ສສ ຫວຽດນາມ ຈະນຳຫລັກສູດພາສາລາວ ເຂົ້າໃນຊັ້ນຮຽນມັດທະຍົມຕອນປາຍ

ສໍານັກຂ່າວ VnExpress ຂອງຫວຽດນາມ ລາຍງານວ່າ: ວັນທີ 2 ມິຖຸນາ 2025 ທ່ານ ຫງວຽນກີມເຊິນ, ລັດຖະ ມົນຕີ ກະຊວງສຶກສາທິການ ໄດ້ກ່າວເນັ້ນໜັກຈະກໍາໜົດໃຫ້ພາສາລາວ ເປັນ 1 ໃນ 8 ພາສາ ຕ່າງປະເທດ ທີ່ຈະເປີດສອນ ໃນໂຮງຮຽນຊັ້ນມັດທະຍົມປາຍ ຂອງຫວຽດນາມ ຮ່ວມກັບ ພາສາອັງກິດ, ຣັດເຊຍ, ຝຣັ່ງ, ຈີນ, ເຢຍລະມັນ, ຍີ່ປຸ່ນ, ສ.ເກົາຫລີ. ໃນໄລຍະທໍາອິດ ຈະສອນພາສາລາວ ເປັນໂຄງການລິເລີ່ມໃຫ້ນັກຮຽນ ໃນພື້ນທີ່ຊາຍແດນ ຕິດຈອດກັບລາວ ແລະ ຈະມີການຂະຫຍາຍ ການຮຽນການສອນ ເມື່ອມີຄູພຽງພໍ.
ທ່ານ ຫງວຽນກີມເຊິນ, ລັດຖະ ມົນຕີ ກະຊວງສຶກສາທິການຫວຽດນາມກ່າວເຊັ່ນນີ້ ໃນໂອກາດຕ້ອນຮັບ ທ່ານນາງ ເພົາ ເອີນທະວັນ ເອກອັກຄະລັດຖະທູດ ວິສາມັນຜູ້ທີ່ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ເພື່ອເປັນການສ້າງສາຍພົວພັນມິດຕະພາບທີ່ມີມູນເຊື້ອແບບພິເສດ, ດ້ານການສຶກສາ ເຊິ່ງແມ່ນເນື້ອໃນສຳຄັນຂອງການຮ່ວມມືທັງສອງຝ່າຍ,
ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ກໍຈະພ້ອມໃຫ້ການສະໜັບສະໜູນ ໂດຍສະເພາະແມ່ນຕຳລາແບບຮຽນ ແລະ ສ້າງ ແລະ ຝຶກອົບຮົມຄູອາຈານ ພ້ອມຈັດຕັ້ງປະຕິບັດ ລວມເອົາເນື້ອໃນວຽກງານປະຫວັດສາດກ່ຽວກັບສາຍພົວພັນແບບພິເສດລະຫວ່າງສອງປະເທດເຂົ້າໃນການຮຽນການສອນຢູ່ຕາມໂຮງຮຽນ ແລະ ຈະສົ່ງເສີມ ການສອນພາສາຫວຽດນາມ ຢູ່ລະດັບ ມັດທະຍົມປາຍ ຢູ່ ສປປ ລາວ ເຊັ່ນກັນ.
ທີ່ມາ: VnExpress

