ວິຖີປະຕິບັດ 7 ຂໍ້ ທີ່ຈະຊ່ວຍໃຫ້ທ່ານເບິ່ງໂລກໃນແງ່ບວກຫລາຍຂຶ້ນ.

ພະລັງຂອງການຄິດບວກ ເປັນສິ່ງທີ່ໃຜໆກໍເວົ້າກັນຈົນບາງເທື່ອມັນກໍລຶ້ງຫູ, ແຕ່ການຄິດບວກນັ້ນເຮັດໃຫ້ເຮົາມີສຸຂະພາບຈິດທີ່ດີຂຶ້ນໄດ້ແທ້, ຊ່ວຍໃຫ້ເຮົາມັ້ນໃຈໃນຕົນເອງ, ພັດທະນາອາລົມ ແລະ ຊ່ວຍຫລຸດອາການຊຶມເສົ້າ ລວມທັງຄວາມເຄັ່ງຄຽດ, ແຕ່ວ່າຄວາມຈິງແລ້ວພະລັງຂອງການຄິດບວກທີ່ແທ້ຈິງນັ້ນໝາຍຄວາມວ່າຫຍັງກັນແທ້? ທ່ານອາດຈະບອກວ່າການຄິດບວກແມ່ນການເບິ່ງໂລກໃນແງ່ດີ ຫລື ການໃຫ້ກຳລັງໃຈຕົນເອງ, ແຕ່ໂດຍລວມແລ້ວການຄິດບວກກໍຍັງເປັນແນວຄິດທີ່ບໍ່ຄ່ອຍຈະແຈ້ງປານໃດ. ດັ່ງນັ້ນ, ຖ້າທ່ານຢາກເຫັນວ່າການຄິດບວກແມ່ນຫຍັງ ທ່ານກໍຈຳເປັນທີ່ຕ້ອງເຫັນຄວາມເປັນຮູບປະທຳຂອງມັນສາກ່ອນ ເຮົາມາເບິ່ງນຳກັນວ່າວິຖີປະຕິບັດຂອງມັນມີຫຍັງແດ່ ແນ່ນອນວ່າວິຖີເຫລົ່ານີ້ເປັນສິ່ງທີ່ທ່ານສາມາດເລີ່ມເຮັດໄດ້ທັນທີ.

  1. ເລີ່ມຕົ້ນມື້ໃໝ່ດ້ວຍພະລັງບວກ : ການເລີ່ມຕົ້ນໃນຕອນເຊົ້ານັ້ນຈະຕັດສິນວ່າມື້ນັ້ນໝົດມື້ຈະດຳເນີນໄປແນວໃດ ທ່ານເຄີຍຕື່ນສວາຍແລ້ວກໍກະວົນກະວາຍ, ຮູ້ສຶກວ່າມື້ນີ້ຈະມີແຕ່ເລື່ອງບໍ່ດີຕາມມາແດ່ຫລືບໍ່ ? ນີ້ເປັນໂຕຢ່າງຂອງການທີ່ທ່ານເລີ່ມຕົ້ນມື້ດ້ວຍຄວາມຄິດດ້ານລົບ ແລະ ມັນກໍຈະຕິດໂຕທ່ານໄປໝົດມື້ ແທນການຈະໃຫ້ຄວາມຄິດດ້ານລົບມາຄອບງຳທ່ານ ກໍໃຫ້ປ່ຽນເປັນການເບິ່ງໂລກໃນແງ່ບວກແທນ ອາດຈະໃຊ້ວິທີການລົມກັບຕົນເອງໃນແວ່ນແຍງວ່າທ່ານຄິດແນວໃດ ເຊັ່ນ : “ມື້ນີ້ຈະເປັນມື້ທີ່ດີ” ຫລື “ມື້ນີ້ຂ້ອຍຈະເປັນຄົນທີ່ເກັ່ງທີ່ສຸດ” ແລ້ວທ່ານຈະພົບວ່າມື້ນັ້ນເປັນມື້ທີ່ດີຂຶ້ນຢ່າງບໍ່ໜ້າເຊື່ອ.
