ມຽນມາຂະຫຍາຍເວລາຢຸດຍິງເຖິງ 30 ມິຖຸນາ ເພື່ອຊ່ວຍຟື້ນຟູແຜ່ນດິນໄຫວ-ສ້າງສັນຕິພາບ

ສໍານັກງານຜູ້ບັນຊາການທະຫານສູງສຸດຂອງມຽນມາ ປະກາດໃນວັນທີ 31 ພຶດສະພາ, ຂະຫຍາຍໄລຍະເວລາການຢຸດຍິງຊົ່ວຄາວອອກໄປຈົນຮອດວັນທີ 30 ມິຖຸນານີ້ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມິຖຸນາເປັນຕົ້ນໄປ ຕາມລາຍງານຈາກໜັງສືພິມ The Mirror ສື່ທາງການມຽນມາໃນວັນທີ 1 ມິຖຸນາ.
ລາຍງານລະບຸວ່າ: ການຕັດສິນໃຈຂະຫຍາຍເວລາຢຸດຍິງຄັ້ງນີ້ມີຈຸດປະສົງເພື່ອສະໜັບສະໜູນຄວາມພະຍາຍາມໃນການຟື້ນຟູບູລະນະ ແລະ ຈັດຕັ້ງຖິ່ນຖານໃໝ່ໃຫ້ປະຊາຊົນໃນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກເຫດການແຜ່ນດິນໄຫວ ອີກທັງຍັງເປັນການດໍາເນີນງານເພື່ອຜົນປະໂຫຍດຂອງປະເທດ ແລະ ປະຊາຊົນໂດຍລວມ ຕະຫລອດຈົນເພື່ອສົ່ງເສີມສັນຕິພາບ ແລະ ສະຖຽນລະພາບພາຍໃນປະເທດ.
ກ່ອນໜ້ານີ້, ກອງທັບມຽນມາເຄີຍປະກາດຢຸດຍິງຊົ່ວຄາວມາແລ້ວຄັ້ງໜຶ່ງ ລະຫວ່າງວັນທີ 6-31 ພຶດສະພາຜ່ານມາ ເພື່ອອໍານວຍຄວາມສະດວກໃນການປະຕິບັດພາລະກິດກູ້ໄພ ແລະ ບັນເທົາທຸກຜູ້ປະສົບໄພຈາກແຜ່ນດິນໄຫວຮຸນແຮງ 7.9 ແມກນິຈູດ.
ໃນໄລຍະເວລາການຢຸດຍິງທີ່ຂະຫຍາຍອອກໄປນີ້, ກອງທັບມຽນມາໄດ້ຮຽກຮ້ອງໃຫ້ອົງກອນຕິດອາວຸດຂອງກຸ່ມຊາດພັນຕ່າງໆ ແລະ ກຸ່ມຕິດອາວຸດອື່ນໆ ຢ່າຂັດຂວາງ ຫລື ໂຈມຕີເສັ້ນທາງຄົມມະນາຄົມທີ່ປະຊາຊົນໃຊ້ສັນຈອນ, ຢ່າເຮັດອັນຕະລາຍ ຫລື ຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງພົນລະເຮືອນ, ຢ່າໂຈມຕີເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງ ແລະ ຄ້າຍທະຫານ, ຢ່າເນັ້ນໂຈມຕີໃສ່ທີ່ຕັ້ງຂອງກອງບັນຊາການທະຫານ, ຢ່າເກນກໍາລັງພົນ ຫລື ການລະດົມກໍາລັງທີ່ອາດເປັນການທໍາລາຍຂະບວນການສັນຕິພາບ ແລະ ຢ່າຂະຫຍາຍອານາເຂດ ຫລື ພື້ນທີ່ຄວບຄຸມຂອງຕົນ.
ຖ້າມີການກະທໍາໃດໆທີ່ລະເມີດຂໍ້ຕົກລົງດັ່ງກ່າວ ກອງທັບມຽນມາຈະດໍາເນີນມາດຕະການຕອບໂຕ້ທີ່ຈໍາເປັນເພື່ອຄຸ້ມຄອງຄວາມປອດໄພຂອງປະຊາຊົນ.

