ກວດເບິ່ງອາການດ່ວນ!!

ກວດເບິ່ງອາການດ່ວນ!!

ຕອນຢູ່ບ່ອນເຮັດວຽກ ເປັນຄົນເກັ່ງ, ເຮັດວຽກໄດ້ດີ ເບິ່ງມີຊີວິດຊີວາ ແຕ່ພໍກັບບ້ານມາ ຊໍ້າພັດຮູ້ສຶກຊຶມ, ໝອງເສົ້າ ນັ້ນສະແດງວ່າ ທ່ານກໍາລັງຢູ່ໃນອາການຂອງພາວະຊຶມເສົ້າຊໍາເຮື້ອຢູ່ກໍໄດ້ . ແພດແນະນໍາໃຫ້ໝັ່ນສັງເກດຕົວເອງສະເໝີ ຖ້າພົບອາການເຫລົ່ານີ້ເຊັ່ນ: ເສົ້າໝອງ, ຊຶມ, ເບື່ອອາຫານ, ອ່ອນເພຍ, ບໍ່ມີສະມາທິ, ການນອນປ່ຽນໄປ, ໃຈຮ້າຍງ່າຍ, ໝົດຫວັງ…

ເມືອງເຟືອງ ສະຖານທີ່ທ່ອງທ່ຽວທີ່ໂອບເອື້ອດ້ວຍມົນສະເໜ່ຂອງທໍາມະຊາດ

ເມືອງເຟືອງ ສະຖານທີ່ທ່ອງທ່ຽວທີ່ໂອບເອື້ອດ້ວຍມົນສະເໜ່ຂອງທໍາມະຊາດ

ໂດຍ: ທິດກໍ່າ ເມືອງເຟືອງຍອດຕໍານານແຫ່ງນະວະນິຍາຍການຕໍ່ສູ້ກັນລະຫວ່າງສັງສິນໄຊກັບຍັກກຸມພັນຈົນກາຍມາເປັນທີ່ມາຂອງຜາທໍ່ໜໍ່ຄໍາ ແລະ ສາມໝື່ນຕູບເຟືອງ ເຊິ່ງໃນປັດຈຸບັນ ກໍກາຍມາເປັນເມືອງເຟືອງ ທີ່ໂອບເອື້ອດ້ວຍມົນສະເໜ່ຂອງທໍາມະຊາດ. ອີກສິ່ງໜຶ່ງທີ່ຍັງຝັງໃຈກັບຄົນລາວເຮົາຈໍານວນບໍ່ໜ້ອຍກໍຄືຊາວເມືອງເຟືອງແມ່ນສຽງເພງ “ສາມໝື່ນເມືອງເຟືອງ” ເຊິ່ງຍັງມີຄວາມຜູກພັນໂດ່ງດັງເປັນອໍາມະຕະເກາະຕິດກັບຈິດໃຈຂອງຄົນລາວ ໂດຍສະເພາະຄົນເມືອງເຟືອງຈົນມາຮອດທຸກວັນນີ້. ປັດຈຸບັນ ເມືອງເຟືອງເປັນເມືອງໜຶ່ງໃນຈໍານວນ 11 ເມືອງທີ່ຂຶ້ນກັບແຂວງວຽງຈັນ ເຊິ່ງຕັ້ງຢູ່ທິດຕາເວັນຕົກຂອງແຂວງວຽງຈັນຫ່າງຈາກເທສະບານແຂວງປະມານ 70 ກວ່າກິໂລແມັດ ແລະ…