  2. ໃຫ້ຄວາມສຳຄັນກັບສິ່ງທີ່ດີ ເຖິງມັນຈະເປັນເລື່ອງນ້ອຍໆ : ເປັນເລື່ອງທຳມະດາທີ່ທ່ານຈະພົບອຸປະສັກໝົດມື້ ມື້ທີ່ສົມບູນແບບນັ້ນບໍ່ມີຢູ່ຈິງ ເມື່ອທ່ານພົບກັບອຸປະສັກ ຫລື ຄວາມທ້າທາຍໃໝ່ໆທີ່ເຂົ້າມາຫາທ່ານ ກໍໃຫ້ລອງເບິ່ງເຖິງປະໂຫຍດທີ່ທ່ານຈະໄດ້ຮັບຈາກມັນ ບໍ່ວ່າຈະເປັນເລື່ອງເລັກນ້ອຍ ຫລື ເບິ່ງແລ້ວບໍ່ສຳຄັນປານໃດກໍຕາມ ເຊັ່ນ : ເມື່ອທ່ານພົບກັບລົດຕິດດົນໆຫລາຍໆນາທີ ກໍໃຫ້ຄິດວ່ານີ້ເປັນເວລາທີ່ດີທີ່ທ່ານຈະໄດ້ນັ່ງຟັງເພງ,​ຟັງລາຍການທີ່ທ່ານມັກທີ່ສຸດ ຫລື ຖ້າທ່ານຢາກປຸງແຕ່ງອາຫານ, ແຕ່ວັດຖຸດິບທີ່ທ່ານຕ້ອງການມັນໝົດ ກໍໃຫ້ຄິດວ່ານີ້ເປັນໂອກາດທີ່ທ່ານຈະໄດ້ລອງເຮັດລາຍການອາຫານໃໝ່ໆທີ່ບໍ່ເຄີຍເຮັດ.
  3. ມີອາລົມຂັນໃນສະຖານະການທີ່ບໍ່ຄ່ອຍດີ : ຈົ່ງມີອາລົມຂັນເຖິງວ່າທ່ານກຳລັງພົບມື້ທີ່ບໍ່ຄ່ອຍດີໃນຊີວິດຢູ່ກໍຕາມ, ຍຳ້ເຕືອນຕົນເອງວ່າສິ່ງທີ່ທ່ານກຳລັງພະເຊີນອາດຈະກາຍເປັນເລື່ອງເລົ່າຕະຫລົກໃຫ້ຄົນອື່ນຟັງໃນພາຍຫລັງໄດ້. ມີວິທີຫລວງຫລາຍທີ່ເຮັດໃຫ້ທ່ານບໍ່ເຄັ່ງຄຽດຈົນເກີນໄປໃນຍາມທີ່ພົບສະຖານະການບໍ່ຄ່ອຍດີ ແລະ ອາລົມຂັນກໍຈະຊ່ວຍໃຫ້ເຮົາມີກຳລັງທີ່ຈະຜ່ານເຫດການເຫລົ່ານັ້ນໄປໄດ້ນຳ.
  4. ປ່ຽນຄວາມຄິດລົ້ມເຫລວເປັນບົດຮຽນ : ທ່ານບໍ່ແມ່ນຄົນສົມບູນແບບ ແລະ ບໍ່ມີໃຜທີ່ເປັນແບບນັ້ນນຳ, ທ່ານມີໂອກາດເຮັດຜິດພາດ ແລະ ລົ້ມເຫລວໄດ້ສະເໝີ. ດັ່ງນັ້ນແລ້ວ ແທນການທີ່ທ່ານຈະໄປເອົາໃຈໃສ່ກັບຄວາມລົ້ມເຫລວນັ້ນຫລາຍເກີນໄປ ກໍລອງຄິດວ່າທ່ານຈະເຮັດແນວໃດຕໍ່ໃນວັນຂ້າງໜ້າ, ເຮັດໃຫ້ຄວາມຜິດພາດກາຍມາເປັນບົດຮຽນທີ່ຈະສອນທ່ານໄດ້ ເພື່ອທີ່ທ່ານຈະໄດ້ບໍ່ເຮັດຜິດພາດອີກ ເຊັ່ນ : ທ່ານອາດຈະຕັ້ງກົດໃນການເຮັດໂຄງການຂຶ້ນມາໃໝ່ຫລັງຈາກຄວາມຜິດພາດໄດ້ເກີດຂຶ້ນ, ນັ່ງທົບທວນວ່າເປັນຫຍັງມັນຈຶ່ງເກີດ ແລະ ເຮັດແນວໃດຈຶ່ງຈະບໍ່ພົບກັບມັນອີກ.
