ກິດຈະກຳໃນຕອນເຊົ້າທີ່ທ່ານຄວນເຮັດເພື່ອຕ້ອນຮັບເຊົ້າມື້ໃໝ່.

ການເລີ່ມຕົ້ນມື້ໃໝ່ນັ້ນ ເປັນສິ່ງທີ່ຈະກຳນົດເລີຍວ່າໝົດມື້ນັ້ນຂອງທ່ານຈະດຳເນີນໄປແນວໃດ ມື້ນີ້ພວກເຮົາມີກິດຈະກຳ ຫລື ກິດຈະວັດທີ່ທ່ານຄວນເຮັດໃນທຸກເຊົ້າ ເພື່ອທີ່ໝົດມື້ຂອງທ່ານຈະເປັນມື້ທີ່ຄ່ອງແຄ້ວ ແລະ ມີປະສິດທິພາບຫລາຍຂຶ້ນມາແນະນຳບັນດາທ່ານ.
- ກິນເຂົ້າເຊົ້າ : ນອກຈາກມັນຈະດີຕໍ່ຮ່າງກາຍ ແລະ ສຸຂະພາບໂດຍລວມຂອງທ່ານແລ້ວ ການກິນເຂົ້າເຊົ້າຍັງຊ່ວຍພັດທະນາຄວາມຈື່ຈຳ, ເພີ່ມພະລັງງານ, ປັບອາລົມ ແລະ ເຮັດໃຫ້ທ່ານຈົດຈໍ່ກັບສິ່ງຕ່າງໆໄດ້ດີຂຶ້ນ, ຢ່າລືມກິນເຂົ້າເຊົ້າຖ້າບໍ່ຈຳເປັນ ຫລື ຖ້າທ່ານບໍ່ຄ່ອຍມີເວລາ ການຕື່ນເຊົ້າຂຶ້ນຕື່ມອີກຈັກໜ້ອຍກໍຈະແກ້ໄຂບ່ອນນີ້ໄດ້.
- ເຮັດສະມາທິ : ການເຮັດສະມາທິຊ່ວຍຫລຸດລະດັບຄວາມເຄັ່ງຄຽດ, ເພີ່ມຄວາມຄິດສ້າງສັນ ແລະ ປະສິດທິພາບໃນການເຮັດວຽກ. ຄົນທີ່ປະສົບຄວາມສຳເລັດຫລາຍຄົນນັ້ນເຮັດສະມາທິເປັນປະຈຳທຸກເຊົ້າ ເຊັ່ນ : ໂອປຣາ ວິນຟຣີ ຫລື ແອນໂທນີ່ ຣອບບິ້ນ ເຊິ່ງການເຮັດສະມາທິເປັນປັດໄຈຫລັກທີ່ເຮັດໃຫ້ພວກເຂົາກ້າວໄປສູ່ຄວາມສຳເລັດເຊັ່ນກັນ.
- ເຄື່ອນໄຫວຮ່າງກາຍ : ການວິໄຈຫລວງຫລາຍສະແດງໃຫ້ເຫັນວ່າຄົນທີ່ໃຫ້ຄວາມສຳຄັນກັບການອອກກຳລັງກາຍໃນຕອນເຊົ້າກ່ອນໄປເຮັດວຽກ ແມ່ນຄົນທີ່ມີຄວາມສະໝໍ່າສະເໝີໃນການອອກກຳລັງກາຍຫລາຍທີ່ສຸດ ເພາະຕອນເຊົ້າເປັນການເລີ່ມຕົ້ນທີ່ຄ່ອງແຄ້ວ ແລະ ມີໂອກາດສູງທີ່ທ່ານເຮັດມັນເປັນປະຈຳຈົນຕິດເປັນນິໄສ ທ່ານອາດຈະອອກກຳລັງກາຍດ້ວຍວິທີຕ່າງໆ ເຊັ່ນ : ການຍ່າງ ຫລື ແລ່ນ ກິດຈະກຳເຫລົ່ານີ້ຈະເຮັດໃຫ້ຈິດໃຈທ່ານປອດໂປ່ງ ແລະ ກຽມພ້ອມກັບການຮັບມືກັບວຽກທີ່ທ່ານຕ້ອງເຮັດໝົດມື້.
- ຕັ້ງເປົ້າໝາຍປະຈຳວັນ : ຕອນເຊົ້າແມ່ນເວລາທີ່ສະໝອງຂອງທ່ານປອດໂປ່ງທີ່ສຸດ ທ່ານຈະມີຄວາມສາມາດໃນການຈົດຈໍ່ກັບສິ່ງຕ່າງໆໄດ້ດີທີ່ສຸດ. ດັ່ງນັ້ນ, ຈົ່ງໃຊ້ເວລາປະມານ 10 ນາທີ ໃນການຄິດ ແລະ ຕັ້ງເປົ້າໝາຍວ່າໃນມື້ນີ້ທ່ານຈະເຮັດຫຍັງແດ່, ລອງຂຽນມັນລົງໃນປື້ມບັນທຶກການວາງແຜນ ແລະ ຈັດລຽງລຳດັບຄວາມສຳຄັນໃຫ້ດີ.
- ເບິ່ງພາບລວມຂອງມື້ນັ້ນ : ລອງເບິ່ງພາບລວມວ່າທ່ານອາດຈະຕັ້ງເປົ້າໝາຍໃຫຍ່ໆໄວ້ແລ້ວ, ແຕ່ການເບິ່ງພາບລວມນັ້ນເປັນສິ່ງທີ່ດີ ເພາະວ່າມັນຈະເຮັດໃຫ້ເຮົາເຫັນວ່າມື້ນັ້ນ ເຮົາຈະຕ້ອງພະເຊີນກັບຫຍັງແດ່, ຢາກໃຫ້ທ່ານລອງເບິ່ງໃນມຸມທີ່ວ່າທຸກຢ່າງນັ້ນສົມບູນແບບແລ້ວ ມັນອາດຈະບໍ່ໄດ້ເປັນແບບນັ້ນ, ແຕ່ເຮົາກໍຈະໄດ້ເຫັນວ່າມັນຄວນຈະເປັນແນວໃດ.
ກິດຈະວັດທີ່ກ່າວໄປນັ້ນ ອາດເປັນພຽງສ່ວນນ້ອຍໆ, ແຕ່ເຊື່ອວ່າຖ້າທ່ານເຮັດມັນຢ່າງສະໝໍ່າສະເໝີ ຊີວິດຂອງທ່ານຈະປ່ຽນແປງໄປໃນທາງທີ່ດີຂຶ້ນແນ່ນອນ.

