ເສີມຂະຫຍາຍມູນເຊື້ອນັກຮົບເກົ່າ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່

ເສີມຂະຫຍາຍມູນເຊື້ອນັກຮົບເກົ່າ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່

ໂດຍ: ຜາຕຸງ

ວັນທີ 9 ກັນຍາ 2002 ກົມການເມືອງສູນກາງພັກ ໄດ້ອອກມະຕິ ສະບັບເລກທີ 68/ກມສພ; ລົງວັນທີ 9 ກັນຍາ 2002 ວ່າດ້ວຍການສ້າງຕັ້ງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ທີ່ແມ່ນອົງການຈັດຕັ້ງການເມືອງ-ສັງຄົມໜຶ່ງນອນຢູ່ໃນລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ໃຕ້ການນຳ ພາຂອງພັກປະຊາຊົນປະຕິວັດລາວ, ມີພາລະບົດບາດ, ໜ້າທີ່ເຕົ້າໂຮມບັນດາພະນັກງານນັກຮົບເກົ່າ ເສີມຂະຫຍາຍມູນເຊື້ອຮັກຊາດ ແລະ ເປັນກຳລັງແຮງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງແຕ່ລະປີກໍ່ມີການດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນເໝືອນກັບພາກສ່ວນອື່ນໆ.

ໃນເວລາໂອ້ລົມ ຕໍ່ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດຄັ້ງທີ V ເມື່ອວັນທີ 16 ຕຸລາ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ມີບາງຄໍາເຫັນ ສະເໜີໃຫ້ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຕ່ລະຂັ້ນ ເອົາໃຈໃສ່ຜັນຂະ ຫຍາຍໜ້າທີ່ລວມຂອງພັກ, ຂອງລັດ ແລະ ຂອງອົງການສະຫະພັນນັກຮົບເກົ່າພວກເຮົາ ເພື່ອເປັນແຜນການເຄື່ອນໄຫວຂອງຕົນ ໃຫ້ແທດເໝາະກັບສະພາບຕົວຈິງ ພ້ອມທັງເປັນເຈົ້າການຈັດຕັ້ງປະຕິບັດໃຫ້ເປັນຂະບວນຟົດຟື້ນ ຢ່າງກວ້າງຂວາງ ໃນທຸກຂົງເຂດວຽກງານ ແລະ ໃຫ້ເກີດມີໝາກຜົນຕົວຈິງເປັນຕົ້ນແມ່ນ ເອົາໃຈໃສ່ ນຳພາ-ຊີ້ນໍາ ນັກຮົບເກົ່າ ເພີ່ມທະວີຄວາມສາມັກຄີຮັກແພງ ລະຫວ່າງ ນັກຮົບເກົ່າດ້ວຍກັນ, ສາມັກຄີຮັກແພງກັບທຸກໆຊັ້ນຄົນໃນສັງຄົມ ແລະ ເປັນກໍາລັງແຮງ ສັງລວມຂອງພັກ ຂອງລັດ ແລະ ຂອງຊາດ ຊຶ່ງບັນດາສະຫາຍ ລ້ວນແລ້ວແຕ່ແມ່ນຜູ້ມີປະສົບການ ໃນການຕໍ່ສູ້ປົດປ່ອຍຊາດ ກໍຄືໃນການສ້າງສາພັດທະນາປະເທດຊາດ ບົດຮຽນນີ້ ຕ້ອງໄດ້ຖ່າຍທອດໃຫ້ລູກຫຼານເຮົາໃຫ້ຫຼາຍກວ່າເກົ່າ ແລະ ເຮັດໃຫ້ດີຂຶ້ນຕື່ມ, ໃຫ້ສືບຕໍ່ປັບປຸງຍົກລະດັບຖັນແຖວພະນັກງານນັກຮົບເກົ່າຕື່ມອີກ ເຮັດໃຫ້ນັກຮົບເກົ່າ ໄດ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກເປັນປົກກະຕິ, ຮູ້ ແລະ ມີສະຕິເຄົາລົບລັດຖະທໍາມະນູນ, ກົດໝາຍ, ຍົກສູງຈິດໃຈເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ພ້ອມກັນທົບທວນຄືນມູນເຊື້ອຂອງພັກ, ມູນເຊື້ອວັດທະນະທໍາ, ປະເພນີອັນດີງາມຂອງຊາດ, ຂອງນັກຮົບເກົ່າ ແລະ ຂອງປະຊາຊົນບັນດາເຜົ່າ

