ຈີນກຽມອອກ ‘ວີຊາອາຊຽນ’ ໃຫ້ 10 ປະເທດອາຊຽນ ແລະ ຕິມໍ-ເລສເຕ

ທ່ານ ຫລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນ ກ່າວໃນການຖະແຫລງຂ່າວວັນທີ 3 ມິຖຸນາວ່າ: ຈີນກຽມອອກ “ວີຊາອາຊຽນ” ໃຫ້ 10 ປະເທດສະມາຊິກອາຊຽນ ແລະ ຕິມໍ-ເລສເຕ ເຊິ່ງມີສະຖານະເປັນປະເທດຜູ້ສັງເກດການອາຊຽນ.
ທ່ານ ຫລິນຈ້ຽນ ກ່າວວ່າ: ຈີນຈະອອກວີຊາອາຊຽນໃຫ້ບຸກຄະລາກອນທາງທຸລະກິດທີ່ມີຄຸນສົມບັດກົງຕາມຂໍ້ກໍານົດຈາກ 11 ປະເທດດັ່ງກ່າວ ລວມທັງຄູ່ສົມຣົດ ແລະ ລູກຂອງພວກເຂົາ ເຊິ່ງຈະເອື້ອອໍານວຍໃຫ້ສາມາດເດີນທາງເຂົ້າຈີນໄດ້ຫລາຍຄັ້ງພາຍໃນ 5 ປີ ແລະ ອາໄສໄດ້ບໍ່ເກີນ 180 ວັນ.
ຂະນະທີ່ການອອກວີຊາອາຊຽນຄັ້ງນີ້ ສືບຕໍ່ຈາກຂໍ້ຕົກລົງຍົກເວັ້ນວີຊາຮ່ວມກັນຢ່າງຄວບຄຸມກັບສິງກະໂປ, ໄທ, ມາເລເຊຍ ແລະ ປະເທດອື່ນໆ ລວມທັງສືບຕໍ່ຈາກການອອກ “ວີຊາລ້ານຊ້າງ-ແມ່ຂອງ” ໃຫ້ປະເທດລຸ່ມແມ່ນໍ້າຂອງ ໂດຍເນັ້ນອໍານວຍຄວາມສະດວກການເດີນທາງຂ້າມຊາຍແດນຂອງປະຊາຊົນພາຍໃນພາກພື້ນນີ້ເພີ່ມຂຶ້ນ.
ທັງນີ້, ການສ້າງປະຊາຄົມ ຈີນ-ອາຊຽນ ທີ່ມີອະນາຄົດຮ່ວມກັນເດີນທາງໄປຢ່າງຕໍ່ເນື່ອງໃນໄລຍະຜ່ານມາ ແລະ ບັນລຸຜົນສໍາເລັດສໍາຄັນຈາກການຮ່ວມສ້າງບ້ານທີ່ສັນຕິ, ສະຫງົບສຸກ, ໝັ້ນຄົງ, ສວຍງາມ ແລະ ເປັນມິດ.
ໂຄສົກກະຊວງການຕ່າງປະເທດຈີນກ່າວອີກວ່າ: ຈີນ ແລະ ກຸ່ມປະເທດໃນອາຊີຕາເວັນອອກສຽງໃຕ້ມີການແລກປ່ຽນບຸກຄະລາກອນກັນເລື້ອຍໆ, ການສົ່ງເສີມການແລກປ່ຽນບຸກຄະລາກອນເພີ່ມອີກຈຶ່ງຖືເປັນຄວາມປາດຖະໜາຮ່ວມກັນຂອງທັງສອງຝ່າຍ.

