ກາຕາປະຕິເສດຫ້າມເຮືອບິນ ອາຣັບບີ ຊາອຸດິດ ລົງຈອດ

ກາຕາປະຕິເສດລາຍງານຫ້າມເຮືອບິນຂອງສາຍການບິນອາຣັບບີ ຊາອຸດິດ ທີ່ເດີນທາງມາຮັບຜູ້ສະແຫວງບຸນໄປປະກອບພິທີຮັດລົງຈອດຢູ່ສະໜາມບິນໃນປະເທດ.
ສາຍການບິນອາຣັບບີ ຊາອຸດິດ ລະບຸໃນວັນທີ 20 ສິງຫາວ່າ: ທາງການກາຕາບໍ່ອະນຸຍາດໃຫ້ເຮືອບິນຂອງສາຍການບິນລົງຈອດຢູ່ສະໜາມບິນສາກົນຮາໝັດ ຫລັງອາຣັບບີ ຊາອຸດິດ ຕັດສິນໃຈກັບມາເປີດດ່ານຊາຍແດນຊົ່ວຄາວໃນອາທິດຜ່ານມາ ລວມທັງເປີດໃຫ້ບໍລິການຖ້ຽວບິນ ເພື່ອເປີດທາງໃຫ້ຜູ້ສະແຫວງບຸນຊາວກາຕາເດີນທາງໄປປະກອບພິທີຮັດ ເຊິ່ງເປັນພິທີປະຕິບັດສາສະນະກິດສຳຄັນຂອງສາສະໜາອິດສະລາມຢູ່ນະຄອນເມກກະໄດ້.
+ ຫລາຍປະເທດຕາເວັນອອກກາງຕັດການພົວພັນກັບກາຕາ
+ ກາຕາປະນາມອາຣັບບີ ຊາອຸດິດ ທີ່ບໍ່ຍອມເຈລະຈາຫລຸດຜ່ອນຄວາມຂັດແຍ່ງ
ສຳນັກຂ່າວຄິວເອັນເອຂອງທາງການກາຕາລາຍງານໂດຍອ້າງແຫລ່ງຂ່າວຈາກສຳນັກງານການບິນພົນລະເຮືອນລະບຸໃນວັນທີ 21 ສິງຫາວ່າ: ຂໍ້ກ່າວຫາດັ່ງກ່າວບໍ່ມີມູນຄວາມຈິງ, ທາງສຳນັກງານຢືນຢັນວ່າ: ໄດ້ຮັບຄຳຮ້ອງຂໍອະນຸຍາດລົງຈອດຈາກເຮືອບິນຂອງອາຣັບບີ ຊາອຸດິດແທ້ ຈິງໄດ້ມີການແຈ້ງຫາກະຊວງກິດຈະການອິດສະລາມຕາມລະບຽບປະຕິບັດເກົ່າ ໂດຍບໍ່ມີການຫ້າມເຮືອບິນລົງຈອດແຕ່ຢ່າງໃດ.
ກ່ອນໜ້ານີ້, ອາຣັບບີ ຊາອຸດິດ, ເອຢິບ, ບາເຣນ ແລະ ສະຫະນະຄອນ ອາຣັບ ເອມິເຣດ ປະກາດຕັດການພົວພັນກັບກາຕາຂໍ້ຫາໃຫ້ການສະໜັບສະໜູນກຸ່ມກໍ່ການຮ້າຍ ສົ່ງຜົນໃຫ້ມີການສັ່ງຫ້າມຊາວກາຕາເດີນທາງເຂົ້າປະເທດ ແລະ ຜູ້ສະແຫວງບຸນບໍ່ສາມາດເດີນທາງໄປປະກອບພິທີຮັດຢູ່ນະຄອນເມກກະໄດ້, ຕໍ່ມາອາຣັບບີ ຊາອຸດິດ ໄດ້ມີການຫລຸດຜ່ອນອະນຸຍາດໃຫ້ຜູ້ສະແຫວງບຸນຊາວກາຕາສາມາດເດີນທາງເຂົ້າປະເທດໄດ້, ແຕ່ມີການກຳນົດຂໍ້ຈຳກັດໃນການເດີນທາງຫລາຍຢ່າງເຊັ່ນ: ຕ້ອງເດີນທາງມາຈາກສາຍການບິນທີ່ໄດ້ຮັບອະນຸຍາດຈາກທາງການອາຣັບບີ ຊາອຸດິດເທົ່ານັ້ນ ສົ່ງຜົນໃຫ້ທາງການກາຕາອອກມາຕຳນິວ່າ: ການເດີນທາງໄປປະກອບພິທີຮັດຖືກຍົກຂຶ້ນມາເປັນບັນຫາທາງການເມືອງ.