ສປປ ລາວ ເປັນປະເທດມີສະເໜ່ທີ່ສຸດໃນພາກພື້ນຕາວັນອອກສຽງໃຕ້

ສປປ ລາວ ເປັນປະເທດມີສະເໜ່ທີ່ສຸດໃນພາກພື້ນຕາວັນອອກສຽງໃຕ້

Forbes ນິຕະຍະສານ ຊື່ດັງດ້ານທຸລະກິດການເງິນ ຂອງສະຫະລັດອາເມລິກາ ເຜີຍແຜ່ບົດຄວາມລະບຸວ່າ “ສປປ ລາວ ເປັນປະເທດທີ່ມີສະເໜ່ທີ່ສຸດໃນພາກພື້ນຕາວັນອອກສຽງໃຕ້” ວາລະສານ ລະບຸວ່າ ເຖິງແມ່ນວ່າ ສປປ ລາວ ຈະບໍ່ມີຊາຍແດນຕິດຈອດກັບທະເລ ແຕ່ກໍຖືກທົດແທນດ້ວຍພູມປະເທດທີ່ເປັນພູຜາອັນສວຍງາມ ມີທົ່ງນາອັນອຸດົມສົມບູນ ແລະມີແມ່ນໍ້າຂອງ ທີ່ຍາວຢຽດໄຫລຜ່ານປະເທດ ເຊິ່ງເປັນປະເທດທີ່ມີສະຖານທີ່ທ່ອງທ່ຽວທາງວັດທະນະທຳທີ່ໜ້າຫລົງໃຫລ, ປະສົບການທ່ອງທ່ຽວກາງແຈ້ງແບບຜະຈົນໄພ…

ອາຫານແຄມທາງ ຄຸນຄ່າດ້ານວັດທະນະທຳ ແລະ ວິຖີຊີວິດທີ່ຄວນຮັກສາ ແຕ່ຕ້ອງຖືກຫຼັກອະນາໄມ ແລະ ໂພຊະນາການ

ອາຫານແຄມທາງ ຄຸນຄ່າດ້ານວັດທະນະທຳ ແລະ ວິຖີຊີວິດທີ່ຄວນຮັກສາ ແຕ່ຕ້ອງຖືກຫຼັກອະນາໄມ ແລະ ໂພຊະນາການ

ໂດຍ: ມຶກບໍ່ແຫ້ງ ທ່າມກາງການເພີ່ມຂຶ້ນຂອງອາຫານທີ່ເອີ້ນເປັນພາສາຕ່າງປະເທດວ່າຟາສຟູດນັ້ນ, ອາຫານແຄມທາງແມ່ນ ຍັງເປັນສິ່ງທີ່ບົ່ງບອກເຖິງຄຸນຄ່າຂອງວັດທະນະທຳ, ພູມສັນຖານແລະການອູ້ມຊູຊ່ວຍເຫຼືອຊີວິດການ ເປັນຢູ່ຂອງຄົນແຕ່ລະທ້ອງຖິ່ນທີ່ພວກເຮົາຄວນຮັກສາໄວ້. ອາຫານແຄມທາງໝາຍຄວາມວ່າແນວໃດ? ອົງການອາຫານແລະກະສິກຳຂອງອົງການສະຫະປະຊາຊາດ ໄດ້ໃຫ້ນິຍາມໄວ້ວ່າອາຫານແຄມທາງແມ່ນບົ່ງບອກເຖິງອາຫານທີ່ຫຼາກຫຼາຍປະເພດທີ່ກຽມພ້ອມຮັບປະທານເຊິ່ງສ່ວນຫຼາຍຈະໄດ້ຮັບການປຸງແຕ່ງແລະກະກຽມຕາມສະຖານທີ່ສາທາລະນະໂດຍສະເພາະແຄມທາງ, ຕາມນິຍາມນີ້ ພວກເຮົາກໍເວົ້າໄດ້ວ່າເຂົ້າຫຼາມປີ້ງໄກ່ ທີ່ຂາຍຢູ່ບ້ານໄຮ່ປາກງື່ມຫຼືບໍ່ກໍຢູ່ເຊໂນແຂວງສະຫວັນນະເຂດ ແລະບ້ານນາ ປົ່ງແຂວງສາລະວັນ, ເຂົ້າຈີ່ປາເຕທີ່ຂາຍຕາມແຄມທາງຢູ່ນະຄອນຫຼວງວຽງຈັນ, ເຂົ້າຊອຍຢູ່ຕະຫຼາດມືດແຂວງ ຫຼວງນໍ້າທາກໍລ້ວນແລ້ວແຕ່ເອີ້ນວ່າອາຫານແຄມທາງທີ່ມີທັງລົດຊາດອັນແຊບຊ້ອຍ ແລະຫຼາກຫຼາຍ ເຊິ່ງໄລຍະຜ່ານມາ…

