8 ຂໍ້ດີຂອງການບໍລິຈາກເລືອດ.

ການບໍລິຈາກເລຶອດສ່ວນເກີນທີ່ຮ່າງກາຍຍັງບໍ່ຈຳເປັນຕ້ອງໃຊ້ໃຫ້ແກ່ຄົນປ່ວຍ ເຊິ່ງບໍ່ເປັນອັນຕະລາຍຕໍ່ຜູ້ບໍລິຈາກເລືອດ ເພາະຮ່າງກາຍຂອງແຕ່ລະຄົນມີປະລິມານເລືອດປະມານ 17 – 18 ຈອກນຳ້ ຮ່າງກາຍຈະໃຊ້ພຽງ 15 – 16 ຈອກເທົ່ານັ້ນ ສ່ວນທີ່ເຫລືອນັ້ນສາມາດບໍລິຈາກໃຫ້ຜູ້ອື່ນໄດ້ ໂດຍສາມາດບໍລິຈາກເລືອດໄດ້ທຸກ 3 ເດືອນ. ເມື່ອບໍລິຈາກເລືອດອອກໄປແລ້ວ ໄຂກະດູກຈະເປັນສ່ວນສຳຄັນໃນການສ້າງເມັດເລືອດຂຶ້ນມາທົດແທນ ເຮັດໃຫ້ມີປະລິມານເລືອດໃນຮ່າງກາຍເທົ່າເກົ່າ ຫາກບໍ່ໄດ້ບໍລິຈາກ ຮ່າງກາຍຈະໄລ່ເມັດເລືອດທີ່ສະຫລາຍໂຕຍ້ອນໝົດອາຍຸ ທັງນີ້ ຂະບວນການໃນການບໍລິຈາກເລືອດຕັ້ງແຕ່ເລີ່ມລົງທະບຽນຈົນບໍລິຈາກເລືອດສຳເລັດ ໃຊ້ເວລາປະມານ 20 ນາທີ ເຊິ່ງເຈົ້າໜ້າທີ່ຈະເລືອກເຈາະເລືອດຢູ່ເສັ້ນເລືອດດຳບໍລິເວນແຂນ ແລ້ວເກັບເລືອດບັນຈຸໃນຖົງປລາສຕິກ Blood Bag ປະມານ 350 – 450 ມິນລີລິດ (ເຊເຊ) ຂຶ້ນຢູ່ກັບນຳ້ໜັກຂອງຜູ້ບໍລິຈາກ.

  1. ຮ່າງກາຍແຂງແຮງ : ຫລາຍທ່ານອາດຈະບໍ່ຮູ້ວ່າສຸຂະພາບໂດຍລວມຂອງຜູ້ບໍລິຈາກເລືອດນັ້ນດີກ່ວາຜູ້ທີ່ບໍ່ເຄີຍບໍລິຈາກເລືອດເລີຍ ເຊິ່ງເລືອດທີ່ເສຍໄປຈະບໍ່ເປັນຜົນຮ້າຍຕໍ່ຮ່າງກາຍຂອງທ່ານເລີຍ ແຕ່ຍັງເຮັດໃຫ້ລະບົບໄຫລວຽນຂອງເລືອດດີຂຶ້ນ ເຮັດໃຫ້ຮ່າງກາຍແຂງແຮງຕາມມານຳອີກ.
  2. ສຸຂະພາບຜິວດີ ຜິວງາມສົດໃສ : ຫລາຍທ່ານມີຄວາມເຊື່ອກັນແບບບໍ່ຖືກຕ້ອງວ່າຫາກໄປບໍລິຈາກເລືອດຈະເຮັດໃຫ້ຕຸ້ຍຂຶ້ນແນ່ນອນ ເຊິ່ງຄວາມຈິງແລ້ວມັນບໍ່ແມ່ນແນວນັ້ນເລີຍ ການບໍລິຈາກເລືອດບໍ່ໄດ້ເຮັດໃຫ້ຕຸ້ຍ, ແຕ່ມັນຈະເຮັດໃຫ້ຜູ້ບໍລິຈາກມີຮູບຮ່າງທີ່ດີຂຶ້ນ, ຈ່ອຍລົງໄດ້. ນອກຈາກນີ້, ຍັງຊ່ວຍເຮັດໃຫ້ສຸຂະພາບຜິວສົດໃສ,​ ມີນຳ້ມີນວນ ແລະ ກ້ຽງງາມຂຶ້ນໂດຍບໍ່ຕ້ອງກິນວິຕາມິນບຳລຸງຜິວ ຫລື ຄໍລາເຈັນຕ່າງໆ ເພາະພຽງແຕ່ທ່ານບໍລິຈາກເລືອດ ສຸຂະພາບຜິວກໍດີຂຶ້ນໄດ້ຄືກັນ.
