ກິລາບານເຕະ ຂອງເຍົາວະຊົນ ສ້າງຄວາມພາກພູມໃຈໃຫ້ຄົນທັງຊາດໂດຍ: ຜາຕຸງ

ໃນທີ່ສຸດຄວາມຍິ່ງໃຫຍ່ໃນວົງການກິລາບານເຕະລາວ ໂດຍສະເພາະ ແມ່ນ ລະດັບເຍົາວະຊົນ ກໍຜະຫງາດ ສຽງດັງກ້ອງໄປທົ່ວສະໜາມ ເບນຟິກ້າ ຂອງປະເທດປອກຕຸຍການ ເທົ່ານັ້ນຍັງບໍ່ພໍ ຍັງເຮັດໃຫ້ຊາວໂລກຮັບຮູ້ ເຖິງຄວາມເກັ່ງກ້າສາມາດຂອງ ລູກຫຼານລາວ ລູກຫຼານພະຍາ ນາຄາ ດັງກຶກກ້ອງໃນລະດັບເວທີສາກົນ ເຮັດໃຫ້ຊາວໂລກຮູ້ເຖິງກຽດສັກສີ ແລະ ຊື່ສຽງຂອງລາວພົ້ນເດັ່ນຂຶ້ນໃນເວທີ ພາກພື້ນ ແລະສາກົນດ້ວຍການເກັບໄຊະຊະນະຈາກ ຄູ່ແຂ່ງຂັນ CS OS BELENENES ທີ່ ແຂ່ງແກ່ນ ສະດັບສາກົນ ຂອງປະເທດເຈົ້າພາບ 2 ປະຕູຕໍ່ 0 ໃນລາຍການແຂ່ງຂັນ ບານເຕະເຍົາວະຊົນລະດັບໂລກ ລາຍການ IBER CUP 2025 ທີ່ປະເທດໂປຣຕູເກດ (Portuguese) ລະຫວ່າງວັນທີ 30 ມິຖຸນາ – 6 ກໍລະກົດ 2025.

ການແຂ່ງຂັນ ບານເຕະເຍົາວະຊົນລະດັບໂລກ ລາຍການ IBER CUP 2025 ທີ່ປະເທດໂປຣຕູເກດ ລະຫວ່າງວັນທີ 30 ມິຖຸນາ – 6 ກໍລະກົດ 2025, ນີ້ເປັນລາຍການໃຫຍ່ ມີສະໂມສອນຊັ້ນນໍາຈາກທົ່ວໂລກເຂົ້າຮ່ວມ ໂດຍສະເພາະສະໂມສອນຈາກເອີຣົບ ແລະ ອາເມຣິກາ ຊຶ່ງມີເຖິງ 48 ທີມເຂົ້າຮ່ວມແຂ່ງຂັນ, ແບ່ງອອກເປັນ 12 ກຸ່ມໆລະ 4 ທີມ, ໄດ້ຄັດເອົາພຽງທີ 1 ຂອງແຕ່ລະກຸ່ມຜ່ານເຂົ້າຮອບ Playoff Gold, ສ່ວນທີ 2 ຂອງກຸ່ມໄປຊີງແຊ້ມຮອບ Playoff Silver ແລະ ທີ 3 ຂອງແຕ່ລະກຸ່ມໄປຊີງແຊ້ມຮອບ Playoff Bronze.

ນີ້ນັບວ່າເປັນບົດພິສູດຄັ້ງໃຫຍ່ຂອງ ນັກເຕະເຍົາວະຊົນລາວຮຸ່ນອາຍຸບໍ່ເກີນ 13 ປີ, ລູກຫຼານ ພະຍານາຄາ ຈາກສະໂມສອນ W.I.G NAGA ເປັນຕົວແທນ ຂອງ ສປປ ລາວ ຊຶ່ງເປັນໜຶ່ງດຽວຈາກຊາດ ອາຊຽນ ເຂົ້າຮ່ວມໃນລາຍການນີ້, ໂດຍຈັດຢູ່ກຸ່ມ I ຮ່ວມກັບເຈົ້າພາບ GD Estoril Praia ທີມດັງຈາກໂປຣຕູເກດ, FC Nana Juniors ທີມດັງຈາກຣູມານີ ແລະ Indy Eleven ທີມເດັ່ນຈາກສະຫະລັດອາເມຣິກາ.