ບຸນປີໃໝ່ລາວ ປະເພນີມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ

ບຸນປີໃໝ່ລາວ ປະເພນີມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ

ບຸນປີໃໝ່ລາວນັບວ່າເປັນປາງບຸນໃຫຍ່ທີ່ສຳຄັນຕໍ່ຊາວລາວບັນດາເຜົ່ານັບແຕ່ເໜືອຮອດໃຕ້ດ້ວຍຫລາຍຊື່ ເອີ້ນ ແຕກຕ່າງກັນໄປຕາມທ້ອງຖິ່ນເຊັ່ນ: ບຸນປີໃໝ່ລາວ, ບຸນສົງການ, ບຸນຫົດນໍ້າ, ບຸນສົງນໍ້າພະສຸດແລ້ວແຕ່ຜູ້ລຶ້ງ ເຄີຍ, ເນື່ອງຈາກວ່າ: ເພິ່ນແປຄຳວ່າ “ປີໃໝ່” ມາຈາກຄຳວ່າ “ ຕຸດສົງການ ” ໝາຍເຖິງການປ່ຽນແປງລະດູ ຫລື ການປ່ຽນແປງ ພ.ສ ຫລື…

Sabaidee fest 2023 ສັນຍະລັກງານສື່ສໍາພັນສາຍເລືອດເຊື້ອຊາດລາວ

Sabaidee fest 2023 ສັນຍະລັກງານສື່ສໍາພັນສາຍເລືອດເຊື້ອຊາດລາວ

ໂດຍ: ທິດກໍ່າ ນັບວ່າເປັນໂອກາດດີ ແລະ ກໍໜ້າຍົກຍ້ອງຊົມເຊີຍຕໍ່ຄະນະຮັບຜິດຊອບຈັດງານອັນຍິ່ງໃຫຍ່ທີ່ມີຫົວຂໍ້ວ່າ: “Sabaidee fest 2023” ທີ່ໄດ້ຈັດຂຶ້ນຢູ່ລັດແຄລິຟໍເນຍ ສະຫະລັດອາເມລິກາ. ແນ່ນອນວ່າໃນຄັ້ງທີ່ຜ່ານໆມານັ້ນ ອາດມີການຈັດງານນີ້ມາແລ້ວ ແຕ່ຜູ້ຂຽນຂໍຍົກເອົາສະເພາະໃນປີ 2023 ມາວິເຄາະເຈາະເລິກພໍຫອມປາກຫອມຄໍ ແລະ ຫອມໃຈດ້ວຍຄວາມປາຖະໜາດີ. ງານ Sabaidee fest…

ສາລະພັດປະໂຫຍດ ໝາກນາວ

ສາລະພັດປະໂຫຍດ ໝາກນາວ

ນ້ຳໝາກນາວ ນອກຈາກນໍາມາປຸງແຕ່ງແລ້ວ ຍັງສາມາດໃຊ້ກໍາຈັດຄາບເປື້ອນໄດ້ດັ່ງນີ້: . ຊ່ວຍໃຫ້ກິ່ນນໍ້າສົ້ມສາຍຊູດີຂຶ້ນ ນໍ້າສົ້ມສາຍຊູຖືເປັນອີກໜຶ່ງຕົວຊ່ວຍໃນການອະນາໄມ ແຕ່ຫລາຍຄົນອາດຈະບໍ່ມັກກິ່ນຂອງມັນປານໃດ ລອງປະສົມນໍ້າໝາກນາວເຂົ້າໄປ ຈະຊ່ວຍດັບກິ່ນນໍ້າສົ້ມສາຍຊູລົງໄປໜ້ອຍໜຶ່ງ . ໃຊ້ອະນາໄມສິ່ງຂອງທີ່ເປັນແກ້ວ ປະສົມນໍ້າສົ້ມສາຍຊູ ກັບ ນໍ້າໝາກນາວ ຢ່າງລະ 2 ບ່ວງແກງ ແລ້ວໃສ່ນໍ້າອຸ່ນ 1 ຖ້ວຍນ້ອຍ…

