ອິນໂດເນເຊຍພ້ອມງັດມາດຕະການໃຫຍ່ ກະຕຸ້ນເສດຖະກິດ-ຫລຸດດອກເບ້ຍ ຫວັງຮັກສາເສດຖະກິດເຕີບໃຫຍ່ 5% ປີນີ້

             ລັດຖະບານອິນໂດເນເຊຍປະກາດພ້ອມໃຊ້ເຄື່ອງມືທາງການເງິນເຕັມກໍາລັງ ເພື່ອຊຸກຍູ້ເສດຖະກິດໃຫ້ເຕີບໃຫຍ່ຕາມເປົ້າໝາຍ 5% ໃນປີນີ້.

             ໃນກອງປະຊຸມຄະນະກໍາມະການສະຖຽນລະພາບລະບົບການເງິນ (KSSK) ໃນວັນທີ 28 ກໍລະກົດ, ຜູ້ນໍາເສດຖະກິດຊັ້ນນໍາຂອງປະເທດເນັ້ນເຖິງມາດຕະການຮັກສາການເຕີບໃຫຍ່ ທ່າມກາງສະຖານະການການບໍລິໂພກພາຍໃນປະເທດ ແລະ ຂະແໜງການຜະລິດທີ່ອ່ອນແຮງ ລວມທັງຄວາມສ່ຽງຈາກມາດຕະການພາສີອາເມລິກາ ແລະ ການຄ້າລະຫວ່າງປະເທດອ່ອນແອລົງ.

             ລັດຖະມົນຕີວ່າການກະຊວງການເງິນອິນໂດເນເຊຍ ເປີດເຜີຍວ່າ: ສານສໍາຄັນຄັ້ງນີ້ຊັດເຈນວ່າ: KSSK ເຮັດວຽກຮ່ວມກັນຢ່າງໃກ້ຊິດເພື່ອຮັກສາການເຕີບໃຫຍ່ທາງເສດຖະກິດ ຄຽງຄູ່ກັບການຮັກສາສະຖຽນລະພາບຂອງລະບົບການເງິນ.

            ລັດຖະມົນຕີວ່າການກະຊວງການເງິນອິນໂດເນເຊຍເນັ້ນວ່າ: ລັດຖະບານຈະໃຊ້ເຄື່ອງມືທາງການເງິນ ແລະ ກົດລະບຽບ ເພື່ອຮັກສາແຮງສົ່ງຂອງການເຕີບໃຫຍ່, ພ້ອມປະສານງານເພື່ອຮັບມືຄວາມສ່ຽງຈາກສະຖານະການເສດຖະກິດໂລກ.

             ທັງນີ້, ລັດຖະມົນຕີວ່າການກະຊວງການເງິນອິນໂດເນເຊຍລະບຸວ່າ: ລັດຖະບານກຽມມາດຕະການກະຕຸ້ນເສດຖະກິດຊຸດທີ 3 ເພື່ອໝູນຂະແໜງຄົມມະນາຄົມ, ການທ່ອງທ່ຽວ ແລະ ກິດຈະກໍາເສດຖະກິດໄລຍະທ້າຍປີ ໂດຍມີເປົ້າໝາຍຮັກສາການເຕີບໃຫຍ່ຂອງ GDP ໄວ້ປະມານ 5% ໃນປີນີ້.

             ກ່ອນໜ້ານີ້, ໃນເດືອນມິຖຸນາ ລັດຖະບານໄດ້ອອກມາດຕະການມູນຄ່າ 1.5 ພັນລ້ານໂດລາ ຄວບຄຸມການເພີ່ມເງິນຊ່ວຍເຫລືອຄ່າຈ້າງ ແລະ ສະຫວັດດີການສັງຄົມ ລວມທັງສ່ວນຫລຸດຄ່າຜ່ານທາງ ເຊິ່ງຄາດວ່າຈະມີສ່ວນໜູນການເຕີບໃຫຍ່ຂອງ GDP ໃນໄຕມາດ 2/2025.