ສັນພູມລໍາເນົາ ແລະອາຊີບຄື: ເລັ່ງ ຈັດສັນທີ່ເນື້ອທີ່ດິນທໍາການຜະລິດ ໃຫ້ແກ່ປະຊາຊົນໃນ 12 ບ້ານ, ສົ່ງເສີມການຜະລິດກະສິກຳເປັນ ສິນຄ້າໃນຮູບແບບ 2+3 ໃຫ້ແກ່ ປະຊາຊົນ, ກໍ່ສ້າງ-ສ້ອມແປງພື້ນ ຖານໂຄງລ່າງທີ່ຈໍາເປັນຂັ້ນບ້ານ ໂດຍການປະສານສົມທົບກັບບໍ ລິສັດເຂື່ອນໄຟຟ້າເຊລະນອງ1 ປະເມີນຜົນວຽກງານຍົກຍ້າຍ ຈັດສັນປະຊາຊົນ 2 ບ້ານທີ່ຖືກ ຜົນກະທົບຈາກໂຄງການກໍ່ສ້າງ ເຂື່ອນໃຫ້ສໍາເລັດ; ຈຸດສຸມຈຽງ ຕູບ ເມືອງເຊໂປນ: ມອບຄວາມຮັບ ຜິດຊອບໃຫ້ຄະນະບໍລິຫານງານ ພັກເມືອງ, ເຈົ້າເມືອງ ເມືອງເຊ ໂປນ ນຳພາ-ຊີ້ນຳ ແກ້ໄຂຈັດສັນ ພູມລໍາເນົາ ແລະອາຊີບ ໂດຍເລັ່ງ ໃສ່: ຈັດສັນອາຊີບ ແລະສ້າງແຫ່ຼງ ລາຍຮັບໃຫ້ແກ່ປະຊາຊົນ, ໃຫ້ໄດ້ 70% ຂອງຄອບຄົວທັງໝົດໃນ ຈຸດສຸມ, ສືບຕໍ່ກໍ່ສ້າງລະບົບທໍ່ສົ່ງ ນໍ້າຊົນລະປະທານບ້ານສົບສະລູ ພ້ອມທັງບຸກເບີກເນື້ອທີ່ນາ 100 ເຮັກຕາ, ຈັດແບ່ງເນື້ອທີ່ນາ ແລະ ສົ່ງເສີມການປູກເຂົ້າໃຫ້ປະຊາ ຊົນ ບ້ານສົບສະລູ ແລະບ້ານນາ 150 ຄອບຄົວ (ລວມທັງຄຸ້ມ ວັງ ມ່ວງ ແລະລັງກົນທີ່ຈະໄດ້ຈັດສັນ ມາຢູ່ບ້ານນາ), ຈັດສັນເນື້ອທີ່ ການຜະລິດໃຫ້ປະຊາຊົນບ້ານ ກັອກຈໍານວນ 133 ຄອບຄົວ, ໃນເນື້ອທີ່ 200 ເຮັກຕາ, ຈັດຫາ ຜູ້ປະກອບການເຂົ້າຮ່ວມສົ່ງເສີມ ການຜະລິດ ໃນຮູບແບບ 3+2 ເພື່ອປູກມັນຕົ້ນ ແລະປູກພືດອື່ນໆ ທີ່ເໝາະສົມ, ຈັດສັນເນື້ອທີ່ການ ຜະລິດໃຫ້ປະຊາຊົນບ້ານຕະປັອງ, ລູສະເລ່ຍ, ລະເວີນ ແລະສົ່ງເສີມ ການຜະລິດໃນຮູບແບບ 3+2 ແລະ ຮູບແບບອື່ນໆຕາມຄວາມເໝາະ ສົມຕົວຈິງ, ສືບຕໍ່ວຽກງານຝຶກ ອົບຮົມທາງດ້ານເຕັກນິກການປູກ ເຂົ້າ, ປູກພືດ, ລ້ຽງສັດ, ສ້າງພະ ນັກງານຂັ້ນບ້ານເຊັ່ນ: ສັດຕະວະ ແພດບ້ານ, ປ່າໄມ້ບ້ານ ແລະຄອບ ຄົວຕົວແບບທາງດ້ານກະສິກໍາປະ ເພດຕ່າງໆ, ປະສານສົມທົບກັບ ກອງກໍ່ສ້າງຮາກຖານກອງບັນ ຊາການທະຫານແຂວງໃນການ ພັດທະນາພື້ນຖານໂຄງລ່າງ, ໂດຍ ສະເພາະແມ່ນເສັ້ນທາງຄົມມະ ນາຄົມເຂົ້າຫາແຕ່ລະບ້ານໃນເຂດ ຈຸດສຸມ ໃຫ້ທຽວໄດ້ 2 ລະດູ ແລະສະເໜີຂັ້ນເທິງຈັດຫາແຫ່ຼງ ທຶນເພື່ອປັບປຸງ-ຍົກລະດັບເສັ້ນ ທາງລາດຫໍ້-ຜາບັງຮອດຈຸດສຸມ ຈຽງຕູບໃຫ້ໄດ້ມາດຕະຖານສູງ ຂຶ້ນ ແລະທຽວ ໄດ້ສະດວກທັງ 2 ລະດູ, ປະສານສົມທົບກັບອົງການປົກຄອງເມືອງເຊໂປນ, ພະແນກ ຍທຂ ແລະພາກສ່ວນກ່ຽວຂ້ອງ ສໍາຫຼວດອອກແບບແຜນຜັງຈຸດ ສຸມຈຽງຕູບ, ຄົ້ນຄວ້າຍົກຍ້າຍຈັດ ສັນປະຊາຊົນຈາກຄຸ້ມຕ່າງໆໂຮມ ເຂົ້າເປັນບ້ານໃຫຍ່ຕາມເງື່ອນ ໄຂເໝາະສົມຕົວຈິງ ໂດຍເລີ່ມຈາກ ການຈັດສັນປະຊາຊົນຄຸ້ມວັງ ມ່ວງ ແລະ ລັງກົນ ເຂົ້າມາໂຮມ ກັບບ້ານນາໃຫ້ສໍາເລັດກ່ອນ./.