ເພີ່ມສີສັນໃຫ້ຊີວິດຄູ່

ເພີ່ມສີສັນໃຫ້ຊີວິດຄູ່, ການສຶກສາພົບວ່າຄູ່ຮັກທີ່ມັກຜິດຖຽງກັນໃນບາງເວລາ ຈະເຮັດໃຫ້ຄວາມຮັກຍືນຍາວຂຶ້ນ

.

ຕ້ອງບອກກ່ອນວ່າ ການຜິດຖຽງກັນບາງຄັ້ງບາງຄາວອາດຊ່ວຍໃຫ້ຄວາມສໍາພັນດີຂຶ້ນໄດ້ແທ້, ແຕ່ກໍບໍ່ຄວນຫລາຍຈົນເກີນໄປ ຫລື ຜິດກັນທຸກມື້ແບບນີ້ກໍບໍ່ເອົາ ເພາະອາດຈະເຮັດໃຫ້ເຮົາເລີກລາກັນກໍໄດ້

.

ດັ່ງນັ້ນເຮົາຄວນມີຂອບເຂດໃຫ້ກັນ ແລະ ກັນ ເພາະການຜິດຖຽງກັນແບບມີສາລະ ແລະ ເຫດຜົນ ເຮັດໃຫ້ເຮົາເຂົ້າໃຈກັນຫລາຍຂຶ້ນ, ຮັບຮູ້ບັນຫາຂອງອີກຝ່າຍ ແລະ ໄດ້ຮູ້ວ່າອີກຝ່າຍຄິດຫຍັງຢູ່ ແລະ ໄດ້ປົດປ່ອຍຄວາມຮູ້ສຶກບໍ່ພໍໃຈ, ຄວາມຮູ້ສຶກດ້ານລົບ ເພື່ອປັບຕົວເຂົ້າຫາກັນ

.

ຂໍ້ມູນຈາກ >> https://www.theguardian.com/lifeandstyle/2018/feb/13/couples-who-argue-together-stay-together-research-finds