ສະຫງວນອາຊີບໄວ້ໃຫ້ພົນລະເມືອງລາວ ເຖິງຄາວຕ້ອງຄົ້ນຄວ້າພິຈາລະນາຄືນ

ໂດຍ: ຜາຕຸງ
ອາຊີບສະຫງວນໄວ້ໃຫ້ພົນລະເມືອງລາວ ເປັນບຸລິມະສິດໜຶ່ງສົ່ງເສີມວຽກເຮັດງານທຳໃຫ້ຄົນພາຍໃນຊາດ ທັງເປັນການສ້າງເສດຖະກິດຄອບຄົວ ແລະ ເສດຖະກິດຂອງຊາດໃຫ້ຈະເລີນຮຸ່ງເຮືອງ ເຊິ່ງອາຊີບສະຫງວນເຫລົ່ານັ້ນຕ້ອງໄດ້ຮັບການຄຸ້ມຄອງ ແລະ ເອົາໃຈໃສ່ກວດກາຢ່າງເຂັມງວດ ກໍລະນີຫາກມີການລະເມີດກໍຈະຕ້ອງຖືກປັບໃໝໃສ່ລະບຽບຕາມກົດໝາຍ ແຕ່ກໍໜ້າຄິດສົງໄສວ່າຢູ່ໃນລາວເຮົາມີຫລາຍອາຊີບທີ່ຖືກຊາວຕ່າງຊາດຍາດໄປ ແລ້ວຖືກປ່ອຍປະລະເລີຍ ອັນນີ້ກໍໜ້າຄິດຕື່ມວ່າຍ້ອນຫຍັງຈຶ່ງເປັນແນວນັ້ນ ຍ້ອນຄົນເຮົາບໍ່ຢາກເຮັດອາຊີບທີ່ສະຫງວນ ຫລື ອາຊີບສະຫງວນຖືກຍາດກັນແທ້.
ຕາມແຈ້ງການຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 1328/ອຄ.ທຄວ ລົງວັນທີ 13 ກໍລະກົດ 2015 ໄດ້ລະບຸໄວ້ຢ່າງຊັດເຈນກ່ຽວກັບອາຊີບທີ່ຕ້ອງສະຫງວນສິດໄວ້ໃຫ້ປະຊາຊົນລາວທີ່ຖືສັນຊາດລາວ ແລະ ຈະບໍ່ອະນຸຍາດໃຫ້ຄົນຕ່າງປະເທດທີ່ເຂົ້າມາດໍາເນີນທຸລະກິດຢູ່ໃນ ສປປ ລາວ ດຳ ເນີນທຸລະກິດຕ່າງໆທີ່ລະບຸໄວ້ ມີເຖິງ 37 ອາຊີບ, ເບິ່ງໂດຍລວມແລ້ວເຫັນວ່າອາຊີບເຫຼົ່ານີ້ກໍພໍທີ່ຈະຊ່ວຍໃຫ້ ຜູ້ປະກອບການພໍມືນຕາອ້າປາກໄດ້ ອາດຈະບໍ່ເຮັດໃຫ້ແຮງງານລາວເຕັ້ນໂຕນໂຍນໜີໄປອອກ ແຮງງານຢູ່ບ້ານເພິ່ນເມືອງທ່ານດອກເນາະ ແມ່ນຫຼືບໍ່?.
ແຕ່ມັນກໍໜ້າເສຍດາຍ ໃນຄວາມເປັນຈິງແລ້ວ, ເຫັນວ່າອາຊີບທີ່ລະບຸໄວ້ທັງ 37 ອາຊີບນັ້ນ ໃນພາກການຄຸ້ມຄອງເຫັນວ່າຍັງບໍ່ສາມາດຄຸ້ມຄອງ ແລະ ປະຕິບັດໄດ້ ເນື່ອງຈາກຄົນສັນຊາດອື່ນຈາກປະເທດອື່ນ ໄດ້ເຂົ້າມາປະກອບທຸລະກິດດັ່ງກ່າວຢ່າງຫຼວງຫຼາຍ ໂດຍບໍ່ມີມາດຕາການລົງໂທດ ຫຼື ສັ່ງຫ້າມບໍ່ໃຫ້ຄົນຕ່າງຊາດປະກອບອາຊີບທີ່ສະຫງວນໄວ້ໃຫ້ຄົນລາວ, ສ່ວນຫຼາຍພັດຖືກຄົນຕ່າງປະເທດຍາດເອົາໄປເຮັດເກືອບໝົດ, ອາດເປັນຍ້ອນສາເຫດນີ້ບໍຈຶ່ງເຮັດໃຫ້ ແຮງງານລາວຫຼັ່ງໄຫຼໄປອອກແຮງງານເປັນກຳມະກອນຢູ່ຕ່າງປະເທດ ຈົນກາຍເປັນຜົນກະທົບຕໍ່ການຜະລິດພາຍໃນ.
