ຍີ່ປຸ່ນຮ້ອນສຸດໃນຮອບ 125 ປີ ແຊງສະຖິຕິເກົ່າໃນປີ 2010

ອຸນຫະພູມສະເລ່ຍໃນຊ່ວງລະດູຮ້ອນຂອງຍີ່ປຸ່ນເພີ່ມສູງສຸດນັບແຕ່ມີການເກັບສະຖິຕິມາໃນປີ 1898.

ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນເປີດເຜີຍວ່າ: ເດືອນມິຖຸນາ-ສິງຫາ 2023 ອຸນຫະພູມສະເລ່ຍຊ່ວງລະດູຮ້ອນຂອງຍີ່ປຸ່ນສູງຂຶ້ນຫລາຍໃນພື້ນທີ່ທາງຕອນເໜືອ, ຕາເວັນອອກ ແລະ ຕາເວັນຕົກຂອງປະເທດ ເປັນລະດູຮ້ອນທີ່ຮ້ອນທີ່ສຸດນັບແຕ່ເລີ່ມມີການເກັບກຳຂໍ້ມູນໃນປີ 1898 ຫລື ໃນຮອບ 125 ປີ.

ໂດຍມີອຸນຫະພູມສະເລ່ຍສູງໃນຊ່ວງລະດູຮ້ອນປີນີ້ຂອງຍີ່ປຸ່ນເພີ່ມສູງຂຶ້ນຈາກປົກກະຕິເຖິງ 1,76 ອົງສາ ສູງກວ່າສະຖິຕິລະດູຮ້ອນປີ 2010 ທີ່ອຸນຫະພູມສູງຂຶ້ນ 1,08 ອົງສາ.

ຕາມລາຍງານລະບຸວ່າ: ຫລາຍພື້ນທີ່ໃນຍີ່ປຸ່ນ ລວມທັງນະຄອນຫລວງໂຕກຽວ ມີອຸນຫະພູມເກືອບ 40 ອົງສາ.

ໃນໄລຍະບໍ່ເທົ່າໃດປີຜ່ານມາ ອຸນຫະພູມທົ່ວໂລກມີທ່າອ່ຽງເພີ່ມສູງຂຶ້ນ ຈາກບັນຫາການປ່ຽນແປງສະພາບອາກາດ (Climate Change) ໂດຍໃນເດືອນກໍລະກົດຜ່ານມາ ມີຄື້ນຄວາມຮ້ອນ ແລະ ໄຟໄໝ້ປ່າເກີດຂຶ້ນຫລາຍພື້ນທີ່ທົ່ວໂລກ ແລະ ເປັນເດືອນທີ່ຮ້ອນທີ່ສຸດເທົ່າທີ່ເຄີຍບັນທຶກມາ.

ອ້າງອີງ:

https://www.barrons.com/news/japan-s-2023-summer-hottest-on-record-weather-agency-3fe5c850

https://www.straitstimes.com/asia/east-asia/japan-s-2023-summer-hottest-on-record