  3. ຫ່າງໄກພະຍາດມະເຮັງ : ຜົນການສຶກສາພົບວ່າຜູ້ບໍລິຈາກເລືອດມີໂອກາດຈະມີອາຍຸຍືນ ຫລື ມີໂອກາດຕາຍຈາກພະຍາດຕ່າງໆໜ້ອຍກ່ວາຜູ້ທີ່ບໍ່ບໍລິຈາກເລືອດ. ນອກຈາກນີ້, ການບໍລິຈາກເລືອດມີສ່ວນຫລຸດຄວາມສ່ຽງຈາກພະຍາດມະເຮັງຫລາຍຊະນິດ ໄດ້ແກ່ : ມະເຮັງຕັບ, ມະເຮັງປອດ, ມະເຮັງລຳໄສ້ໃຫຍ່, ມະເຮັງກະເພາະອາຫານ, ມະເຮັງຄໍຫອຍ ໃນຜູ້ບໍລິຈາກເລືອດໄດ້.
  4. ຈິດໃຈດີ, ຮູ້ສຶກດີ : ການບໍລິຈາກເລືອດຈະໃຫ້ຄວາມຮູ້ສຶກດີ, ຄວາມຮູ້ສຶກວ່າເປັນຜູ້ໃຫ້, ໄດ້ເຮັດບຸນ, ໄດ້ຊ່ວຍຊີວິດຄົນ ເຮັດໃຫ້ເຮົາຮູ້ສຶກສຸກໃຈຍ້ອນໄດ້ຊ່ວຍຊີວິດຜູ້ອື່ນ ເອີ້ນໄດ້ວ່າເປັນການເຮັດບຸນອີກທາງໜຶ່ງ ເປັນການຕໍ່ຊີວິດທີ່ສົ່ງຜົນໃຫ້ຫລາຍໆຄົນມີຊີວິດລອດປອດໄພ.
  5. ຫລຸດຄວາມສ່ຽງຂອງອາການຫລອດເລືອດແດງຕີບ : ມີການວິໄຈພົບວ່າການເຈາະເລືອດອອກເປັນປະຈຳ ຈະຊ່ວຍຫລຸດຄວາມດັນເລືອດ, ຫລຸດລະດັບນຳ້ຕານ ແລະ ເຮັດໃຫ້ອັດຕາສ່ວນໄຂມັນດີຕໍ່ໄຂມັນບໍ່ດີນັ້ນເປັນປົກກະຕິຂຶ້ນ ໃນຄົນທີ່ມີກຸ່ມອາການທາງເມຕາໂບລິກ ເຊິ່ງຈະມີຄວາມດັນສູງ, ນຳ້ຕານສູງ ແລະ ໄຂມັນສູງ.
  6. ໄດ້ກວດສຸຂະພາບເປັນປະຈຳທຸກ 3 ເດືອນ ເຊັ່ນ : ການວັດຄວາມດັນເລືອດ, ການກວດອາການເລືອດຈາງ.
  7. ໄດ້ກວດສຸຂະພາບໄປໃນໂຕ : ຜູ້ທີ່ບໍລິຈາກເລືອດຈຳເປັນຕ້ອງປະຕິບັດໂຕ ໂດຍງົດເວັ້ນພຶດຕິກຳສ່ຽງຕໍ່ເຊື້ອໄວຣັສຕັບອັກເສບ B, ໄວຣັສຕັບອັກເສບ C, ຊີຟີລິສ ແລະ ເອດ ເຊິ່ງເປັນປະໂຫຍດຕໍ່ທັງຜູ້ບໍລິຈາກເອງ ແລະ ເພື່ອຄວາມປອດໄພຕໍ່ຜູ້ຮັບເລືອດ. ນອກຈາກນີ້, ຜູ້ບໍລິຈາກຈະໄດ້ຮັບການກວດເຊື້ອເຫລົ່ານີ້ທຸກເທື່ອ ເພາະເລືອດທຸກຢູນິດທີ່ໄດ້ຮັບການບໍລິຈາກຕ້ອງຜ່ານຂະບວນການກວດເຊື້ອຕ່າງໆໃນຫ້ອງທົດລອງ ການທີ່ຜູ້ບໍລິຈາກຮູ້ວ່າຕົນເອງມີການຕິດເຊື້ອເຫລົ່ານີ້ຈະມີປະໂຫຍດຫລາຍ ເພາະເຊື້ອທຸກໂຕມີຢາປິ່ນປົວໄດ້.
  8. ໄດ້ຮັບການກວດສານເຄມີໃນເລືອດ : ຫາກທ່ານມີຈຸດປະສົງຢາກກວດ ກໍສາມາດແຈ້ງເຈົ້າໜ້າທີ່ກ່ຽວຂ້ອງເພື່ອຮັບການກວດດັ່ງກ່າວໄດ້ຄືກັນ.