ຊ່າງສັກພື້ນເມືອງໄວອາຍຸ 106 ປີ  ຂຶ້ນປົກນິຕະຍາສານລະດັບໂລກ

ຊ່າງສັກພື້ນເມືອງໄວອາຍຸ 106 ປີ ຂຶ້ນປົກນິຕະຍາສານລະດັບໂລກ

ປະຫວັດສາດ Vogue ເມື່ອແມ່ເຖົ້າທີ່ມີອາຍຸ 106 ປີ ໄດ້ຂຶ້ນປົກນິຕິສານລະດັບໂລກ . ແມ່ເຖົ້າ Apo Maria “Whang-Od” Oggay ອາຍຸ 106 ປີ ຈາກຊົນເຜົ່າ Kalinga ທາງຕອນໃຕ້ຂອງປະເທດຟິລິປິນ ເປັນຊ່າງສັກພື້ນເມືອງ ແລະ…

ດື່ມນໍ້າຫລາຍ ເຮັດໃຫ້ບໍ່ສະບາຍ

ດື່ມນໍ້າຫລາຍ ເຮັດໃຫ້ບໍ່ສະບາຍ

ສໍານັກງານໂພຊະນາການກົມອະນາໄມ (ປະເທດໄທ) ໃຫ້ຮູ້ວ່າ ບໍ່ຄວນດື່ມນໍ້າຫລາຍເກີນ 6-7 ລິດຕໍ່ມື້, ເຊິ່ງຜູ້ຍິງໃນໄວເຮັດວຽກ ຄວນດື່ມນໍ້າ 2-2.7 ລິດ/ມືສ່ວນຜູ້ຊາຍໃນໄວເຮັດວຽກຄວນດື່ມ 3-3.7 ລິດ/ມື້ ຫລື ຄໍານວນປະລິມານການດື່ມນໍ້າທີ່ເໝາະສົມສໍາລັບຮ່າງກາຍ ແມ່ນການໃຫ້ນໍ້າໜັກໂຕ ຫານດ້ວຍ 30, ຖ້າໃຜດື່ມນໍ້າຫລາຍເກີນທີ່ຮ່າງກາຍຄວນໄດ້ຮັບ ຈະເຮັດໃຫ້ເຈັບຫົວ, ອາການຊັກ…

ພາກເໜືອ ແລະ ນະຄອນຫລວງ ມີແຕ່ລົມ ສ່ວນພາກກາງຫາພາກໃຕ້ມີຟ້າຮ້ອງຟ້າເຫລື້ອມ ໂອກາດເກີດຝົນ 30-40% ຂອງພື້ນທີ່

ພາກເໜືອ ແລະ ນະຄອນຫລວງ ມີແຕ່ລົມ ສ່ວນພາກກາງຫາພາກໃຕ້ມີຟ້າຮ້ອງຟ້າເຫລື້ອມ ໂອກາດເກີດຝົນ 30-40% ຂອງພື້ນທີ່

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານສະພາບອາກາດ ປະຈໍາວັນທີ 3 ເມສາ 2023 ນີ້ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກຳລັງອ່ອນ ຫາ ປານກາງ ສົມທົບກັບລົມຕາເວັນຕົກ ພັດປົກຄຸມພາກເໜືອ ລົງຫາ ພາກກາງ ແລະ…