ຈີນກຽມເປີດລົດໄຟ ໄວທີ່ສຸດໃນໂລກອີກເດືອນໜ້າ

ຈີນກຳລັງກຽມຈະເປີດໃຫ້ບໍລິການລົດໄຟຫົວກະສຸນໄວທີ່ສຸດໃນໂລກອີກໃນເດືອນໜ້າ ໂດຍຈະແລ່ນດ້ວຍຄວາມໄວສູງສຸດເຖິງ 350 ກິໂລແມັດຕໍ່ຊົ່ວໂມງ.
ລົດໄຟຄວາມໄວສູງຂະບວນດັ່ງກ່າວຈະສາມາດແລ່ນຈາກນະຄອນຫລວງປັກກິ່ງໄປນະຄອນຊຽງໄຮ້ ເຊິ່ງມີໄລຍະທາງ 1.250 ກິໂລແມັດ ພາຍໃນໄລຍະເວລາພຽງ 4 ຊົ່ວໂມງ 30 ນາທີ. ກ່ອນໜ້ານີ້ ຈີນເຄີຍເປີດບໍລິການລົດໄຟແລ່ນດ້ວຍຄວາມໄວ 350 ກິໂລແມັດຕໍ່ຊົ່ວໂມງມາແລ້ວໃນເດືອນສິງຫາ 2008 ແຕ່ຕ້ອງຫລຸດຄວາມໄວລົງເຫລືອ 250-300 ກິໂລແມັດຕໍ່ຊົ່ວໂມງໃນປີ 2011 ພາຍຫລັງເກີດເຫດລົດໄຟຕຳກັນໃກ້ກັບເມືອງເວິນໂຈ ມົນທົນເຈີຈຽງ ທາງຕາເວັນອອກສຽງໃຕ້ຂອງປະເທດ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 40 ຄົນ ແລະ ບາດເຈັບອີກ 191 ຄົນ.
ນອກຈາກນີ້, ຈີນຍັງຕັ້ງເປົ້າຂະຫຍາຍເສັ້ນທາງລົດໄຟຄວາມໄວສູງໃນປະເທດອີກ 10.000 ກິໂລແມັດ ພາຍໃນປີ 2020 ໂດຍມີການລົງທຶນກໍ່ສ້າງໄປແລ້ວປະມານ 360.000 ໂດລາສະຫະລັດ.

