ເຈົ້າໜ້າທີ່ໄທ ເຂັ້ມງວດຕໍ່ ແຮງງານຕ່າງດ້າວ ທີ່ລັກລອບເຂົ້າເມືອງແບບຜິດກົດໝາຍ

ສຳນັກຂ່າວ Thairath ລາຍງານວ່າ: ເວລາ 19:00 ໂມງ ຂອງວັນທີ 26 ກັນຍາ 2022 ເຈົ້າໜ້າທີ່ຕຳຫລວດທາງຫລວງ ຈັງຫວັດ ພັດທະລຸງ ປະເທດໄທ ຈັບກຸມລົດຕູ້ໂດຍສານ 2 ຄັນ ພ້ອມຄົນນຳພາເປັນຄົນໄທ 4 ຄົນ ຈາກການກວດສອບພາຍໃນລົດທັງ 2 ຄັນ ພົບແຮງງານຊາວມຽນມາລັກລອບເຂົ້າເມືອງທັງໝົດ 71 ຄົນ ເຈົ້າໜ້າທີ່ຈຶ່ງຄຸມຕົວແຮງງານທັງໝົດ ສົ່ງພະນັກງານສອບສວນ ເພື່ອດຳເນີນຄະດີຕາມກົດໝາຍໃນຂໍ້ຫາ ນຳພາບຸກຄົນຕ່າງດ້າວເຂົ້າຣາຊະອານາຈັກ ຜິດກົດໝາຍ ແລະ ສອບສວນຢ່າງລະອຽດວ່າເປັນການຄ້າມະນຸດຫລືບໍ່?.
ທີ່ ຈັງຫວັດ ຍະລາ ປະເທດໄທ ເວລາ 21:00 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ຕຳຫລວດລາດຕະເວນຕາມຊາຍແດນ, ທະຫານ ແລະ ຝ່າຍປົກຄອງຮ່ວມກັນຈັບກຸມລົດຕູ້ສົງໄສ 2 ຄັນ ກວດສອບພາຍໃນລົດທັງ 2 ຄັນ ພົບຜູ້ໂດຍສານເປັນຊາວມຽນມາ ຈຳນວນ 22 ຄົນ ມີໜັງສືເດີນທາງຖືກຕ້ອງ 20 ຄົນ ສ່ວນອີກ 2 ຄົນ ອ້າງວ່າໜັງສືເດີນທາງເສຍ.
ເຈົ້າໜ້າທີ່ສັງເກດເຄື່ອງນຸ່ງ, ເກີບ ຂອງບາງຄົນເປື້ອນຝຸ່ນ, ມີຄາບດິນ, ຕົມຕິດຢູ່ ນອກນີ້ບາງຄົນຍັງມີບາດແຜຕາມຂາ ຈຶ່ງສືບສວນ-ສອບສວນຢ່າງລະອຽດອີກຄັ້ງຈົນຮູ້ວ່າ ຊາວມຽນມາ ທັງໝົດເດີນທາງມາຈາກປະເທດມາເລເຊຍ ຜ່ານຊ່ອງທາງທຳມະຊາດ ບໍລິເວນຫລັກເຂດແດນທີ 54/189 ເຊິ່ງບໍ່ມີຮົ້ວ ຫລື ກຳແພງກັ້ນ.
ສະນັ້ນຝາກເຕືອນເຖິງແຮງງານລາວທີ່ຈະໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະປະເທດໄທ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ຖືກເອົາປຽບຈາກນາຍໜ້າຮັບຈ້າງແລ່ນໄປເຮັດວຽກຢູ່ຕ່າງປະເທດ, ຈຶ່ງຮຽກຮ້ອງເຖິງແຮງງານ ແລະ ສັງຄົມ ຢ່າຫລົງເຊື່ອ ການຊັກຊວນໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍເປັນຕົ້ນແມ່ນການໂຄສະນາຜ່ານສື່ສັງຄົມອອນລາຍທີ່ມີການປະກາດວ່າໄດ້ຮັບຄ່າແຮງໃນລາຄາທີ່ສູງ.