ຫັນເອົາການເຄື່ອນໄຫວຂອງຕົນ ລົງສູ່ມະຫາຊົນຢູ່ຮາກຖານບ່ອນທີ່ ມີນັກຮົບເກົ່າດໍາລົງຊີວິດຢູ່ຕົວຈິງ ເຮັດໃຫ້ການສ້າງຮາກຖານ ຕິດພັນກັບການຜະລິດ, ແກ້ໄຂຊີວິດການເປັນຢູ່ຂອງນັກ ຮົບເກົ່າ, ຕິດພັນກັບການປົກປ້ອງຜົນປະໂຫຍດຕົວຈິງຂອງເຂົາເຈົ້າ ມີຄວາມຮັບຜິດຊອບຕໍ່ການພັດ ທະນາຕົນເອງແລະ ໃຫ້ມີລາຍຮັບເພີ່ມຂຶ້ນ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ; ບັນດາກະຊວງ-ອົງການ ໂດຍສະເພາະກໍແມ່ນກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ແນວລາວສ້າງຊາດ ແລະ ອົງການ ຈັດຕັ້ງມະຫາຊົນ ຈົ່ງສືບຕໍ່ໃຫ້ການອູ້ມຊູຊ່ວຍເຫຼືອ ແລະ ເອົາໃຈໃສ່ໃນການເບິ່ງແຍງຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈ, ໃຫ້ໃກ້ຊິດຕິດແທດ ສະຫະພັນນັກຮົບເກົ່າລາວ ເພື່ອໃຫ້ອົງການຈັດຕັ້ງດັ່ງ ກ່າວມີຄວາມໜັກແໜ້ນ, ເຂັ້ມແຂງ ຍິ່ງໆຂຶ້ນ; ເປັນເຈົ້າການປະຕິບັດແນວທາງການພົວພັນຮ່ວມມືກັບສະມາຄົມນັກຮົບເກົ່າປະເທດເພື່ອນມິດ ຕາມແນວທາງການຕ່າງປະເທດຂອງພັກ ເພື່ອຍາດແຍ່ງເອົາບົດຮຽນ, ປະສົບການໃນການຊີ້ນໍາ-ນໍາພາ ແລະ ຍາດແຍ່ງເອົາການຊ່ວຍເຫລືອຕາມຄວາມເໝາະສົມ, ດຶງດູດເອົາການຮ່ວມມືລົງທຶນໃນຂະແໜງການຕ່າງໆຕາມເງື່ອນໄຂທີ່ພວກເຮົາມີ ໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດ ບົນພື້ນຖານແນວທາງນະໂຍບາຍ, ລະບຽບຫຼັກການທີ່ວາງໄວ້ ແລະ ອື່ນໆ.

ພັກ ແລະ ລັດຖະບານ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເຊື່ອໝັ້ນຢ່າງໜັກແໜ້ນຕໍ່ ນັກຮົບເກົ່າ ຫວັງວ່າສະຫະພັນນັກຮົບເກົ່າທຸກຂັ້ນ ກໍຄືນັກຮົບເກົ່າທຸກສະຫາຍ ຈະເສີມຂະຫຍາຍມູນເຊື້ອອັນສະຫງ່າອົງ ອາດ ແລະ ກ້າແກ່ນຂອງຊາດເດັດດ່ຽວເດີນຕາມເສັ້ນທາງ ແລະ ການນໍາພາຂອງພັກ ບໍ່ຫວັ່ນ ໄຫວຄອນແຄນຕໍ່ສິ່ງທ້າທາຍທົດສອບ ແລະ ຄວາມຫຍຸ້ງຍາກໃດ; ປະກອບສ່ວນຢ່າງສົມກຽດ ເຂົ້າໃນການ ຈັດຕັ້ງປະຕິບັດແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ເພື່ອເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສີວິໄລ ແລະ ຍຸຕິທຳ; ນັກຮົບເກົ່າ ຍັງຮັກ ສາໄວ້ໄດ້ມູນເຊື້ອ ແລະ ກຽດສັກສີອັນສູງສົ່ງຂອງຕົນ, ອັນນີ້ແມ່ນປະເສີດ ແລະ ມີຄວາມໝາຍສໍາຄັນຫຼາຍ ແລະ ຈະຍັງຕ້ອງສືບຕໍ່ ຍົກສູງຄັນທຸງອັນນີ້ຕໍ່ໄປ, ເພື່ອໃຫ້ເປັນເສົາຄໍ້າ ແລະ ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ຮຸ່ນລູກ ຮຸ່ນຫຼານເພື່ອໃຫ້ລູກຫຼານ ເຮົາໄດ້ຮໍ່າຮຽນ, ສືບທອດ ແລະ ສືບຕໍ່ພາລະກິດຂອງພັກ,ຂອງຊາດ, ສ້າງປະເທດຊາດໃຫ້ຈະເລີນສີວິໄລ ແລະ ເຊື່ອໝັ້ນວ່າ ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າລາວ ສະໄໝທີ V ນີ້ ຈະສືບຕໍ່ມູນເຊື້ອຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ພ້ອມກັນສ້າງຕົນເອງ ເພື່ອນໍາພາວຽກງານນັກຮົບເກົ່າໃຫ້ມີການພັດທະນາຮອບດ້ານ ໄປພ້ອມໆກັບການພັດທະນາລວມຂອງປະເທດຊາດ