ເພີ່ມສີສັນໃຫ້ຊີວິດຄູ່
ເພີ່ມສີສັນໃຫ້ຊີວິດຄູ່, ການສຶກສາພົບວ່າຄູ່ຮັກທີ່ມັກຜິດຖຽງກັນໃນບາງເວລາ ຈະເຮັດໃຫ້ຄວາມຮັກຍືນຍາວຂຶ້ນ . ຕ້ອງບອກກ່ອນວ່າ ການຜິດຖຽງກັນບາງຄັ້ງບາງຄາວອາດຊ່ວຍໃຫ້ຄວາມສໍາພັນດີຂຶ້ນໄດ້ແທ້, ແຕ່ກໍບໍ່ຄວນຫລາຍຈົນເກີນໄປ ຫລື ຜິດກັນທຸກມື້ແບບນີ້ກໍບໍ່ເອົາ ເພາະອາດຈະເຮັດໃຫ້ເຮົາເລີກລາກັນກໍໄດ້ . ດັ່ງນັ້ນເຮົາຄວນມີຂອບເຂດໃຫ້ກັນ ແລະ ກັນ ເພາະການຜິດຖຽງກັນແບບມີສາລະ ແລະ ເຫດຜົນ ເຮັດໃຫ້ເຮົາເຂົ້າໃຈກັນຫລາຍຂຶ້ນ, ຮັບຮູ້ບັນຫາຂອງອີກຝ່າຍ ແລະ…









