ທ່ານ ອີແຈມຢອງ ໄດ້ຮັບໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫລີ ປະກາດ ຈະບໍ່ໃຫ້ເກີດການກະບົດທໍາຮ້າຍປະຊາຊົນ

         ທ່ານ ອີແຈມຢອງ ຜູ້ນໍາພັກຝ່າຍຄ້ານ liberal Democratic Party ຂອງ ສ.ເກົາຫລີ ແລະ ອະດີດທະນາຍຄວາມສິດທິມະນຸດ ອາຍຸ 61 ປີ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ດ້ວຍຄະແນນສຽງ 49.42% ຈາກຜູ້ລົງຄະແນນເກືອບ 35 ລ້ານຄົນ, ສ່ວນທ່ານ ຄິມມຸນຊູ ຄູ່ແຂ່ງຈາກຝ່າຍອະນຸລັກນິຍົມໄດ້ຮັບຄະແນນສຽງ 41.15%.

         ໄຊຊະນະຂອງທ່ານ ອີແຈມຢອງ ຖືເປັນການປ່ຽນແປງທາງການເມືອງຄັ້ງໃຫຍ່ຂອງ ສ.ເກົາຫລີ ພາຍຫລັງຜ່ານໄລຍະເວລາແຫ່ງຄວາມວຸ້ນວາຍຕະຫລອດໄລຍະເວລາກວ່າ 6 ເດືອນ ຈາກການປະກາດກົດໄອຍະການເສິກຂອງອະດີດປະທານາທິບໍດີ ຢຸນຊອກຢໍ.

        ໂດຍທ່ານ ອີແຈມຢອງ ເອີ້ນການເລືອກຕັ້ງທີ່ເກີດຂຶ້ນວ່າເປັນ “ວັນພິພາກສາ” ຕໍ່ກົດໄອຍະການເສິກຂອງທ່ານ ຢຸນຊອກຢໍ ແລະ ກ່າວໃນການປະກາດໄຊຊະນະນອກລັດຖະສະພາວ່າ: “ພາລະກິດທໍາອິດຄືການເອົາຊະນະການກໍ່ກະບົດຢ່າງເດັດຂາດ ແລະ ໃຫ້ແນ່ໃຈວ່າຈະບໍ່ມີການກໍ່ລັດຖະປະຫານອີກດ້ວຍປືນ ແລະ ດາບທີ່ຫັນມາທໍາລາຍປະຊາຊົນ”.

         ທ່ານ ອີແຈມຢອງ ໄດ້ຮັບການຢືນຢັນໃຫ້ຊະນະການເລືອກຕັ້ງຢ່າງເປັນທາງການຈາກຄະນະກໍາມະການການເລືອກຕັ້ງແຫ່ງຊາດ ໂດຍຮັບຕໍາແໜ່ງປະທານາທິບໍດີ ແລະ ຜູ້ບັນຊາການສູງສຸດທັນທີ. ຂະນະທີ່ໄດ້ເຂົ້າພິທີສາບານຕົນຢູ່ລັດຖະສະພາໃນເວລາ 11:00 ໂມງ ຂອງວັນທີ 4 ມິຖຸນາ ຕາມເວລາທ້ອງຖິ່ນ.

         ທັງນີ້, ທ່ານ ອີແຈມຢອງ ຍັງໃຫ້ຄໍາໝັ້ນຈະຟື້ນຟູເສດຖະກິດ ແລະ ສະແຫວງຫາສັນຕິພາບກັບ ສປປ ເກົາຫລີ ຜ່ານການເຈລະຈາ ແລະ ຈຸດຢືນທີ່ແຂງແຮງຂອງ ສ.ເກົາຫລີ.

        ຂະນະທີ່ທ່ານຍັງມີພາລະກິດທ້າທາຍ ໂດຍສະເພາະການເຈລະຈາຂໍ້ຕົກລົງການຄ້າກັບອາເມລິກາ ເພື່ອຫລີກລ່ຽງການຜະເຊີນພາສີຕອບໂຕ້ຂອງລັດຖະບານ ທຣໍາ ໃນອັດຕາ 25% ເຊິ່ງຜູ້ຊ່ຽວຊານເຕືອນວ່າຖ້າພາສີຕອບໂຕ້ໃນອັດຕາດັ່ງກ່າວມີຜົນບັງຄັບໃຊ້ ອາດເປັນສາເຫດໃຫ້ເກີດວິກິດເສດຖະກິດພາຍໃນ ສ.ເກົາຫລີ.

ອ້າງອີງ: