ຫັນນະໂຍບາຍຊຸກຍູ້ ແລະ ສົ່ງເສີມການກໍ່ສ້າງສ້ອມແປງທາງ ໄລຍະໃໝ່ໃຫ້ກາຍເປັນໜ້າທີ່ພັນທະຂອງທຸກພາກສ່ວນ

ໂດຍ: ຜາຕຸງ
ບັນຫານະໂຍບາຍຊຸກຍູ້ ແລະ ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ໄດ້ກາຍເປັນບັນຫາທີ່ພົ້ນເດັ່ນແລະ ຟົດເດືອດໃນການປະກອບຄຳເຫັນຂອງ ສະມາຊິກສະພາແຫ່ງຊາດຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫງຊາດຊຸທີ IX ທີ່ດຳເນີນໄປໃນວັນທີ 12ມິຖຸນາ 2025.
ການປະກອບຄຳເຫັນຂອງ ສສຊ ໄດ້ສຸມໃສ່ບັນຫາທີ່ພົ້ນເດັ່ນທີ່ພົວພັນເຖິງນະໂຍບາຍເປັນຕົ້ນການຫຼຸດຜ່ອນອັດຕາພາສີອາກອນນຳເຂົ້າວັດສະດຸກໍ່ສ້າງແລະກົນຈັກ, ຄ່າຊັບພະຍາກອນທຳມະຊາດ ແລະ ອັດຕາອາກອນມູນຄ່າເພີ່ມຂອງໂຄງການເຊິ່ງຈະເຮັດໃຫ້ມູນຄ່າຂອງໂຄງການຫຼຸດລົງປະມານ 7 ກວ່າສ່ວນຮ້ອຍ ພ້ອມທັງຈະສ້າງເງື່ນໄຂ ແລະ ສາມາດດຶງດູດນັກລົງທຶນທັງພາຍໃນແລະຕ່າງປະເທດເຂົ້າມາລົງທຶນ ໃສ່ການພັດທະນາພື້ນຖານໂຄງລ່າງຫຼາຍຂຶ້ນ ເພື່ອແບ່ງເບົາການລົງທຶນຂອງລັດ.
ເນື່ອງຈາກເສັ້ນ ທາງໃນປັດຂຸບັນຢູ່ໃນສະພາບທີ່ຊຸດໂຊມເປ່ເພຫຼາຍສົມຄວນ ທີ່ຈະຕ້ອງໄດ້ສຸມໃສ່ຟື້ນຟູ ບູລະນະສ້ອມ ແປງໃຫ້ເຂົ້າສູ່ສະພາບປົກກະຕິ, ແຕ່ງົບປະມານທີ່ນຳໃຊ້ເຂົ້າໃນວຽກງານນີ້ຍັງຈຳກັດ ສະນັ້ນລັດຖະບານຈຶ່ງໄດ້ຄົ້ນຄວ້າການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ເພື່ອເລ່ັງການກໍ່ສ້າງຍົກລະດັບບູລະນະຮັກສາ ແລະ ສ້ອມແປງເສັ້ນທາງໃຫ້ໄດ້ໄວ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ.
ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໃນຫຼາຍບັນຫາ ເປັນຕົ້ນບັນຫາກອງທຶນທາງ ການຄຸ້ມຄອງນ້ຳໜັກທີ່ຍັງບໍ່ທັນມີປະສິດຕິພາບແລະ ປະສິດຄິຜົນພຽງພໍ ລວມທັງຄຸນນະພາບຂອງການກໍ່ສ້າງແລະສ້ອມແປງທາງໃນໄລຍະຜ່ານມາຍັງບໍ່ທັນໄດ້ມາດຕະຖານເທົ່າທີ່ຄວນ, ສຳລັບກອງທຶນທາງ ໃນໄລຍະ 4-5 ປີຜ່ານມານີ້ເຫັນວ່າຖືກຈັດສັນໃນລະຫວ່າງ 700-900ຕື້ຕໍ່ປີໂດຍສະເລ່ຍ ເພາະສະນັ້ນຄວາມຮຽກຮ້ອງຕ້ອງການນີ້ມັນບໍ່ພຽງພໍແລ້ວ, ໂດຍສະເພາະ 3-4ປີຫຼັງມານີ້ ສະພາບເງິນເຟີ້ ອັດຕາແລກປ່ຽນເໜັງຕີງຢ່າງຮ້າຍແຮງ ແຕ່ວ່າເງິນກອງທຶນທາງເຮົາພັດຍັງເທົ່າເກົ່າ ຄັນຊັ້ນເປັນຫຍັງຈຶ່ງຄ່ອຍມີການຕັດສິນໃຈຈຶ່ງມີນະໂຍບາຍຊຸກຍູ້ສົ່ງເສີມເປັນຫຍັງຈຶ່ງວ່າພະຍາຍາມດຶງດູດເອົາພາກເອກະຊົນພາຍໃນເຮົານີ້ເຂົ້າມາບູລະນະຮັກສາເສັ້ນທາງ ໃນການຍົກລະດັບເສັ້ນທາງ ອັນນີ້ເປັນສິ່ງໜຶ່ງທີ່ຈຳເປັນໃນໄລຍະເວລານີ້ເປັນຕົ້ນໄປໃນປີ 2025 ເຮົາຕ້ອງ ການງົບປະມານກອງທຶນທາງເພື່ອບູລະນະຮັກສາເສັ້ນທາງນີ້ຖືວ່າຫຼາຍກວ່າ 2,000ຕື້ ແຕ່ວ່າເຮົາມີບໍ່ພຽງພໍ ເພາະສະນັ້ນໃນລະດັບຄວາມເປ່ເພຂອງເສັ້ນທາງນີ້ໃນລະບົບຂອງເຮົາຈະແບ່ງອອກເປັນ6ລະດັບທີ່ຈະໄດ້ວິເຄາະ ງົບປະມານມີເທົ່າໃດ ຖ້າວ່າຢູ່ໃນລະດັບນັ້ນ ເສັ້ນທາງຈະຢູ່ໃນລະດັບທີ່ດີ.
ແນວໃດກໍຕາມ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງແລະສ້ອມແປງທາງໃນໄລຍະໃໝ່ນີ້ໂດຍພື້ນຖານແລ້ວ ສສຊ ເຫັນດີໃນດ້ານຫຼັກການໃນການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງແລະສ້ອມ ແປງທາງໃນໄລຍະໃໝ່ຕາມການສະເໜີຂອງລັດຖະບານເຫັນວ່າເປັນຄວາມຄິດລິເລີ່ມທີ່ດີໃນການບູລະນະສ້ອມແປງເສັ້ນທາງໃນສະພາບເງື່ອນໄຂເສດຖະກິດຂອງປະເທດເຮົາຍັງມີຄວາມຫຍຸ້ງຍາກທາງດ້ານ ເສດຖະກິດການເງິນ, ດັ່ງນັ້ນ ສະພາແຫ່ງຊາດໄດ້ສະເໜີ5ບັນຫາເພື່ອໃຫ້ລັດຖະບານກໍຄືກະຊວງໂຍທາທິການແລະຂົນສົ່ງເອົາໃຈໃສ່ຕິດຕາມກວດກາຄືນ ເປັນຕົ້ນ ສະເໜີໃຫ້ລັດຖະບານຈັດຕັ້ງປະຕິບັດເປັນໂຄງການທົດລອງ ຫຼື ໂຄງການຕົວແບບເຮັດມີຈູດສຸມມີການກຳນົດໄລຍະການຈັດຕັ້ງປະຕິບັດຢ່າງຄັກແນ່ ມີການກວດກາຕິດຕາມຢ່າງເປັນປົກກະຕິ ຫຼັງຈາກນັ້ນຈຶ່ງຖອດຖອນບົດຮຽນ ຜົນໄດ້ຜົນເສຍຕໍ່ນະໂຍບາຍດັ່ງກ່າວ ແລ້ວຈຶ່ງຜັນຂະຫຍາຍຕາມລຳດັບ, ພ້ອມດຽວກັນນັ້ນໃຫ້ມີການຄຸ້ມຄອງສັນຍາຂອງໂຄງການ ມີການຄຸ້ມຄອງການນຳເຂົ້າວັດສະດຸກໍ່ສ້າງ ແລະ ກົນຈັກຢ່າງເຂັ້ມງວດ ແລະ ຕ້ອງມີລາຍການການນຳເຂົ້າຢ່າງຈະແຈ້ງຊັດເຈນເພື່ອບໍ່ໃຫ້ມີຊ່ອງຫວ່າງໃນການຈັດຕັ້ງປະຕິບັດ.
ສະໜີໃຫ້ລັດຖະບານມີຄວາມເຂັ້ມງວດໃນການຄວບຄຸມ ຄຸນນະພາບມາດຕະຖານເຕັກນິກໃນການກໍ່ສ້າງ ແລະ ສ້ອມແປງ ຮັບປະກັນໃຫ້ມີຄຸນນະພາບສູງສາມາດນຳໃຊ້ໄດ້ຢ່າງຍາວນານ ພ້ອມກັນນັ້ນກໍໃຫ້ມີມາດຕະການທີ່ເຂັ້ມງວດເດັດຂາດໃນການກວດກາ ແລະ ຄຸ້ມຄອງລົດບັນທຸກສິນຄ້ານ້ຳໜັກເກີນ ຕາມເສັ້ນທາງຕ່າງໆ, ສະເໜີລັດຖະບານເບິ່ງຄືນການຄິດໄລ່ລາຄາຫົວໜ່ວຍໂຄງການກໍ່ສ້າງເສັ້ນທາງເພາະໃນໄລຍະຜ່ານມາເຫັນວ່າມີມູນຄ່າສູງເກີນກຳນົດ ກໍຄວນກຳນົດຄືນໂດຍສະເພາະແມ່ນຄ່າບໍລິຫານໂຄງການ ແລະ ອັດຕາຄວາມສ່ຽງອອກຈາກໂຄງສ້າງລາຄາຫົວໜ່ວຍ ເນື່ອງຈາກເຫັນວ່າຄ່າບໍລິຫານນີ້ເປັນມູນຄ່າທີ່ເຮັດໃຫ້ລາຄາຫົວໜ່ວຍມີມູນຄ່າສູງຂຶ້ນ.
ພັກ-ລັດຖະບານ ໄດ້ກຳນົດເອົາວຽກງານຄົມມະນາຄົມເປັນປາຍແຫຼມເພື່ອທະລຸເຂົ້າໃສ່ທຸກຂົງເຂດໃຫ້ມີເສັ້ນທາງໄປຮອດໄປເຖິງເຊິ່ງເປັນພື້ນຖານອຳນວຍຄວາມສະດວກໃຫ້ແກ່ການພັດມະນາເສດຖະກິດຂອງປະເທດ ເຫັນໄດ້ວ່າທຸກທ້ອງຖິ່ນມີເສັ້ນທາງໄປຮອດໄປເຖິງສ້າງຄວາມສະດວກໃນການຕິດຕໍ່ພົວພັນ ແລກປ່ຽນ ຊື້-ຂາຍສິນຄ້າລະຫວ່າງປະຊາຊົນເຮົານັບມື້ສະດວກດີຂຶ້ນ ຫຼາຍທ້ອງຖິ່ນເຂດແຂວງເລີ່ມມີການພັດທະນາໄປໃນທາງທີ່ດີ ຊີວິດການເປັນຢູ່ຂອງປະຊາຊົນກໍເລີ່ມມີການປ່ຽນແປງໄປໃນທາງທີ່ດີຂຶ້ນເຊັ່ນດຽວກັນ, ດັ່ງນັ້ນການປັບປຸງບູລະນະສ້ອມແປງທາງຈຶ່ງເປັນວຽກທີ່ຈຳເປັນທີ່ຕ້ອງເຮັດ ລວມທັງພາກລັດ ເອກກະຊົນ ນັກທຸລະກິດ ຫົວໜ່ວຍຜູ້ປະກອບການ ແລະ ປະຊາຊົນທຸກທຸກຊັ້ນຄົນໃນສັງຄົມຄວນເປັນເຈົ້າການໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ

