ພາຍຸຝົນຖະຫລົ່ມນະຄອນຫລວງປັກກິ່ງ ມີຜູ້ເສຍຊີວິດແລ້ວ 30 ຄົນ

ສໍານັກງານຄວບຄຸມອຸທົກກະໄພຂອງເທດສະບານນະຄອນຫລວງປັກກິ່ງເປີດເຜີຍໃນວັນທີ 29 ກໍລະກົດວ່າ: ພາຍຸຝົນຮຸນແຮງຮອບຫລ້າສຸດໄດ້ພັດຖະຫລົ່ມນະຄອນຫລວງປັກກິ່ງ ຂອງຈີນ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 30 ຄົນ ຈົນຮອດທ່ຽງຄືນວັນທີ 28 ກໍລະກົດ.
ລາຍງານລະບຸວ່າ: ພົບຜູ້ເສຍຊີວິດໃນພື້ນທີ່ທາງເໜືອຂອງນະຄອນຫລວງປັກກິ່ງ ໂດຍມີຜູ້ເສຍຊີວິດ 28 ຄົນໃນເຂດໝີ່ວວິນ ແລະ 2 ຄົນໃນເຂດຢຽນຊິງ.
ເຈົ້າໜ້າທີ່ທ້ອງຖິ່ນລະບຸວ່າ: ປະຊາຊົນ 80,332 ຄົນຕ້ອງອົບພະຍົບອອກຈາກພື້ນທີ່. ຂະນະທີ່ປະລິມານນໍ້າຝົນສູງສຸດຢູ່ທີ່ 543.4ມມ ໃນເຂດໝິ່ວວິນ. ນອກຈາກນີ້ ພາຍຸຝົນຍັງສົ່ງຜົນເຮັດໃຫ້ຖະໜົນເສຍຫາຍ 31 ເສັ້ນ ແລະ ການຈ່າຍກະແສໄຟຟ້າຂັດຂ້ອງໃນ 136 ບ້ານ.
ສໍານັກຂ່າວຊິນຮົວລາຍງານວ່າ: ໃນເວລາ 20:00 ໂມງ ຂອງວັນທີ 28 ກໍລະກົດ ສໍານັກງານຄວບຄຸມອຸທົກກະໄພຂອງເທດສະບານນະຄອນຫລວງປັກກິ່ງໄດ້ປະກາດໃຊ້ກົນໄກການຕອບສະໜອງສຸກເສີນໃນການຄວບຄຸມອຸທົກກະໄພທົ່ວເມືອງໃນລະດັບສູງສຸດ, ພ້ອມເຕືອນປະຊາຊົນໃຫ້ຫລີກລ່ຽງການເຂົ້າໃກ້ແມ່ນໍ້າໄຫລແຮງ.