ຫຼ້າສຸດ ວັນທີ 23 ມິຖຸນາ 2025 ກົມການຈັດຫາງານ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມຜ່ານຮ່າງ ຂໍ້ຕົກລົງ ວ່າດ້ວຍອາຊີບສະຫງວນໄວ້ໃຫ້ພົນລະເມືອງລາວ,ໂດຍມີ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມນຳ ໃນນັ້ນມີການປັບປຸງເນື້ອໃນບາງໝວດ ແລະ ມາດຕາ ໂດຍສະເພາະ ໝວດທີ 2 ອາຊີບທີ່ສະຫງວນໄວ້ໃຫ້ພົນລະເມືອງລາວ, ໃນມາດຕາ 7 ປະເພດອາຊີບທີ່ສະຫງວນໃຫ້ພົນລະເມືອງລາວ ໃຫ້ມີຄວາມຊັດເຈນ ແລະ ສອດຄ່ອງ ກັບ ກົດໝາຍ ກໍານົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາຢ່າງເປັນລະບົບ ແລະ ມີປະສິດທິພາບ.
ທັງໝົດນັ້ນ ແມ່ນແນໃສ່ສະຫງວນອາຊີບໄວ້ໃຫ້ພົນລະ ເມືອງລາວມີວຽກເຮັດງານທໍາ ພາຍໃນປະເທດ, ສາມາດປະກອບອາຊີບອິດສະລະ ແລະ ມີລາຍໄດ້ທີ່ໝັ້ນຄົງເພື່ອຮັກສາເອກະລັກ ແລະ ວັດທະນະທໍາ ພູມປັນຍາທີ່ເປັນຮີດຄອງປະເພນີ ໄວ້ໃຫ້ພົນລະ ເມືອງລາວ ປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ; ລວມທັງອາຊີບທີ່ີມີກຳລັງແຮງງານລາວພຽງພໍຕາມຄວາມຕ້ອງການຂອງຕະຫຼາດແຮງງານ ເພື່ອໃຫ້ອາຊີບເຫຼົ່ານັ້ນໄດ້ຢູ່ຄູ່ກັບຄົນລາວ ທັງເປັນການຊ່ວຍໃຫ້ແຮງງານລາວ ມີໂອກາດສູງຂຶ້ນໃນການມີວຽກເຮັດງານທໍາ ແລະ ສ້າງລາຍໄດ້ທີ່ໝັ້ນຄົງ.
ແນວໃດກໍຕາມ ນີ້ມັນຄືສັນຍານທີ່ດີ່ສຳລັບພົນລະເມືອງລາວຖືສັນຊາດລາວ ຖ້າຫາກເປັນຜົນສຳເລັດຕາມຄາດໝາຍແທ້ໆນັ້ນ ມັນຈະກາຍເປັນເງື່ອນໄຂອັນໃໝ່ ທີ່ອຳນວຍຄວາມສະດວກຫຼາຍໃຫ້ຄົນລາວພາຍໃນປະເທດຜູ້ທີ່ມີເງື່ອນໄຂພຽງພໍຈະໄດ້ປະກອບອາຊີບ,ສ້າງວຽກເຮັດງານທຳຢ່າງກວ້າງຂວາງ ແລະ ມີລາຍຮັບຢູ່ພາຍໃນປະເທດຢ່າງໝັ້ນຄົງ ແລະ ເມື່ອນັ້ນຈະໄດ້ປະກອບສ່ວນພັດທະນາປະເທດຕົນຢ່າງເຕັມສ່ວນ,ຈະບໍ່ໄດ້ໜີໄປໄກຈາກຄອບຄົວ ແຕ່ອັນສຳຄັນຈະບໍ່ມີຄວາມສ່ຽງກັບການຖືກເອົາລັດເອົາປຽບຈາກນາຍຈ້າງຢູ່ຕ່າງປະເທດ.
ນີ້ເປັນພຽງຈຸດເລີ່ມຕົ້ນຂອງ ການປັບປຸງຮ່າງຂໍ້ຕົກລົງ ວ່າດ້ວຍອາຊີບສະຫງວນໄວ້ໃຫ້ພົນລະເມືອງລາວ, ຊຶ່ງຜ່ານມາ ມັນກາຍເປັນບັນຫາຄາໃຈແບບກືນບໍ່ເຂົ້າຄາຍບໍ່ອອກ ສຳລັບສັງຄົມລາວເຮົາ, ທຸກປະເທດຍ່ອມມີຕົວບົດກົດໝາຍເປັນເຄື່ອງມືໃນການຄຸ້ມຄອງສັງຄົມເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ມີຄວາມສະຫງົບ ເສດຖະກິດເຕີບໃຫຍ່ຂະຫຍາຍຕົວ, ໃນເມື່ອເຮົາມີກົດໝາຍເປັນເຄື່ອງມືໃນການຄຸ້ມຄອງແລ້ວ ກໍຄວນນຳໃຊ້ເຄື່ອງມືນັ້ັ້ນໃຫ້ເຂັ້ມງວດ ເດັດຂາດ ເພື່ອເປັນການປົກປ້ອງສິດແລະຜົນປະ ໂຫຍດ ອັນຊອບທຳຂອງພົນລະເມືອງລາວ ຫຼື ຈະປ່ອຍປະລະເລີຍໄປແບບນີ້ຕະຫຼອດບໍ ຖ້າຫາກເປັນເຊັ່ນນີ້ ແລ້ວເມື່ອໃດສິດທິພົນລະເມືອງລາວຈຶ່ງຈະໄດ້ຮັບການປົກປ້ອງຢ່ງຈິງຈັງ.

