ປະທານາທິບໍດີອິນໂດເນເຊຍຂູ່ສັ່ງປິດໂຮງງານປ່ອຍມົນລະພິດ ຖ້າບໍ່ຕິດຕັ້ງລະບົບບຳບັດອາກາດ

ສຳນັກຂ່າວຊິນຮົວລາຍງານວ່າ: ປະທານາທິບໍດີ ໂຈໂກ ວິໂດໂດ ຜູ້ນຳອິນໂດເນເຊຍ ຂູ່ລົງໂທດໂຮງງານທີ່ປະຕິເສດຕິດຕັ້ງລະບົບຄວບຄຸມມົນລະພິດ ເພື່ອຮັບມືຄຸນນະພາບອາກາດທີ່ບໍ່ດີໃນນະຄອນຫລວງຈາກາຕາ ເມືອງຫລວງຂອງປະເທດ.
ທ່ານ ວິໂດໂດ ເຕືອນວ່າ: ຈະຕ້ອງມີການລົງໂທດ ແລະ ສັ່ງປິດໂຮງງານອຸດສາຫະກຳແນ່ນອນ ຖ້າໂຮງງານເຫລົ່ານັ້ນປະຕິເສດການຕິດຕັ້ງລະບົບບຳບັດອາກາດ ເພາະປະຊາຊົນຕ້ອງເສຍຄ່າໃຊ້ຈ່າຍສູງເພື່ອຮັກສາສຸຂະພາບ.
ທັງນີ້, ທາງການອິນໂດເນເຊຍໄດ້ອອກນະໂຍບາຍເຮັດວຽກຢູ່ເຮືອນ, ກຳນົດໃຫ້ຜູ້ຂັບຂີ່ລົດໃຫຍ່ທົດສອບການປ່ອຍມົນລະພິດ ລວມທັງກະຕຸ້ນປະຊາຊົນໃຊ້ລະບົບຂົນສົ່ງສາທາລະນະ ແລະ ລົດໄຟຟ້າ ເພື່ອຫລຸດມົນລະພິດທາງອາກາດ.
ຂະນະດຽວກັນ, ທ່ານ ວິໂດໂດ ໄດ້ເລືອກທ່ານ ລູຮັດ ບິນຊາ ປັນໄຈຕັນ ລັດຖະມົນຕີອາວຸໂສຂອງອິນໂດເນເຊຍ ເປັນຜູ້ນຳການຕໍ່ສູ້ມົນລະພິດທາງອາກາດ ເຊິ່ງລວມທັງການປູກຕົ້ນໄມ້, ປ່ຽນແປງສະພາບອາກາດ ແລະ ການບັງຄັບໃຊ້ກົດໝາຍ.