ເວົ້າເຖິງຜົນງານການແຂ່ງຂັນໃນລາຍການນີ້ ທີ່ສະໜາມ ເບນຟິກ້າ ນັດທຳອິດ ຫຼື ຮອບແບ່ງກຸ່ມ ນັກກິລາບານເຕະ ນາກນ້ອຍຈາກລາວ ໄດ້ສ້າງຄວາມປະທັບໃຈໃຫ້ກອງຊົມກອງເຊຍ ແລະ ຊາວລາວທົ່ວປະເທດຜູ້ຕິດຕາມ ໂດຍທີ່ນັກເຕະຕົວນ້ອຍຈາກສະໂມສອນ WIG NAGA ສາມາດ ຊະນະ ນັກກິລາຈາກ ສະໂມສອນ GD ESTORIL PARAIA ຂອງປະເທດເຈົ້າພາບ 3 ປະຕູຕໍ່ 1, ຈາກຜົນສຳເລັດໃນນັດທຳອິດ ໄດ້ສ້າງພະລັງອັນແຂງແກ່ນໃຫ້ທີມງານ ແລະ ນັກກິລາທຸກຄົນຮຶດສູ້ຕໍ່ໃນນັດທີສອງແລະຕໍ່ໆໄປໃຫ້ກ້າວສູ່ໄຊຊະນະ ຄື: ເອົາຊະນະ FC NANA JUNIOR ທີມດັງຈາກ ຣູມານີ 13 ປະຕູຕໍ່ 0, ຊະນະ INDY ELEVEN ຈາກ ສະຫະລັດ ອາເມລິກາດ ໄປເຖິງ 14 ປະຕູຕໍ່ 0. ລົງແຂ່ງສາມນັດຊະນະລວດ ເປັນທີໜຶ່ງຂອງກຸ່ມ, ໃນຮອບ 16 ທີມ ເອົາຊະນະ UNIAO NOGUEIRENSE FC ທີມB ຈາກປອກຕຸຍການ ໄປ 2 ປະຕູຕໍ່ 0; ຮອບ 8 ທີມຊະນະ GD ESTORIL PRAIA ຈາກປະເທດ ປອກຕຸການ 4 ປະຕູຕໍ່ 0; ຮອບ 4ທີມ ເອົາຊະນະທີມດັງ ຈາກ ຝຣັ່ງຄື: VGA FT ເຖິງ 4 ປະຕູຕໍ່ 0 ແລະ ນັດຊີງຊະນະເລີດ ສາມາດ ປາບ CS OS BELENENES ຈາກປະເທດເຈົ້າພາບ ປອກຕຸຍການ 2 ປະຕູຕໍ່ 0 ໄດ້ຫຼຽນຄຳ ແລະ ຄອງຂັນຊະນະເລີດລາຍການນີ້ສຳເລັດ ລວມການແຂ່ງຂັນລາຍການນີ້ 7 ນັດ ຊະນະລວດ ເສຍພຽງ 1ປະຕູເທົ່ານັ້ນ.

ຈາກຜົນສຳເລັດ ອັນໃຫຍ່ຫຼວງຄັ້ງນີ້ ສະແດງໃຫ້ພວກເຮົາເຫັນວ່າ ລັດຖະບານ ໂດຍສະເພາະແມ່ນ ສະຫະພັນກິລາບານເຕະແຫ່ງຊາດລາວ ກໍຄື ບັນດາສະໂມສອນຕ່າງໆ ໄດ້ທຸ່ມເທເຫື່ອແຮງສະຕິປັນຍາ ລວມທັງກຳລັງຊັບ ເຂົ້າໃນການພັດທະນາ ວົງການກິລາບານເຕະຂອງລາວ ໃຫ້ເຕີບໃຫຍ່ຂະຫຍາຍໂຕ ທັງປະລິມານ ແລະ ຄຸນນະພາບ ໂດຍສະເພາະຢ່າງຍິ່ງແມ່ນ ນັກກິລາເຍົາວະຊົນຜູ້ໜຸ່ມນ້ອຍເຍົາໄວໃຫ້ຈະເລີນເຕີບໂຕທາງສັກກາຍະພາບທຸກຢ່າງເພື່ອສືບທອດມູນເຊື້ອນັກກິລາວໃຫ້ກ້າວໄປຢ່າງບໍ່ຢຸດຢັ້ງ.

ນີ້ຄືປະຫວັດສາດໜ້າໃໝ່ໃນວົງການກິລາບານເຕະຂອງລາວ ແລະ ທະວີບອາຊີ ທີ່ບໍ່ເຄີຍມີມາກ່ອນທີ່ນັກກິລາບານເຕະເຍົາວະຊົນລາວກໍຄືອາຊີ ທີ່ຈະໄປໄລ່ລ່າແຊ່ມຈາກທະວີບເອີຣົບໄດ້ສຳເລັດ, ແຕ່ມັນກໍສາມາດເປັນໄປໄດ້ ແລະ ກໍເປັນໄປແລ້ວ ຄື: ສະໂມສອນ WIG NAGA ໜຶ່ງດຽວຈາກລາວ ແລະພຽງໜຶ່ງດຽວຈາກອາຊີ ທີ່ໄດ້ແຊ່ມໃນລຸ່ນອາຍຸບໍ່ເກີນ13ປີໄດ້ສຳເລັດ ໃນລະດັບໂລກ ! ຊົມເຊີຍຢ່າງສຸດໃຈນຳລູກຫຼານ ແລະ ຄະນະນຳທຸກຄົນໃນທີມ WIG NAGA, ທີ່ເຮັດໃຫ້ຊື່ສຽງ ແລະ ກຽດສັກສີຂອງລາວ ພົ້ນເດ່ນຂຶ້ນໃນເວທີ ພາກພື້ນ ແລະ ໃນໂລກ……ຊົມເຊີຍ