  5. ປ່ຽນຄຳສົບປະໝາດຕົນເອງເປັນການໃຫ້ກຳລັງໃຈ : ເຮົາມັກຈະສົບປະໝາດຕົນເອງໂດຍບໍ່ຮູ້ໂຕ ທ່ານອາດຈະຄິດວ່າ “ຂ້ອຍບໍ່ໄດ້ເລື່ອງໄດ້ລາວຫຍັງເລີຍ” ຫລື “ຂ້ອຍບໍ່ໜ້າເຮັດແນວນັ້ນເລີຍ” ເຊິ່ງຄວາມຄິດເຫລົ່ານີ້ຈະຄ່ອຍໆເຊື່ອມຊຶມເຂົ້າໄປໃນຈິດໃຈຂອງທ່ານ ແລະ ປ່ຽນມຸມມອງທີ່ທ່ານມີຕໍ່ໂຕເອງໄປເລີຍ ນັ້ນໝາຍຄວາມວ່າ ທ່ານຈະເບິ່ງວ່າຕົນເອງໄຮ້ຄວາມສາມາດ. ຖ້າທ່ານຮູ້ສຶກວ່າກຳລັງສົບປະໝາດຕົນເອງຢູ່ກໍຈົ່ງຢຸດເຮັດມັນໂດຍໄວ ແລະ ແທນບ່ອນມັນດ້ວຍຄຳເວົ້າໃນທາງບວກ ເຊັ່ນ : ປ່ຽນຈາກ “ຂ້ອຍບໍ່ໄດ້ເລື່ອງໄດ້ລາວຫຍັງເລີຍ” ໃຫ້ກາຍເປັນ “ຖ້າຂ້ອຍຝຶກຝົນຫລາຍກ່ວານີ້ ວັນຂ້າງໜ້າຂ້ອຍຈະເຮັດມັນໄດ້ດີຂຶ້ນ” ຫລື “ຂ້ອຍບໍ່ໜ້າເຮັດແບບນັ້ນເລີຍ” ໃຫ້ກາຍເປັນ “ມັນຜິດພາດບໍ່ເປັນດັ່ງທີ່ຄິດ ແຕ່ເທື່ອໜ້າມັນອາດຈະດີກໍມີ”.
  6. ຢູ່ກັບປັດຈຸບັນ : ຄວາມຄິດບໍ່ດີສ່ວນຫລາຍແລ້ວເກີດຈາກການຄິດເຖິງອະດີດ ຫລື ອະນາຄົດ ໂດຍທີ່ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ປັດຈຸບັນ. ດັ່ງນັ້ນແລ້ວ ການຢູ່ກັບປັດຈຸບັນຈະຊ່ວຍໃຫ້ເຮົາຄຳນຶງໄດ້ວ່າສິ່ງຕ່າງໆມັນບໍ່ໄດ້ຂີ້ຮ້າຍປານນັ້ນ ເຮົາຮູ້ສຶກບໍ່ດີຍ້ອນເມົາແຕ່ຄິດເຖິງເລື່ອງທີ່ຜ່ານໄປແລ້ວ ຫລື ເລື່ອງທີ່ຍັງບໍ່ໄດ້ເກີດຂຶ້ນຫລາຍກ່ວາ.
  7. ຄົບຫາກັບຄົນທີ່ເບິ່ງໂລກໃນດ້ານບວກ : ຖ້າທ່ານຢູ່ກັບຄົນທີ່ເບິ່ງໂລກໃນດ້ານດີ ທ່ານກໍຈະໄດ້ຮັບແຕ່ສິ່ງດີໆ ເລື່ອງລາວດີໆຈາກພວກເຂົາຢູ່ຕະຫລອດເວລາ ສິ່ງເຫລົ່ານັ້ນຈະເຊື່ອມຊຶມເຂົ້າໄປໃນຈິດໃຈຂອງທ່ານ ແລະ ສົ່ງຜົນຕໍ່ວິທີການຄິດຂອງທ່ານນຳ. ການຫາຄົນທີ່ເບິ່ງໂລກໃນດ້ານບວກນັ້ນເປັນເລື່ອງຍາກ ແຕ່ທ່ານຕ້ອງທຳລາຍຄວາມຄິດດ້ານລົບອອກໄປໃຫ້ໝົດ ກ່ອນທີ່ມັນຈະກືນກິນທ່ານ, ຫາຄົນທີ່ທ່ານຢູ່ໃກ້ແລ້ວໄດ້ຫຍັງດີໆກັບມາ ແລະ ຈັກມື້ໜຶ່ງທ່ານກໍຈະໃຫ້ສິ່ງດີໆກັບຄືນໄປຫາພວກເຂົາຄືກັນ.