Galaxy Note 9 ອາດມາພ້ອມປາກກາ  S Pen  ທີ່ວັດລະດັບແອວກໍຮໍໄດ້

Galaxy Note 8 ຍັງບໍ່ທັນເປີດຕົວ ເວັບສື່ອອນລາຍ Samsung ກໍໄດ້ເປີດເຜີຍສິດທິບັດທາງ Samsung ຍື່ນຈົດໄວ້​ໃນ​ປີຜ່ານມາ ແລະ ຫາກໍໄດ້ຮັບການອະນຸມັດຈາກສໍານັກງານສິດທິບັດ ແລະ ເຄື່ອງໝາຍການຄ້າຂອງສະຫະລັດອາ​ເມ​ລິ​ກາ (USTOP) ​ໃນເດືອນກໍລະກົດ ມາເຊື່ອມໂຍງກັບຄວາມເປັນໄປໄດ້ໃນປີໜ້າ Galaxy Note 9 ອາດຈະມາພ້ອມກັບຟີເຈີພິເສດ ເຊັ່ນການກວດວັດລະດັບແອວກໍຮໍຜ່ານລົມຫາຍໃຈໄດ້.

            ທັງນີ້ ສິດທິບັດສະບັບດັງກ່າວລະບຸວ່າ ປາກກາ S Pen ໃນ Galaxy Note 9 ນັ້ນຈະຕິດຕັ້ງເຊັນເຊີວັດລະດັບແອວກໍຮໍມານຳ ໂດຍເຊັນເຊີວັດປະລິມານແອວກໍຮໍຈາກລົມຫາຍໃຈ. ນອກຈາກນີ້ ປາກກາຍັງສາມາດປັບດັດໃຫ້ໃຊ້ເປັນໄມໂຄໂຟນໄດ້ເຊັ່ນກັນ ​ເຊິ່ງໜ້າສົນໃຈຫາກວ່າ Note 9 ມີຟີເຈີໃຫມ່ແບບນັ້ນແທ້ ແລະ ຄົງເປັນປະໂຫຍດກັບຜູ້ໃຊ້ໄດ້ບໍ່ໜ້ອຍ.